spot_img
Homeວັນນະກຳເລື່ອງສັ້ນຂີ້ກະເດືອນນ້ອຍມະຫັດສະຈັນ

ຂີ້ກະເດືອນນ້ອຍມະຫັດສະຈັນ

Published on

ດວງຕາເວັນໃກ້ຈະລັບຂອບຟ້າ ຝຸງນົກກາຕ່າງກໍບິນກັບຮັງ ຊາວບ້ານພາກັນຈູງຄວາຍຈາກທົ່ງນາເຂົ້າມາໃນບ້ານ ສອງເອື້ອຍນ້ອງຍູ້ລໍ້ມາຕາມເສັ້ນທາງດິນແດງ ຜູ້ນ້ອງຊື່ວັນນີອາຍຸສິບປີ ສ່ວນຜູ້ເອື້ອຍຊື່ສົມສີອາຍຸສິບແປດປີ ທັງສອງກຳລັງມຸ່ງໜ້າກັບບ້ານ ຢູ່ໃນລໍ້ເຕັມແຕ່ໝາກກ້ວຍນໍ້າແລະໝາກຫຸ່ງ ເຊິ່ງພວກເຂົາເຈົ້າພາກັນໄປຊື້ນຳໄທບ້ານໜອງບົວ.

ແຕ່ກ່ອນສະພາບຄອບຄົວຂອງນ້ອງວັນນີແລະສົມສີຫຍຸ້ງຍາກຫຼາຍ ມີແຕ່ພໍ່ຄົນດຽວຫາລ້ຽງຄອບຄົວ ພໍ່ເຮັດວຽກເປັນກຳມະກອນກໍ່ສ້າງ ຢູ່ໃນເມືອງ ຕໍ່ມາພໍ່ເຮັດວຽກໜັກບໍ່ໄດ້ ແມ່ຈິ່ງພະຍາຍາມຊອກວຽກເຮັດເພື່ອຫາລາຍໄດ້ມາຈຸນເຈືອຄອບຄົວ ມື້ໜຶ່ງແມ່ເຂົ້າໄປຢາມໝູ່ຢູ່ໃນເມືອງ ໝູ່ຄົນນັ້ນຊວນແມ່ໄປເຝິກອົບຮົມເຮັດໝາກກ້ວຍຕາກ ເຊິ່ງອົງການພັດທະນາພາກເອກະຊົນຈັດຂຶ້ນ ແມ່ຈິ່ງໄດ້ຄວາມຮູ້ນັ້ນມາແລ້ວເອົາມາທົດລອງເຮັດຢູ່ບ້ານ ແຕ່ເນື່ອງຈາກຢູ່ບ້ານນີ້ບໍ່ມີກ້ວຍຫຼາຍ ແມ່ຈຶ່ງໃຫ້ລູກສາວສອງຄົນໄປຊອກຊື້ໝາກກ້ວຍຢູ່ບ້ານໃກ້ຄຽງ.

ແມ່ເຮັດກ້ວຍຕາກຂາຍເປັນປີທີສອງແລ້ວ ປັດຈຸບັນມີຕູ້ຕາກໝາກກກ້ວຍທັງໝົດ 6 ໜ່ວຍ ຕາກໝາກກ້ວຍເທື່ອໜຶ່ງໄດ້ສິບສອງກິໂລ ແຕ່ລະອາທິດມີແມ່ຄ້າມາຈາກໃນເມືອງມາຊື້ແລ້ວເອົາໃສ່ກ່ອງປະລາສະຕິກສົ່ງຂາຍຕາມຮ້ານຕ່າງໆ ບາດນີ້ຄວາມຕ້ອງການໝາກກ້ວຍຕາກຢູ່ໃນເມືອງມີເພິ່ມຂຶ້ນເລື້ອຍໆ ເຮັດໃຫ້ລາຍໄດ້ຂອງຄອບຄົວນີ້ດີຂຶ້ນ.

