spot_img
Homeຂ່າວທ້ອງຖິ່ນນຳເຂົ້າພາຫະນະຍົກເວັ້ນພາສີກັບຂຶ້ນທະບຽນເປັນຂອງບຸກຄົນ ຍັງເປັນບັນຫາທີ່ຕ້ອງແກ້ໄຂ

ນຳເຂົ້າພາຫະນະຍົກເວັ້ນພາສີກັບຂຶ້ນທະບຽນເປັນຂອງບຸກຄົນ ຍັງເປັນບັນຫາທີ່ຕ້ອງແກ້ໄຂ

Published on

ອົງການ​ກວດກາ​ລັດຖະບານ ແລະ ອົງການ​ກວດ​ສອບ​ແຫ່ງ​ລັດ ໄດ້​ເປັນ​ເຈົ້າ​ການ​ຢ່າງ​ຕັ້ງໜ້າ​ເຂົ້າໃນ​ການຈັດຕັ້ງ​ປະຕິບັດ ​ວຽກ​ງານວິຊາ​ສະເພາະ​ຂອງ​ຕົນ ດ້ວຍຄວາມ​ຮັບຜິດຊອບ​ສູງ ແລະ ແນໃສ່​ເຮັດ​ໃຫ້ການ​ປະຕິບັດ​ວຽກງານ​ກວດກາ-ກວດ​ສອບ ມີຄວາມ​ເຂັ້ມແຂງ ຖືກຕ້ອງ ແລະ ສອດຄ່ອງ​ກັບ​ການ​ພັດທະນາ​ເສດຖະ​ກິດ-ສັງຄົມ ປັດຈຸບັນ ທັງ​ສອງອົງການ​ໄດ້​ຮ່ວມ​ກັນ​ເພີ່ມ​ທະວີ ການ​ຮ່ວມ​ມື​ສອງ​ຝ່າຍ​ຫຼາຍ​ຂຶ້ນ ໂດຍ​ສະເພາະແມ່ນ​ການ​ເພີ່ມຂີດ​ຄວາມ​ສາມາດ​ທາງ​ດ້ານ​ວຽກງານ ການ​ປະສານ​ງານ ແນໃສ່ໃຫ້​ຂັ້ນ​ຕອນ​ການ​ປະຕິບັດ​ວຽກງານ​ຕົວ​ຈິງ​ມີ​ຄວາມ​ຖືກຕ້ອງ ວ່ອງໄວ ປອດ​ໃສ ແລະ ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ໄລຍະ​ໃໝ່​ຂອງ​ພັກ-ລັດ​ຖະບານ​ວາງ​ອອກ​ເປັນ​ກ້າວໆ.

