spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ແອບອ້າງເປັນເຈົ້າໜ້າທີ່ ກໍ່ເຫດປຸ້ນເອົາລົດຈັກທີ່ໂຄສະນາຂາຍຜ່ານສື່ອອນລາຍ

ແອບອ້າງເປັນເຈົ້າໜ້າທີ່ ກໍ່ເຫດປຸ້ນເອົາລົດຈັກທີ່ໂຄສະນາຂາຍຜ່ານສື່ອອນລາຍ

Published on

ມາທຸກຮູບແບບ, ພວກມິດສາຊີບທີ່ກໍ່ຄວາມບໍ່ສະຫງົບໃນສັງຄົມ ໂດຍສະເພາະແມ່ນສະພາບປຸ້ນຊັບພົນລະເມືອງ; ຄັ້ງນີ້, ພວກເຂົາໃຊ້ວິທີການແອບອ້າງເປັນເຈົ້າໜ້າທີ່ຕໍາຫຼວດນອກເຄື່ອງແບບ ໂດຍໃຊ້ວິທີຕິດຕໍ່ຊື້-ຂາຍລົດຈັກ ຈາກບຸກຄົນທີ່ໂຄສະນາຂາຍຜ່ານສື່ອອນລາຍ ( facebook ). ສ່ວນຫຼາຍເປັນລົດຈັກບໍ່ມີໜັງສື ( ລົດຈັກເຖື່ອນ ), ໃນຂະນະທີ່ນັດສົ່ງສິນຄ້າໃຫ້ກັນ ພວກເຂົາກໍໃຊ້ອາວຸດປືນນາບຂູ່ເຈົ້າຂອງຊັບ ເພື່ອມອບລົດ ແລະ ເງິນ ແລ້ວກໍໜີໄປ. ດັ່ງເຫດການທີ່ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ ປກສ ເມືອງໄຊເສດຖາ ນະຄອນຄອນຫຼວງວຽງຈັນ ໄດ້ມ້າງກຸ່ມແກ້ງເຄືອຂ່າຍປຸ້ນຊັບພົນລະເມືອງໄດ້ 5 ຄົນ ໃນໄລຍະເດືອນຕຸລາ 2017 ໂດຍພວກກ່ຽວສາລະພາບ ວ່າ: ໄດ້ຮ່ວມກັນກໍ່ເຫດມາແລ້ວ 10 ກວ່າຄັ້ງ, ມູນຄ່າເສຍຫາຍ 100 ກວ່າລ້ານກີບ, ສ່ວນຫຼາຍແມ່ນປຸ້ນເອົາລົດຈັກທີ່ນຳເຂົ້າບໍ່ຖືກຕ້ອງຕາມກົດໝາຍ.
     ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ປກສ ໃນວັນທີ 25 ຕຸລາ 2017 ວ່າ: ກ່ອນຕິດຕາມຈັບຕົວກຸ່ມປຸ້ນຊັບດັ່ງກ່າວ, ແມ່ນສືບເນື່ອງມາຈາກການຈັບຕົວ ທ້າວບຸນຈັນ ອາຍຸ 41 ປີ ຢູ່ບ້ານດອນກອຍ ເມືອງສີສັດຕະນາກ ທີ່ກໍ່ເຫດໃຊ້ປືນປອມປຸ້ນໜ່ວຍບໍລິການຂອງທະນາຄານແຫ່ງໜຶ່ງ ຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຕົ້ນເດືອນຕຸລາ 