ສົມສີ ຫຼຽວເບິ່ງໜ້ານ້ອງທີ່ຍ່າງຄຽງຂ້າງ ນາງຄິດເຖິງຕອນທີ່ນາງມີອາຍຸຮຸ່ນຮາວຄາວດຽວກັນກັບວັນນີ ຕອນນັ້ນນາງຮຽນຢູ່ ປ.5 ແລະຢາກຮຽນຕໍ່ມັດທະຍົມແຕ່ບໍ່ມີໂອກາດ ຍ້ອນຄອບຄົວຫຍຸ້ງຍາກ ສະນັ້ນ, ນາງຈຶ່ງອອກມາຢູ່ເຮືອນ ແລ້ວຂາຍຕຳໝາກຫຸ່ງເປັນການຫາລາຍໄດ້ເພິ່ມເຕີມແກ່ຄອບຄົວ  ນາງຢາກໃຫ້ວັນນັ້ນຫວນຄືນມາອີກ ແຕ່ມັນເປັນໄປບໍ່ໄດ້ເພາະຕົນເອງໃຫຍ່ເປັນສາວແລ້ວ ປີນີ້ນ້ອງວັນນີຂອງນາງກຳລັງຈະຈົບປະຖົມ.
“ນ້ອງຕ້ອງຕັ້ງໃຈຮຽນແລ້ວເສັງເຂົ້າຮຽນຕໍ່ມັດທະຍົມໃຫ້ໄດ້” ສົມສີເວົ້ານຳນ້ອງ
“ນ້ອງຕ້ອງຮຽນສູງກວ່າເອື້ອຍ ຕອນເອື້ອຍຈົບປະຖົມຢາກຮຽນຕໍ່ກໍບໍ່ໄດ້ຮຽນ ເພາະຄອບຄົວເຮົາທຸກຍາກ ດຽວນີ້ຖານະຄອບຄົວເຮົາດີຂຶ້ນແລ້ວ ອະນາຄົດຂອງນ້ອງຕ້ອງສົດໃສຢ່າງແນ່ນອນ”

ຄຳເວົ້າຂອງເອື້ອຍຈູດປະກາຍຄວາມຫວັງອັນແຮງກ້າໃຫ້ແກ່ວັນນີ ນາງຍິ້ມທັງຄິດໄປວ່ານາງຈະໄດ້ຊຸດນັກຮຽນໃໝ່ ມີເງິນຊື້ເຂົ້າໜົມກິນແຕ່ລະມື້ ແລະຂີ່ລົດຖີບກັບໝູ່ໄປຮຽນຢູ່ໂຮງຮຽນມັດທະຍົມສົມບູນບ້ານໂພນໝີ ເຊິ່ງໃກຈາກບ້ານຂອງນາງໜຶ່ງກິໂລແມັດ.

ພໍທັງສອງຢູ່ລໍ້ມາຮອດໜ້າເຮືອນກໍເຫັນຜູ້ຊາຍສີ່ຄົນມານັ່ງອ້ອມພໍ່ກັບແມ່ຢູ່ກ້ອງຕະລ່າງ ເມື່ອເອົາລໍ້ໄປມ້ຽນໄວ້ຂ້າງກອງຟືນ ນ້ອງວັນນີແລະສົມສີກໍຮູ້ວ່າແຂກທີ່ມາຫາແມ່ນຄະນະປົກຄອງບ້ານນັ້ນເອງ.
“ພວກເຮົາເຕືອນສອງສາມເທື່ອແລ້ວ ເທື່ອນີ້ເປັນເທື່ອທີສີ່ ສະນັ້ນ, ພວກເຮົາຈຳເປັນຕ້ອງປັບໃໝຕາມກົດລະບຽບຂອງບ້ານເມືອງ” ນາຍບ້ານເວົ້າ.
“ຊິເຮັດແນວໃດພວກເຮົາບໍ່ມີບ່ອນຖິ້ມ” ພໍ່ພະຍາຍາມອະທິບາຍ
“ຂ້ອຍບອກພວກເຈົ້າແລ້ວເດ້ ໃຫ້ເອົາໄປຖິ້ມຢູ່ກອງຂີ້ເຫຍື້ອໃຫຍ່ທີ່ເມືອງເພິ່ນຈັດໄວ້ໃຫ້ພຸ້ນ” ນາຍບ້ານເວົ້າຕໍ່
“ໄກແທ້ໄກວ່າ ພວກເຮົາຊິເອົາລົດມາແຕ່ໃສຂົນໄປຖິ້ມ” ແມ່ເວົ້າ
“ພວກເຈົ້າຕ້ອງຄິດຫາວິທີເອົາເອງ ຖ້າບໍ່ດັ່ງນັ້ນພວກເຈົ້າຊິບໍ່ໄດ້ເຮັດອາຊີບນີ້ອີກຕໍ່ໄປ” ຮອງນາຍບ້ານເວົ້າຂູ່
“ພວກເຈົ້າເຮັດກ້ວຍຕາກຂາຍ ຕຳໝາກຫຸ່ງ ພວກເຮົາບໍ່ຫ້າມ ແຕ່ບໍ່ໃຫ້ເອົາເປືອກກ້ວຍແລະເປືອກໝາກຫຸ່ງໄປຖິ້ມໃສ່ແຄມປ່າຂ້າງບ້ານ ເພາະມັນເນົ່າເໝັນແລະບໍ່ສະອາດງາມຕາ ຖ້າຂັ້ນເທິງລົງມາກວດ ພວກເຮົາຊິຖືກຕຳໜິ” ນາຍບ້ານພະຍາຍາມຊີ້ແຈງຕື່ມອີກ.

