spot_img
Homeວິທະຍາສາດ-ວິທະຍາການນັກວິໄຈຊາວຍີ່ປຸ່ນສຳເລັດການຄິດຄົ້ນໄຂ່ໄກ່ທີ່ມີສານຕ້ານມະເຮັງຜິວໜັງແລະ ໂຣກຕັບອັກເສບ

ນັກວິໄຈຊາວຍີ່ປຸ່ນສຳເລັດການຄິດຄົ້ນໄຂ່ໄກ່ທີ່ມີສານຕ້ານມະເຮັງຜິວໜັງແລະ ໂຣກຕັບອັກເສບ

Published on

ນັກວິໄຈທີ່ສະຖາບັນວິທະຍາສາດ ແລະ ເທັກໂນໂລຢີແຫ່ງຊາດຂອງຍີ່ປຸ່ນ (AIST) ປະສົບຄວາມສຳເລັດໃນການເຮັດໃຫ້ໄກ່ອອກໄຂ່ທີ່ປະກອບດ້ວຍສານ “ອິນເຕີເຟີຣອນເບຕ້າ” ທີ່ສາມາດຮັກສາໂຣກມະເຮັງຜິວໜັງ ແລະ ໂຣກຕັບອັກເສບ

ອິນເຕີເຟີຣອນເບຕ້າ ເປັນໂປຣຕິນຊະນິດໜຶ່ງທີ່ຮ່າງກາຍສ້າງຂຶ້ນມາເພື່ອກຳຈັດເຊື້ອໂຣກໂດຍສະເພາະຢ່າງຍິ່ງເຊື້ອໄວຣັສປັດຈຸບັນມີການນຳເອົາອິນເຕີເຟີຣອນເບຕ້າມາໃຊ້ເປັນຢາເພື່ອຮັກສາໂຣກໄວຣັສຕັບອັກເສບບີ ແລະ ໂຣກໄວຣັສອັກເສບຕັບຊີຊະນິດຊ້ຳເຮື້ອ ເຊິ່ງຢາອິນເຕີເຟີຣອນມີຜົນທັງຂ້າໄວຣັສ ແລະ ຄວບຄຸມລະດັບພູມຄຸ້ມກັນຕ້ານທານໂຣກຂອງຜູ້ປ່ວຍ ແຕ່ເປັນຢາທີ່ມີລາຄາແພງ

ນັກວິໄຈໄດ້ເຮັດການດັດແປງພັນທຸກຳເຊລເລີ່ມຕັ້ງແຕ່ໃນສະເປີມຂອງໄກ່ໃຫ້ຜະລິດສານອິນເຕີເຟີຣອນເບຕ້າ ຈາກນັ້ນນຳເຊລທີ່ຜ່ານການດັດແປງພັນທຸກຳໃນໄຂ່ທີ່ເປັນລູກໄກໂຕຜູ້ ຫຼັງຈາກໄກ່ໂຕຜູ້ທີ່ໄດ້ດັດແປງພັນທຸກຳໄປປະສົມພັນກັບໄກ່ໂຕແມ່ ຜ່ານໄປ 2-3 ຮຸ່ນ ນັກວິໄຈພົບວ່າໃນໄຂ່ຂາວຂອງລູກໄກ່ມີສານອິນເຕີເຟີຣອນເບຕ້າຢູ່ນຳ ປັດຈຸບັນມີໄກ່ໂຕແມ່ 3 ໂຕ ທີ່ອອກໄຂ່ພິເສດນີ້ທຸກ 1-2 ວັນ

ໃນອານາຄົດທີມວິໄຈມີແຜນທີ່ຈະຜະລິດສານອິນເຕີເຟີຣອນເບຕ້າຈຳນວນລາຍສິບເຖິງໜຶ່ງຮ້ອຍມິລິກຣາມ ເຊິ່ງເຮັດໃຫ້ຕົ້ນທຶນການຜະລິດສານອິນເຕີເຟີຣອນເບຕ້າຫຼຸດລົງຢ່າງມະຫາສານ ແລະ ນັ້ນຄືຈຸດປະສົງຫຼັກຂອງໂຄງການວິໄຈນີ້.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...