Homeຂ່າວຕ່າງປະເທດ3 ຊາດພັນທະມິດຍຶດໝັ້ນການທູດສ້າງຄວາມກົດດັນ ແລະ ມາດຕະການຂວ້ຳບາດເກົາຫຼີເໜືອ

3 ຊາດພັນທະມິດຍຶດໝັ້ນການທູດສ້າງຄວາມກົດດັນ ແລະ ມາດຕະການຂວ້ຳບາດເກົາຫຼີເໜືອ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 18 ຕຸລາ 2017 ຫຼັງການຫາລືລະດັບລັດຖະມົນຕີຊ່ວຍຕ່າງປະເທດຈາກເກົາຫຼີໃຕ້, ຍີ່ປຸ່ນ ແລະ ສະຫະລັດທີ່ນະຄອນຫຼວງໂຊລ ທ່ານຈອນ ຊຸລລິແວນ ລັດຖະມົນຕີຊ່ວຍຕ່າງປະເທດສະຫະລັດກ່າວວ່າ ທັງສາມຊາດພັນທະມິດຍັງຍຶດໝັ້ນໃນພັນທະກໍລະນີຂອງແນວທາງການທູດ ເຊິ່ງຮວມເຖິງການສ້າງຄວາມກົດດັນ ແລະ ມາດຕະການຂວ້ຳບາດ ໂດຍມີເປົ້າໝາຍເບື້ອງຕົ້ນຂອງການແກ້ໄຂບັນຫາ ເພາະລະບອບການປົກຄອງເກົາຫຼີເໜືອ ເຮັດໃນສິ່ງທີ່ບໍ່ຄາດຄິດ ແລະ ບໍ່ໂປ່ງໃສ ພ້ອມນີ້ຍັງກ່າວວ່າ ຊາດພັນທະມິດຕ້ອງກຽມພ້ອມຮັບທຸກສະຖານະການທີ່ອາດຈະເກີດຂຶ້ນ

ລັດຖະມົນຕີຊ່ວຍຕ່າງປະເທດກ່າວອີກວ່າ ເປົ້າໝາຍສຳຄັນຂອງຊາດພັນທະມິດຄືການສ້າງຄວາມກົດດັນເພື່ອນຳເກົາຫຼີເໜືອສູ່ໂຕະເຈລະຈາໂດຍບໍ່ມີການຕັ້ງເງື່ອນໄຂໃດໆ ເພື່ອຈະໃຫ້ບັນລຸເປົ້າໝາຍສຳຄັນຄື ການເຮັດໃຫ້ແຫຼມເກົາເປັນເຂດປອດິວເຄຣຍ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...