ນ້ອງວັນນີເຊິ່ງນັ່ງຟັງຢູ່ຂ້າງແມ່ ເຫັນສີໜ້າຄວາມກັງວົນໃຈຂອງພໍ່ແມ່ໄດ້ຢ່າງຊັດເຈນ ເບິ່ງຄືວ່າຄອບຄົວຂອງນາງເຮັດຄວາມຜິດຢ່າງຮ້າຍແຮງຈົນເຖິງຂັ້ນຈະຖືກຕັດຊ່ອງທາງທຳມາຫາກິນ
ຕອນຄໍ່າ ຫຼັງຈາກກິນເຂົ້າແລງວັນນີໄດ້ຍິນພໍ່ກັບມ່ນັ່ງລົມກັນ
“ຂ້ອຍວ່າເຮົາເອົາໃສ່ກະເປົາແລ້ວຈ້າງຄົນເອົາໃສ່ກົ້ນລົດຈັກຂົນໄປຖິ້ມກອງຂີ້ເຫຍື້ອໃຫຍ່ດີບໍ່?” ພໍ່ເວົ້າພ້ອມທັງພົ່ນຄວັນຢາສູບອອກຈາກປາກ.
“ໃຜຊິມາເຮັດ! ເຈົ້າວ່າຄ່ານໍ້າມູກນໍ້າມັນຊໍ່າໃດແລ້ວດຽວນີ້” ແມ່ເວົ້າ
“ຄັນຊັ້ນກໍມີແຕ່ຈ້າງຄົນຂົນໃສ່ກວຽນໄປຖິ້ມເທົ່ານັ້ນແຫຼະ”
“ໄກປານນັ້ນແມ່ນໃຜຊິຮັບເຮັດ”

ຄືນນັ້ນພໍ່ແລະແມ່ບໍ່ສາມາດຄິດຫາຊ່ອງທາງທີ່ຈະກຳຈັດເປືອກໝາກກ້ວຍແລະເປືອກໝາກຫຸ່ງໄດ້ເລີຍ
ຕອນເຊົ້າມື້ຕໍ່ມາ ນ້ອງວັນນີຍ່າງໄປໂຮງຮຽນເຊັ່ນເຄີຍ ເລື່ອງທີ່ເກີດຂຶ້ນເມື່ອວານນີ້ເໝືອກັບຝັນຮ້າຍ ທີ່ຫຼອກຫຼອນນາງຕະຫຼອດເວລາ ພໍ່ແມ່ຖືກປັບໃໝເປັນເງິນຫ້າສິບພັນກີບຍ້ອນບໍ່ປະຕິບັດລະບຽບການຮັກສາອະນາໄມໃນບ້ານ ນາງຄິດເປັນຫ່ວງຖ້າພໍ່ແມ່ບໍ່ສາມາດເຮັດໝາກກ້ວຍຕາກແລະຂາຍຕຳໝາກຫຸ່ງແລ້ວ ເພິ່ນຈະເອົາເງິນມາແຕ່ໃສມາສົ່ງເສຍໃຫ້ນາງຮຽນຕໍ່ມັດທະຍົມ ອະນາຄົດຂອງນາງຈະບໍ່ລົງເອີຍຄືກັນກັບເອື້ອຍບໍ?

