spot_img
Homeຊີວິດແລະຄວາມຮັກການຖືກຕຳໜິ ເຮົາຈະໄດ້ຫຼາຍກວ່າຄວາມເຈັບໃຈ

ການຖືກຕຳໜິ ເຮົາຈະໄດ້ຫຼາຍກວ່າຄວາມເຈັບໃຈ

Published on

Yad Bhatti ນັກການຕະຫຼາດດິຈິຕອນຊາວອາເມລິກາ ເລົ່າເຖິງປະສົບການການເຮັດວຽກຂອງເຂົາວ່າ ໄລຍະທຳອິດທີ່ເຮັດວຽກ ເຈົ້ານາຍຂອງເຂົາຍ່າງເຂົ້າມາຫາຫຼັງຈາກທີ່ຫາກໍນຳສະເໜີງານໄປ ແລະເວົ້າວ່າ “ເຈົ້າເຮັດໃຫ້ຄົນຟັງເຫງົານອນ” ເຂົາຕົກໃຈກັບຄຳເວົ້ານັ້ນ ເພາະໝັ້ນໃຈມາຕະຫຼອດວ່າ ຕົນເອງນຳສະເໜີໄດ້ດີ ເວົ້າຈາຄ່ອງແຄ້ວ ຈະແຈ້ງ ແລະບໍ່ເຄີຍອ່ານສະໄລ້ເລີຍ ຄຳຄິດເຫັນຈາກເຈົ້ານາຍຄາໃຈເຂົາຢູ່ຕໍ່ມາ ຈົນໄດ້ທົບຄວນຕົນເອງໃໝ່ ເຈົ້ານາຍແນະນຳໃຫ້ Bhatti ອັດສຽງໂຕເອງຕອນທີ່ກຳລັງນຳສະເໜີຢູ່ ຈຶ່ງເຮັດໃຫ້ເຂົາພົບວ່າ ເຂົາເວົ້າເປັນຕາເບື່ອແທ້ໆ ນໍ້າສຽງສະເໝີ ແລະເບິ່ງຂາດຄວາມໝັ້ນໃຈກວ່າທີ່ຄິດເລີຍ.

ບໍ່ມີໃຜມັກໃຫ້ໃຜມາເວົ້າໃຫ້ຕົນເອງວ່າ ຍັງບໍ່ດີຫຼືບໍ່ພ້ອມພຽງພໍ ເພາະແບບນັ້ນການໄດ້ຮັບຄວາມຕຳໜິວິຈານຈຶ່ງເຮັດໃຫ້ເຮົາເຈັບໃຈ ຫຼືຮູ້ສຶກບໍ່ດີໄດ້ເປັນເລື່ອງປົກກະຕິ ແຕ່ມັນກໍອາດຈະເປັນສັນຍານວ່າ ເຈົ້າກຳລັງຕ້ອງການມັນຢູ່ກໍໄດ້. ດັ່ງນັ້ນ, ເຮົາຈຶ່ງບໍ່ຄວນຫຼີກລ່ຽງຄຳຕິຊົມຫຼືຄຳວິຈານໄປທັງໝົດ.

ສະກັອດ ຮາບຟອດ ຜູ້ຂຽນໜັງສື Be a Shortcut: The Secret Fast Track to Business Success ໄດ້ກ່າວໄວ້ວ່າ “ຄຳຕິຊົມຫຼືຄຳວິຈານນັ້ນ ຄືສິ່ງວັດແທກວ່າເຮົາຄວນປັບປຸງ ແຕ່ມັນມັກຈະທຳຮ້າຍຄວາມຮູ້ສຶກຂອງເຮົາໄປພ້ອມ” ໂດຍທຳມະຊາດແລ້ວສະໝອງ ຈະຫລິ້ນຕະຫຼົກກັບເຮົາໂດຍການເບິ່ງວ່າ ການວິຈານຄືການຄຸກຄາມ ທັງທີ່ມັນເປັນໂອກາດທີ່ດີໃນການຮຽນຮູ້ ເຊິ່ງທ່ານກໍນ່າຈະຮູ້ຢູ່ແລ້ວ ພຽງແຕ່ບໍ່ອາດຈະທຳໃຈຍອມຮັບໄດ້ ທ່ານຢາກພັດທະນາຕົນເອງ ແຕ່ກໍຢາກໃຫ້ຄົນອື່ນຍອມຮັບວ່າ ຕົນເອງມີຄວາມສາມາດພຽງພໍແລ້ວ.