ສົກ​ປີ 2014-2015 ການ​ຈັດຕັ້ງ​ປະຕິບັດ​ວຽກ​ງານ​ກວດກາຕາມ​ຜົນ​ການ​ກວດ​ສອບ ເຫັນ​ວ່າມີ​ຫຼາຍ​ໂຄງການຫຼາຍ​ໜ້າ​ວຽກໄດ້​ຮັບ​ການ​ກວດກາ-ກວດ​ສອບຢ່າງ​ຈິງ​ຈັງ ເປັນຕົ້ນແມ່ນ​ ໂຄງການ​ກໍ່ສ້າງ​ສູນ​ພັດທະນາ​ສີມືແຮງ​ງານ ຢູ່​ແຂວງ​ຈຳປາ​ສັກ ມູນຄ່າ 19 ຕື້​ກີບ ເປັນ​ໂຄງການ​ທີ່​ປະມູນ​ບໍ່​ຖືກ​ລະບຽບ ໂດຍ​ເຈົ້າ​ຂອງໂຄງການ​ປະມູນ​ຍ່ອຍ​ຫຼາຍ​ຄັ້ງ ແຕ່​ບໍລິສັດ​ດຽວເປັນ​ຜູ້​ຊະນະ​ປະມູນ ໂຄງການ​ນອກ​ແຜນ​ຢູ່​ແຂວງອັດ​ຕະ​ປື ຈຳນວນ 62 ໂຄງການ ມູນ​ຄ່າ​ຕາມ​ສັນຍາ 121,53 ຕື້ກີບ ຊຳລະ​ແລ້ວ 91 ຕື້​ກວ່າ​ກີບ ຍັງ​ຄ້າງ​ຊຳລະ 30 ຕື້​ກວ່າ​ກີບ ການ​ຂຶ້ນ​ທະບຽນ ຫົວໜ່ວຍ​ທຸລະກິດ​ຂອງ​ຂະແໜງ​ສ່ວຍ​ສາ​ອາກອນ ແລະ ຂະແໜງການ​ຄ້າ​ທີ່ເຫັນ​ວ່າ ສະຖິຕິ​ຫົວໜ່ວຍ​ທຸລະ​ກິດບໍ່​ກົງ​ກັນ ເຊິ່ງ​ປັດຈຸບັນ ໄດ້​ປະສານ​ສົມທົບ​ກັບ​ກະຊວງ​ການ​ເງິນ ແລະ ທ້ອງຖິ່ນ ກຳລັງ​ດຳເນີນການ​ເກັບ​ກຳ​ຂໍ້​ມູນ​ຄືນໃໝ່​ໃນຂອບ​ເຂດ​ທົ່ວ​ປະເທດ ກວດກາການ​ຍົກເວັ້ນ​ພາສີ-ອາກອນ​ນຳເຂົ້າ-ສົ່ງ​ອອກ​ສິນຄ້າ​ຂອງ​ບັນດາດ່ານ​ທົ່ວ​ປະເທດ ຕົວ​ເລກ​ນຳ​ເຂົ້າ-ສົ່ງ​ອອກ​ສິນຄ້າ​ຍົກເວັ້ນ​ພາສີ-ອາກອນ​ຕົວ​ຈິງ​ນຳ​ກົມ​ອາກອນທັງ​ໝົດ 2.698,49 ຕື້​ກີບ ສົມທຽບໃສ່​ຕົວ​ເລກ​ຜົນ​ການ​ກວດສອບ​ສົ່ງ​ໃຫ້ 2.407,28 ຕື້​ກີບ ຜິດ​ດ່ຽງເພີ່ມ​ຂຶ້ນ 29,21 ຕື້​ກີບ ສາເຫດ​ເນື່ອງ​ຈາກ​ຍັງ​ມີ​ຕົວ​ເລກການ​ຍົກເວັ້ນ​ພາສີ-ອາກອນ ບາງ​ລາຍການ​ທີ່​ກົມ​ພາສີ​ສະຫຼຸບເຂົ້າ​ບໍ່​ທັນ​ໝົດ ເຊັ່ນ: ການ​ຍົກເວັ້ນ​ພາສີ-ອາກອນ ສົ່ງ​ອອກ​ຝຸ່ນ ຖ່ານ​ຫີນ ທາດ​ລະເບີດ ແລະ ສານ​ເຄ​ມີ ເປັນຕົ້ນ ພ້ອມ​ນັ້ນ ການຈັດຕັ້ງ​ປະຕິບັດ​ວຽກ​ງານກວດກາ-ກວດ​ສອບ ກ່ຽວ​ກັບການ​ນຳ​ເຂົ້າ​ພາຫະນະ​ຂອງ 6 ກະຊວງ ຈຳນວນ 92 ຄັນ ຄ່າຍົກເວັ້ນ​ພາສີ-ອາກອນ 28,16 ຕື້​ກີບ ເຫັນ​ວ່າ​ພາຫະນະ​ສ່ວນຫຼາຍ ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ຈັດຕັ້ງ​ປະຕິບັດ​ວຽກ​ງານ​ຂອງ​ພາກລັດ ແຕ່​ຍັງ​ມີ​ພາຫະນະ​ຈຳນວນ 4 ຄັນ ໄດ້​ຖືກ​ສວຍໂອກາດ ສວຍໃຊ້​ຂຶ້ນ​ທະບຽນ​ເປັນ​ຂອງ​ບຸກຄົນ ເຊິ່ງ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ ອົງການ​ກວດກາ ແລະ ອົງການກວດ​ສອບ ໄດ້​ເອົາໃຈໃສ່​ຄົ້ນຄວ້າ-ປັບປຸງ​ຄືນ​ການ​ປະຕິບັດ​ວຽກງານ​ດັ່ງກ່າວ​ຢ່າງ​ເຂັ້ມ​ງວດ ແລະ ສອດຄ່ອງ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...