ມື້ນັ້ນນາຍຄູປະຈຳຫ້ອງໄດ້ແຈ້ງໃຫ້ລູກສິດຮູ້ວ່າຈະມີອາຈານຜູ້ໜຶ່ງມາເວົ້າເລື່ອງຂີ້ກະເດືອນໃຫ້ນັກຮຽນຟັງ ພວກນັກຮຽນຕ່າງກໍຖົກຖຽງກັນຕ່າງໆ ນານາ ບາງຄົນວ່າຂີ້ກະເດືອນລ້າໆ ມີຫຍັງເປັນຕາໜ້າສົນໃຈ ເອົາວິດີໂອມາສາຍໃຫ້ເບິ່ງຊິບໍ່ດີກວ່າບໍ? ບາງຄົນພັດເວົ້າວ່າ “ບໍ່ແມ່ນມາແນະນຳວິທີເອົາຂີ້ກະເດືອນຕາມເບັດບໍນໍ່?”
ແຕ່ເມື່ອຊົ່ວໂມງນນັ້ນມາເຖິງ ນັກຮຽນທຸກຄົນກໍຕ້ອງແປກປະຫຼາດໃຈ ເພາະສິ່ງທີ່ພວກເຂົາຄາດເຖິງນັ້ນຜິດໝົດ ຫຼັງຈາກທີ່ເອົາໂຖແກ້ວບັນຈຸດິນແລະຂີ້ກະເດືອນອອກມາຢອງຢູ່ໜ້າໂຕະ ອາຈານຜູ້ນີ້ກໍເວົ້າວ່າ
“ມື້ນີ້ພວກເຮົາມາທຳຄວາມຮູ້ຈັກຂີ້ກະເດືອນຊະນິດໜຶ່ງ ເຊິ່ງແຕກຕ່າງຈາກຂີ້ກະເດືອນທີ່ພວກຫຼານເຄີຍເຫັນຕາມຫ້ວຍຮ່ອງຄອງບຶງຢູ່ບ້ານເຮົາ ຂ້ອຍເອີ້ນຂີ້ກະເດືອນຊະນິດນີ້ວ່າ “ຂີ້ກະເດືອນນ້ອຍມະຫັດສະຈັນ” ເພາະມັນເປັນຂີ້ກະເດືອນຮັກສາສິ່ງແວດລ້ອມ ມັນສາມາດກິນສິ່ງເສດເຫຼືອຈາກເຮືອນຄົວໄດ້ທຸກຢ່າງແລະກິນໄດ້ຫຼາຍໆກິໂລ ເປັນການຊ່ວຍກຳຈັດສິ່ງເສດເຫຼືອໃຫ້ໝົດໄປ ນອກຈາກນັ້ນຂີ້ຂອງມັນກໍເປັນຝຸ່ນບຳລຸງດິນປູກຜັກຂຶ້ນງາມຫຼາຍ”