2017. ຈາກນັ້ນ, ຜູ້ກ່ຽວໄດ້ຊັດທອດຫາຜູ້ຮ່ວມຂະບວນການນໍາກັນທີ່ເຄື່ອນໄຫວປຸ້ນຊັບພົນລະເມືອງໃນນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ; ດັ່ງນັ້ນ, ຈຶ່ງເຮັດໃຫ້ເຈົ້າໜ້າທີ່ຕິດຕາມຕົວໄດ້ງ່າຍຂຶ້ນ ແລະ ສາມາດຈົບຕົວໄດ້ທັງໝົດ 5 ຄົນ; ໃນນັ້ນ, ມີທ້າວ ຄຳອຸ່ນ ອາຍຸ 41 ປີ ຢູ່ບ້ານໃໝ່ ເມືອງບຸນເໜືອ ແຂວງຜົ້ງສາລີ, ທ້າວ ພອນປະເສີດ ອາຍຸ 32 ປີ ຢູ່ບ້ານຫົວຂົວ, ທ້າວ ອີ້ ອາຍຸ 35 ປີ, ທ້າວ ລີ້ມີ້ ອາຍຸ 30 ປີF ທ້າວເລ້ ອາຍຸ 24 ປີ ທັງສາມຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
   ຜ່ານການສອບສວນ, ພວກກ່ຽວສາລະພາບວ່າ: ໄດ້ຮ່ວມກັນກໍ່ເຫດປຸ້ນຊັບພົນລະເມືອງແທ້ ໂດຍໃຊ້ອາວຸດປືນດັດແປງເປັນເຄື່ອງມືໃນການກໍ່ເຫດ, ສ່ວນຫຼາຍແມ່ນປຸ້ນເອົາລົດຈັກບໍ່ມີໜັງສືແບບຖືກຕ້ອງ ( ລົດຈັກເຖື່ອນ ) ຈາກບຸກຄົນທີ່ໂຄສະນາຂາຍຜ່ານສື່ອອນລາຍ, ເຊິ່ງກໍ່ເຫດມາແລ້ວ 16 ຄັ້ງ. ໃນການກໍ່ເຫດແຕ່ລະຄັ້ງ, ແມ່ນທ້າວ ຄຳອຸ່ນ ເປັນຫົວໜ້າ ໂດຍນໍາໃຊ້ພາຫະນະລົດໃຫຍ່ປະເພດລົດນິອອນ ສີຂາວ ໝາຍເລກທະບຽນ ກຍ 6646 ກຳແພງນະຄອນ ໂດຍເລີ່ມກໍ່ເຫດມາແຕ່ໄລຍະເດືອນມີນາ 2017. ຄັ້ງທຳອິດ, ແມ່ນປຸ້ນເອົາລົດຈັກຍີ່ຫໍ້ Z125 ສີປອນ-ດໍາ ທີ່ປະກາດຂາຍຜ່ານສື່ອອນລາຍ ( facebook ) ໂດຍນັດຈຸດຊື້-ຂາຍຢູ່ເຂດບ້ານຄຳຮຸ່ງ ເມືອງໄຊທານີ ພາຍຫຼັງໄປຮອດຈຸດນັດພົບ ໃຫ້ຄົນໜຶ່ງເຂົ້າໄປຖາມລາຄາ, ຈາກນັ້ນໃຫ້ພວກກ່ຽວເຂົ້າໄປຕາມຫຼັງ ໂດຍແອບອ້າງເປັນເຈົ້າໜ້າທີ່ຕໍາຫຼວດ ພ້ອມທັງຂໍກວດຄົ້ນເບິ່ງເອກະສານ ເມື່ອບໍ່ມີເອກະສານຈຶ່ງຈັບຜູ້ຂາຍລົດຂຶ້ນໄປ ພ້ອມທັງຂົ່ມຂູ່ຈົນເຮັດໃຫ້ຜູ້ຂາຍລົດຢ້ານກົວ ແລະ ຍິນຍອມເອົາລົດໃຫ້ພ້ອມກວດຄົ້ນເອົາເງິນໄດ້ 70.000 ບາດ. ສ່ວນລົດຈັກແມ່ນ ທ້າວ ລີ້ມີ້ ເອົາໄປໄວ້ເຮືອນ; ຄັ້ງທີ 