Homeຂ່າວຕ່າງປະເທດເສິກຫຼັງບ້ານທຳນຽບຂາວ! ເມຍເກົ່າທຣັມບອກຂ້ອຍຄື first lady ເມຍປັດຈຸບັນຕອບກັບທັນທີ

ເສິກຫຼັງບ້ານທຳນຽບຂາວ! ເມຍເກົ່າທຣັມບອກຂ້ອຍຄື first lady ເມຍປັດຈຸບັນຕອບກັບທັນທີ

Published on

ເມື່ອວັນທີ 10 ຕຸລາ 2017ທີ່ຜ່ານມາ ເອເອຟພີລາຍງານການຕອບໂຕ້ຂອງທ່ານນາງ ເມລາເນຍ ທຣັມ ສຸພາບສະຕີໝາຍເລກ 1 ແລະ ເປັນພັນລະຍາຄົນປັດຈຸບັນຂອງປະທານາທິບໍດີ ໂດນັລ ທຣັມ ຜູ່ນຳສະຫະລັດອາເມລິກາ ຕໍ່ທ່ານ ນາງ ອິວານາ ທຣັມ ໄວອາຍຸ 68 ປີ ອະດີດພັນລະຍາຄົນທຳອິດຂອງປະທານາທິບໍດີ ທຣັມວ່າ ໂຄສົກຂອງທ່ານນາງ ເມລາເນຍກ່າວວ່າ ທ່ານນາງ ອິວານາ ພະຍາຍາມເຊຍຕົວເອງ ແລະ ຮຽກຮ້ອງຄວາມສົນໃຈຈາກສາທາລະນະຊົນ ຫຼັງທ່ານນາງ ອິວານາ ກ່າວຕິດຕະລົກກັບຜູ້ສື່ຂ່າວ ໂດຍຫຼິ້ນຄຳວ່າຕົນເປັນ first lady (ຂອງທຣັມ) ຢູ່ແລ້ວ ເພາະເຄີຍເປັນພັນລະຍາຄົນທຳອິດ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ.

ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນຊາການປ້ອງກັນທີຕັ້ງ ໄດ້ເຂົ້າ ມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ,...

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...