ນັກຮຽນທຸກຄົນພາກັນມິດຕັ້ງອົກຕັ້ງໃຈຟັງ ເພາະມັນແມ່ນເລື່ອງໃໝ່ສຳລັບພວກເຂົາ ຄາວໜຶ່ງທ້າວແກ້ວຊຶ່ງນັ່ງຢູ່ແຖວຫຼັງຍົກມືຂຶ້ນຖາມ
“ອາຈານ ນ້ອງຂໍຖາມໄດ້ບໍ່?”
“ໄດ້ ຖາມແມ້!”
“ຂີ້ກະເດືອນນີ້ກິນໄດ້ທຸກຢ່າງບໍ່ອາຈານ?”
“ເປັນຄຳຖາມທີ່ດີ ຂີ້ກະເດືອນນີ້ສາມາດກິນຫຍ້າ ໃບໄມ້ ເສດຜັກ ເສດອາຫານ ແຕ່ບໍ່ກິນສານເຄມີ ນໍ້າມັນລົດ ໂລຫະ ແລະພລາສຕິກ”
ນ້ອງວັນນີທີ່ນັ່ງຢູ່ແຖວໜ້າຍໍມືຂຶ້ນ “ຫຼານຢາກຖາມຫຍັງຕື່ມ” ອາຈານເວົ້າ, “ອາຈານ! ມັນກິນເປືອກໝາກກ້ວຍກັບເປືອກໝາກຫຸ່ງໄດ້ບໍ?” ນ້ອງວັນນີຖາມ
“ໄດ້ແທ້ ມັນກິນທຸກຢ່າງທີ່ລະລາຍແບບທຳມະຊາດໄດ້ໝົດ ຍົກເວັ້ນສານເຄມີ ແລະສິ່ງທີ່ເປັນໂລຫະເນີ່ຫຼານເນີ່”
ຫຼັງຈາກນັ້ນອາຈານຍັງອະທິບາຍວິທີລ້ຽງແລະການເບິ່ງແຍງຮັກສາຢ່າງລະອຽດລະອໍ ວັນນີສົນໃຈຂີ້ກະເດືອນຊະນິດນີ້ຫຼາຍ ນາງຢາກລອງເອົາໄປລ້ຽງເພື່ອໃຫ້ມັນກິນເປືອກໝາກກ້ວຍແລະເປືອກໝາກຫຸ່ງຢູ່ເຮືອນ ເມື່ອໝົດຊົ່ວໂມງຮຽນແລ້ວ ວັນນີກໍຍ່າງໄປຫາແຂກທີ່ມາເລົ່າເລື່ອງຂີ້ກະເດືອນ.
“ອາຈານ ຫຼານຢາກໄດ້ຂີ້ກະເດືອນແນວນີ້ໄປລ້ຽງຢູ່ເຮືອນ ເອົາໃຫ້ຫຼານໄດ້ບໍ່ອາຈານ?” ວັນນີເວົ້າ
“ຫຼານສົນໃຈລ້ຽງຊັ້ນບໍ” ອາຈານຖາມ
“ແມ່ນແລ້ວອາຈານ ຄອບຄົວຫຼານເຮັດໝາກກ້ວຍຕາກແລະຕຳໝາກຫຸ່ງຂາຍ ພວກເຮົາບໍ່ມີບ່ອນເອົາເປືອກໄປຖິ້ມ ຖືກທາງບ້ານເພິ່ນປັບໃໝ”
ອາຈານຫຼຽວເບິ່ງໜ້າວັນນີເປັນຕາໜ້າຮັກແລະໜ້າສົງສານ
“ຢູ່ເຮືອນອາຈານມີຫຼາຍຢູ່ ແຕ່ມື້ນີ້ອາຈານເອົາມາແຕ່ທໍ່ນີ້ປະມານໜຶ່ງກະໂລ ຖ້າຫຼານສົນໃຈແທ້ເອົາຊໍ່ານີ້ໄປລ້ຽງກ່ອນກະໄດ້” ອາຈານເວົ້າພ້ອມທັງຍື່ນກວດທີ່ບັນຈຸຂີ້ກະເດືອນໃຫ້ນ້ອງວັນນີ
“ລາຄາທໍ່ໃດອາຈານ?”
“ຖ້າເວົ້າເລື່ອງລາຄາມັນແພງເດີຫຼານ ເພາະເປັນພັນທີ່ເອົາມາຈາກຕ່າງປະເທດ ເອົາຈັ່ງຊີ້ສາ ເຮົາມາແລກປ່ຽນກັນ ຫຼານເອົາໝາກກ້ວຍຕາກມາໃຫ້ອາຈານສອງກິໂລໄດ້ບໍ?”
“ເອົາແນວນັ້ນກໍໄດ້ ມື້ໜ້າຫຼານກະເອົາໝາກກ້ວຍຕາກມາໃຫ້ອາຈານສອງກິໂລ”
ຫຼັງຈາກນັ້ນແຂກຄົນນີ້ກໍໄດ້ໃຫ້ຄຳແນະນຳເພິ່ມເຕີມແກ່ນ້ອງວັນນີ ພໍໂຮງຮຽນເລີກນ້ອງວັນນີກໍຟ້າວຖືເອົາກວດແກ້ວກັບເມືອເຮືອນ
“ວັນນີ ນ້ອງເອົາຫຍັງມາ?” ເອື້ອຍສົມສີຖາມ ເມື່ອວັນນີຍ່າງເຂົ້າປະຕູເຮືອນ

“ຂີ້ກະເດືອນ” ວັນນີຕອບ
“ເອົາຂີ້ກະເດືອນມາເຮັດຫຍັງ?”
“ເອົາມາລ້ຽງໃຫ້ມັນກິນເປືອກໝາກກ້ວຍແລະເປືອກໝາກຫຸ່ງ”
“ແມ່ນໃຜບອກນ້ອງ”
“ອ້າຍຄູມີແຕ່ໜອງບົວທອງໃຕ້ ເພິ່ນມາເວົ້າເລື່ອງຂີ້ກະເດືອນແລ້ວເພິ່ນເອົາໃຫ້ນ້ອງມາລ້ຽງລອງເບິ່ງ”
“ເອື້ອຍບໍ່ເຄີຍໄດ້ຍິນຈັກເທື່ອມັນແມ່ນແທ້ຫວະ?”
“ເພິ່ນເອີ້ນມັນວ່າຂີ້ກະເດືອນມະຫັດສະຈັນ ເອົາມາແຕ່ປະເທດໂຮນລັງວ່າຊັ້ນ ເພິ່ນໃຫ້ນ້ອງເອົາໝາກກ້ວຍຕາກປ່ຽນເອົາສອງກິໂລ”