2, ພວກກ່ຽວເຮັດວິທີແບບເກົ່າໂດຍຕົວະຊື້ລົດຈັກ CBR ສີແດງ-ດຳ ພ້ອມທັງນັດຈຸດຊື້-ຂາຍ ຢູ່ເຂດຫໍພັກຊີເກມ ເມື່ອໄດ້ລົດແລ້ວນຳໄປຂາຍໄດ້ເງິນມາປັນກັນຜູ້ລະ 8.000 ບາດ; ຄັ້ງທີ 3 ທ້າວຄຳອຸ່ນ ລົງມືກໍ່ເຫດພຽງຄົນດຽວ ໂດຍຕົວະຊື້ລົດຈັກຍີ່ຫໍ້ Z250 ສີຂາວ ເມື່ອນັດຈຸດຊື້-ຂາຍຢູ່ຫໍພັກຊີເກມ ໂດຍໃຊ້ກົນອຸບາຍຂໍຂີ່ລອງເບິ່ງກ່ອນແລ້ວຂັບຫຼົບໜີໄປ. ຈາກນັ້ນໄປຈໍາເອົາເງິນຢູ່ຮ້ານເກມ ຢູ່ເຂດບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ຈໍານວນ 70.000 ບາດ ແລ້ວຫຼິ້ນເກມໝົດ; ຄັ້ງທີ 4 ທ້າວ ຄຳອຸ່ນ ກໍໃຊ້ວິທີແບບເກົ່າໃນການຕິດຕໍ່ຊື້ລົດຈັກຍີ່ຫໍ້ Z250 ສີສົ້ມ ຄັ້ງນີ້ແມ່ນຮັກສາໄວ້ຢູ່ເຮືອນທີ່ບ້ານພະຂາວ ເພື່ອຖ້າຂາຍ. ຄັ້ງທີ 5 ໄດ້ຕົວະຊື້ລົດ ZOOMERX ສີສົ້ມ ແລ້ວກໍນຳໄປຈຳເອົາເງິນຢູ່ຮ້ານເກມບ່ອນເກົ່າ ໄດ້ເງິນຈຳນວນ 30.000 ບາດ; ຄັ້ງທີ 6, ໄດ້ໄປຕົວະຊື້ລົດຈັກຍີ່ຫໍ້ Ninja ສີດຳ ໂດຍນັດຈຸດຊື້-ຂາຍຢູ່ເຂດບ້ານໜອງພະຍາ ເມືອງໄຊທານີ ເມື່ອໄປຮອດ ທ້າວ ຄຳອຸ່ນ ໄດ້ເຂົ້າຖາມກ່ຽວກັບລາຄາລົດຕົວຈິງ, ຈາກນັ້ນພວກກ່ຽວໄດ້ແອບອ້າງເປັນເຈົ້າໜ້າທີ່ ໂດຍນາບຂູ່ຖ້າບໍ່ເອົາລົດໃຫ້ແມ່ນຈະຈັບເຂົ້າຄຸກ, ເມື່ອຜູ້ຂາຍຍອມມອບລົດໃຫ້ພວກກ່ຽວກໍກວດຄົ້ນຕົນຕົວໄດ້ເງິນ 50.000 ບາດ; ຄັ້ງທີ 7, ໄດ້ຕິດຕໍ່ຕົວະຊື້ລົດຈັກ MSX ທີ່ນັດໝາຍກັນຢູ່ຫໍພັກຊີເກມ ດ້ວຍຮູບການແບບເກົ່າ ຄັ້ງນີ້ໄດ້ເອົາລົດໄປຈຳເອົາເງິນ 30.000 ບາດ; ຄັ້ງທີ 8, ແມ່ນໄດ້ລົດຈັກສອງຄັນຄືລົດຈັກ CBR ສີປອນ-ດຳ ແລະ ລົດຈັກ SCOOPY ສີປອນ-ແດງ ຈຸດນັດໝາຍຊື້-ຂາຍແມ່ນຢູ່ເຂດດົງໂດກ ຄັ້ງນີ້ລົດ SCOOPY ແມ່ນ ທ້າວ ຄຳອຸ່ນ ເອົາໄປນຳໃຊ້, ສ່ວນລົດຈັກ CBR ແມ່ນເອົາໄປຂາຍ.