ນ້ອງວັນນີຈື່ຈຳຄຳແນະນຳທຸກຢ່າງຂອງອ້າຍຄູຄົນນັ້ນໄດ້ເປັນຢ່າງດີ ນາງເອົາຖັງເປົ່າຕັດເຄິ່ງທີ່ພໍ່ປະໄວ້ຫຼັງເຮືອນມາເຈາະເປປັນຮູນ້ອຍໆສອງສາມຮູ ເພື່ອລະບາຍອາກາດແລ້ວເອົາດິນມາໃສ່ພື້ນໜ້າສິບເຊັນ ເອົາຂີ້ກະເດືອນຢາຍໃສ່ ແລ້ວຫົດນໍ້າໃຫ້ຈົນທົ່ວ ຫຼັງຈາກນັ້ນກໍເອົາເປືອກໝາກກ້ວຍແລະເປືອກໝາກຫຸ່ງມາຢາຍໃສ່ປະມານສິບກິໂລ ເອື້ອຍສົມສີເບິ່ງການກະທຳຂອງນ້ອງສາວດ້ວຍຄວາມສົງໄສແລະບໍ່ແນ່ໃຈ.
“ມັນຊິກິນບໍ່ນໍ່?” ເອື້ອຍສົມສີເວົ້າດ້ວຍນໍ້າສຽງສົງໄສ
“ປະໄວ້ແນວນນີ້ແຫຼະ ມື້ອື່ນຄ່ອຍມາເບິ່ງ” ວັນນີເວົ້າພ້ອມທັງເອົາແຕະໄມ້ເຮ້ຍມາປົກປາກຖັງໄວ້

ມື້ຕໍ່ມາແມ່ນວັນເສົາ ວັນນີຕື່ນແຕ່ເຊົ້າໆ ຟ້າວແລ່ນໄປເປີດຝາປົກຖັງ ນາງປະຫຼາດໃຈທີ່ເຫັນເປືອກໝາກກ້ວຍແລະເປືອກໝາກຫຸ່ງ ວາບລົງເຄິ່ງໜຶ່ງ
“ເອື້ອຍສົມສີ! ເອີ້ຍສົມສີມາເບິ່ງນີ້ດູ້!” ນ້ອງວັນນີຮ້ອງສຽງດັງທັງເອົາມືກວັກເອີ້ນເອື້ອຍດ້ວຍຄວາມດີໃຈ.
“ມີເລື່ອງຫຍັງ ອີ່ວັນນີ ມືງຄືມາຮ້ອງສຽງດັງແຕ່ເຊົ້າແທ້” ແມ່ຢູ່ເຮືອນຄົວຮ້ອງມາໃສ່.
ເມື່ອສົມສີກົ້ມເບິ່ງໃນຖັງ ນາງບໍ່ເຊື່ອສາຍຕາຂອງຕົນເອງ ນາງເບີກຕາກວ້າງເບິ່ງກໍຮ້ອງຂຶ້ນວ່າ
“ໂອໂຮ້ ມັນກິນໄດ້ເຄິ່ງໜຶ່ງພຸ້ນນາ! ແມ່ໆ ມາເບິ່ງນີ້ແມ່”
ແມ່ຟ້າວຍ່າງອອກມາຈາກເຮືອນຄົວມາຫາຖັງບ່ອນທີ່ສອງເອື້ອຍນ້ອງຢືນຢູ່
“ສູເອົາເປືອກໝາກກ້ວຍເປືອກໝາກຫຸ່ງມາໃສ່ໃນຖັງນີ້ເຮັດຫຍັງ ມັນຊິເນົ່າເໝັນໄດ ຈັກໜ້ອຍທາງບ້ານເພິ່ນຊິມາຮ້າຍກູອີກ”
“ບໍ່ແມ່ນໄດແມ່! ນາຍຄູເອົາຂີ້ກະເດືອນໃຫ້ວັນນີມາລ້ຽງ ເພື່ອໃຫ້ມັນກິນຂອງເສດເຫຼືອ ມັນລອງເອົາເປືອກໝາກກ້ວຍເປືອກໝາກຫຸ່ງໃຫ້ມັນກິນເບິ່ງ ມື້ວານນີ້ເອົາໃຫ້ມັນກິນກອງບັກໃຫຍ່ ມື້ນີ້ເຫຼືອແຕ່ເຄິ່ງດຽວ ເບິ່ງແມ້ ແມ່” ເອື້ອຍສົມສີອະທິບາຍ.
“ມັນແມ່ນຂີ້ກະເດືອນນ້ອຍມະຫັດສະຈັນ ສົມກັບຄຳອາຈານເວົ້າອິຫຼີ ເພິ່ນວ່າມັນແພ່ໄວຫຼາຍ ບໍ່ພໍເດືອນພວກເຮົາກໍຈະໄດ້ຂີ້ກະເດືອນເພິ່ມຂຶ້ນເທົ່າໂຕ ຕໍ່ຈາກນັ້ນພວກເຮົາກໍລ້ຽງມັນໃສ່ຖັງ ໃສ່ຄຸ ໃສ່ຊາມ ຫຼືຮາງໄມ້ກໍໄດ້” ນ້ອງວັນນີເວົ້າ.
“ຄັນຊັ້ນກະດີລະຕີ໋ ລ້ຽງໃຫ້ມັນແພ່ຫຼາຍໆ ໃຫ້ມັນກິນເປືອກໝາກກ້ວຍແລະເປືອກໝາກຫຸ່ງ ບາດນີ້ພວກເຮົາກໍຊິບໍ່ມີບັນຫາແລ້ວ” ແມ່ເວົ້າດ້ວຍໃບໜ້າຍິ້ມແຍ້ມ.
“ເບິ່ງແມ້ແມ່ ວັນນີ້ມັນຟ້າວມາເບິ່ງຂີ້ກະເດືອນຈົນລືມລ້າງໜ້າ ຂີ້ຕາຍັງຕິດຂົນຕາຢູ່” ສົມສີເວົ້າຢອກນ້ອງ ທັງເອົາມືຊີ້ໃສ່ໜ້ານ້ອງ ຈົນວັນນີໜ້າແດງ ແລ້ວເອົາກຳປັ້ນຕີແຂນເອື້ອຍຄ່ອຍໆ

ສົມສີແລະວັນນີເອົາໃຈໃສ່ເບິ່ງແຍງຂີ້ກະເດືອນພວກນາງຈະຄອຍລະມັດລະວັງບໍ່ໃຫ້ມີມົດ ແມງໄມ້ ຫຼືໜູມາລົບກວນ ສອງສາມມື້ໃດຈະຮົດນໍ້າເພື່ອໃຫ້ດິນຢູ່ພື້ນຖັງຊຸ່ມ ເມື່ອໃດເປືອກໝາກກ້ວຍແລະເປືອກໝາກຫຸ່ງຢູ່ໃນຖັງໃກ້ຈະໝົດແລ້ວ ພວກນາງຈະເອົາມາໃສ່ໃໝ່ບໍ່ໃຫ້ຂາດ.
ສອງສາມເດືອນຜ່ານໄປຂີ້ກະເດືອນນ້ອຍມະຫັດສະຈັນໄດ້ອອກແມ່ແພ່ລູກເປັນຈຳນວນຫຼວງຫຼາຍ ພໍ່ຂອງວັນນີໄດ້ຂໍຖັງເປົ່າທີ່ຖິ້ມແລ້ວຂອງຄົນຢູ່ໃກ້ຄຽງມາໃສ່ຕື່ມເປັນສີ່ຫ້າຖັງ ເຮັດໃຫ້ຈຳນວນເປືອກໝາກກ້ວຍແລະເປືອກໝາກຫຸ່ງທີ່ບໍ່ມີບ່ອນຖິ້ມນັ້ນຫຼຸດລົງຢ່າງຫຼວງຫຼາຍ.

“ຈັ່ງແມ່ນເທວະດາມາໂຜດ ຄວາມຈິງເອົາໝາກກ້ວຍຕາກສອງກິໂລແລກເອົາຂີ້ກະເດືອນໂລໜຶ່ງບໍ່ກຸ້ມດອກລູກ! ເອົາໄປໃຫ້ເພິ່ນຕື່ມອີກ ຫ້າກິໂລເດີລູກ!” ພໍ່ເວົ້ານຳວັນນີ ເວລານັ່ງກິນເຂົ້ານຳກັນ.