      ຄັ້ງທີ 9, ທ້າວ ຄຳອຸ່ນ ໄດ້ກໍ່ເຫດພຽງຄົນດຽວ ໂດຍນັດຊື້ລົດຈັກ PCX ຢູ່ເຂດບ້ານດົງໂດກ ໂດຍການລອງຂີ່ລົດແລ້ວຫຼົບໜີໄປ ເອົາລົດໄປຮັກສາໄວ້ລໍ້ຖ້າຂາຍ. ຄັ້ງທີ 10, ພວກກ່ຽວໄດ້ຕົວະຊື້ລົດສອງຄັນຄື ລົດຈັກ MSLAZ ສີຟ້າ ແລະ ລົດຈັກ Ninja ສີແດງ-ດຳ ຢູ່ເສັ້ນທາງໜອງບຶກ ພ້ອມທັງປຸ້ນໄດ້ເງິນ 2.100.000 ກີບ ແລະ ຄຳຮູບປະພັນ 5 ບາດ ແລ້ວເອົາຄໍາໄປຂາຍໄດ້ເງິນຈຳນວນ 100.000 ບາດ; ເຊິ່ງພວກກ່ຽວກໍ່ເຫດແບບລັກສະນະດຽວກັນໄປເລື້ອຍໆ.
     ຄັ້ງສຸດທ້າຍ, ໃນເດືອນສິງຫາ 2017 ໄປຕົວະຊື້ລົດຈັກເວບ 100 ສີແດງ-ດຳ ຢູ່ເສັ້ນທາງ 450 ດ້ວຍຮູບການເກົ່າ ຄັ້ງນີ້ແມ່ນໄດ້ເອົາລົດໄປຂາຍໄດ້ເງິນ 4.000.000 ກີບ, ເງິນທີ່ໄດ້ມາຈາກການປຸ້ນແຕ່ລະຄັ້ງນັ້ນ ພວກກ່ຽວແມ່ນໄດ້ມາແບ່ງປັນກັນ ແລະ ໃຊ້ຈ່າຍຫຼິ້ນກິນຟຸມເຟືອຍ ພ້ອມທັງຊື້ຢາບ້າໄປເສບ.
    ຢ່າງໃດກໍຕາມ, ລັກສະນະການກະທໍາຂອງຜູ້ຖືກຫາຈໍານວນດັ່ງກ່າວ ນອກຈາກເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບແລ້ວ ຍັງແອບອ້າງເປັນເຈົ້າໜ້າທີ່ຕໍາຫຼວດ ເຮັດໃຫ້ພາບພົດຂອງເຈົ້າໜ້າທີ່ຕໍາຫຼວດເສື່ອມເສຍ, ສ້າງຄວາມບໍ່ເຊື່ອໝັ້ນແກ່ສັງຄົມ. ສະນັ້ນ, ທຸກຄົນຈົ່ງມີສະຕິລະມັດລະວັງຕົວ ໂດຍສະເພາະບັນດາບຸກຄົນທີ່ໂຄສະນາຊື້-ຂາຍຜ່ານສື່ອອນລາຍ, ໂດຍສະເພາະສິ່ງທີ່ຜິດກົດໝາຍ ກໍລະນີຖ້າບໍ່ຖືກໂຈນປຸ້ນເອົາ ກໍຖືກເຈົ້າໜ້າຕໍາຫຼວດຕົວຈິງຕິດຕາມ ຈັບໄປດໍາເນີນຄະດີຕາມກົດໝາຍ.
ພາບ-ຂ່າວ: ນສພ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...