ມື້ໜຶ່ງຄະນະບ້ານໄດ້ລົງກວດກາເບິ່ງຄວາມສະອາດຂອງບ້ານ ເມື່ອມາຮອດເຮືອນຂອງວັນນີ ທາງຄະນະບ້ານກໍແປກປະຫຼາດໃຈ ທີ່ບໍ່ເຫັນເປືອກໝາກກ້ວຍແລະເປືອກໝາກຫຸ່ງກອງກັນຢູ່ໜ້າເຮືອນຄືແຕ່ກ່ອນ.
“ພວກເຈົ້າເອົາເປືອກໝາກກ້ວຍແລະເປືອກໝາກຫຸ່ງໄປໄວ້ໃສ?” ນາຍບ້ານຖາມພໍ່ວັນນີ
“ເອົາໃຫ້ຂີ້ກະເດືອນກິນທຸກມື້” ພໍ່ວັນນີຕອບ
“ຂ້ອຍຄືບໍ່ເຄີຍໄດ້ຍິນຈັກເທື່ອ” ຮອງນາຍບ້ານເວົ້າ
“ຢູ່ໃສ ຂໍເບິ່ງແດ່ດູ້” ນາຍບ້ານເວົ້າ
ພໍ່ວັນນີພາຄະນະບ້ານຍ່າງໄປທາງຫຼັງເຮືອນແລ້ວເປີດຝາຖັງທີ່ຮຽງຕິດກັນອອກ ຄະນະບ້ານແຕ່ລະຄົນຕ່າງກໍສົນໃຈແລະຖາມພໍ່ວັນນີວ່າ
“ແມ່ນໃຜມາແນະນຳໃຫ້ລ້ຽງ?”
“ນາຍຄູຢູ່ໂຮງຮຽນເອົາມາໃຫ້ອີ່ນ້ອຍມັນກໍເລີຍລອງມາລ້ຽງເບິ່ງ ເຫັນວ່າໄດ້ຜົນກໍເລີຍລ້ຽງໃຫ້ມັນຂະຫຽາຍ” ພໍ່ຕອບພ້ອມທັງເອົາມືລູບຫົວວັນນີທີ່ຢືນຢູ່ຂ້າງໆ
“ເດັກນ້ອຍສະໄໝນີ້ສະຫຼາດຫຼາຍ ມີແນວດີໆ ມາແນະນຳໃຫ້ພໍ່ແມ່ ເກັ່ງຫຼາຍຫຼານ ຮຽນໜັງສືໃຫ້ເກັ່ງໆ ໃຫຽ່ມາຈະເຮັດວຽກສ້າງສາບ້ານເມືອງຊ່ວຍເພິ່ນ” ນາຍບ້ານເວົ້ານຳນ້ອງວັນນີ ເຮັດໃຫ້ທຸກຄົນຢືນຢຸ່ຫັ້ນແນມມາເບິ່ງໜ້າວັນນີພຽງຄົນດຽວ ນ້ອງວັນນີຍິ້ມແບບອາຍໆເລັກນ້ອຍ ທັງເອົາແຂນມາກອດແອວພໍ່.
—-**—-

*ກ່າຍຈາກ: ປຶ້ມໂຮມເລື່ອງສັ້ນ ບັນຫາສິ່ງແວດລ້ອມທາງທຳມະາດ “ຝັນເຫັນອະດີດ”
ຂຽນໂດຍ: ປະກາຍເພັດ
ບັນນາທິການ: ແສງພູໄຊ ອິນທະວີຄຳ, ໂອທອງ ຄຳອິນຊູ
ພິມຄັ້ງທີ 1 ປີ 2004

ບົດຄວາມຫຼ້າສຸດ

ແຂວງວຽງຈັນ ປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ 163 ຄົນ

ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ 2024 ຄົບຮອບ 49 ປີ ປະທານປະເທດແຫ່ງ ສປປ ລາວ ອອກລັດຖະດໍາລັດ ວ່າດ້ວຍການໃຫ້ອະໄພຍະໂທດ ໃຫ້ແກ່ນັກໂທດທົ່ວປະເທດ...

ສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ ບັນຫາລາຄາມັນຕົ້ນຕົກຕໍ່າເພື່ອຊ່ວຍປະຊາຊົນ

ໃນໂອກາດດຳເນີນກອງປະຊຸມກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24 ທັນວາ 2024, ທ່ານ ຂັນທີ ສີວິໄລ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ...

ປະທານປະເທດ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ

ວັນທີ 19 ທັນວາ 2024 ທີ່ຫ້ອງວ່າການສູນກາງພັກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຫງວ້ຽນ ຫ໋າຍ ນິງ ລັດຖະມົນຕີກະຊວງຍຸຕິທຳ...

ອັດຕາແລກປ່ຽນດີຂຶ້ນ ແຕ່ລາຄາສິນຄ້າບໍ່ຍອມລົງ ຕ້ອງຫາວິທີແກ້ໄຂແນວໃດ?

ທ່ານ ນາງ ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24...