ຖ້າບໍ່ມີຄຳແນະນຳ ເຮົາກໍຈະເຮັດຜິດພາດຊໍ້າຊາກຢູ່ແນວນັ້ນ ຫົວໜ້າຈຶ່ງຄວນຕິຊົມພະນັກງານໃນເລື່ອງເລັກໆນ້ອຍໆ ໃຫ້ຖີ່ຂຶ້ນເພື່ອບໍ່ໃຫ້ພວກເຂົາຮູ້ສຶກຄືຖືກຄຸກຄາມ ແຕ່ກໍມີຫຼາຍເທື່ອທີ່ຄົນເຮົາມັກກັງວົນເກີນໄປວ່າ ການຕຳໜິສ່ອງແສງຢ່າງກົງໄປກົງມາອາດຈະສ້າງຄວາມຕຶງຄຽດໃນບ່ອນເຮັດວຽກໄດ້.

ການວິຈານ ຄື ເຄື່ອງມືອັນຊົງພະລັງທີ່ຄົນສ່ວນຫຼາຍເບິ່ງຂ້າມໄປ ໂຈເຊບ ໂຟກແມນ ນັກສະຖິຕິດ້ານພຶດຕິກຳ ໄດ້ສຶກສາຜູ້ນຳຈຳນວນ 22,719 ຄົນ ແລະພົບວ່າ 10% ຂອງຜູ້ຈັດການທີ່ຕິຊົມພະນັກງານໜ້ອຍທີ່ສຸດ ລ້ວນມີຄວາມສົນໃຈຕໍ່ອົງກອນຂ້ອນຂ້າງຕໍ່າ ໂດຍສະເລ່ຍຢູ່ທີ່ 25% ເທົ່ານັ້ນ ພວກເຂົາຮູ້ສຶກບໍ່ຢາກໃສ່ໃຈໃນວຽກແລະຄິດເຖິງການລາອອກຢູ່ເລື້ອຍໆ ໃນທາງກົງກັນຂ້າມ 10% ຂອງຜູ້ຈັດການທີ່ໃຫ້ຄຳຕຳໜິວິຈານສູງສຸດນັ້ນມີຄະແນນຄວາມຜູກພັນຕໍ່ອົງກອນເຖິງ 77%.

ຄຳຕິຊົມບໍ່ຄວນເກີດຂຶ້ນທາງດຽວ ພະນັກງານກໍຄວນສ້າງຄວາມສຳພັນທີ່ດີກັບຫົວໜ້າ ແລະຕິຊົມຫົວໜ້າເຊັ່ນກັນ

ການໃຫ້ດີກວ່າການຮັບ

ທ່ານຄວນລະນຶກວ່າ ຄຳຕິຊົມບໍ່ຄວນເກີດຂຶ້ນທາງດຽວ ພະນັກງານກໍຄວນສ້າງຄວາມສຳຄັນທີ່ດີກັບຫົວໜ້າ ແລະຕິຊົມເຂົາເຈົ້ານຳຄືກັນ ອາດຈະຟັງຂ້ອນຂ້າງອຶດອັດ ແຕ່ຍ່ອມເຮັດໄດ້ຖ້າຮູ້ຈັກໃຊ້ວິທີທີ່ເໝາະສົມ ເລິ່ມຕົ້ນດ້ວຍການອະທິບາຍໃຫ້ຫົວໜ້າຟັງ ເຖິງສິ່ງທີ່ຕ້ອງການຢ່າງສຸພາບ ເພື່ອໃຫ້ທ່ານກ້າວໜ້າໃນໜ້າທີ່ວຽກງານຂອງທ່ານ ຖ້າຫົວໜ້າຂອງທ່ານເກັ່ງພໍ ເຂົາຈະຕ້ອງຮູ້ວ່າການເປັນຫົວໜ້າທີ່ດີນັ້ນກໍຄືການຮຽນຮູ້ທີ່ບໍ່ສິ້ນສຸດ ອີລອນ ມັດ ໄດ້ກ່າວໄວ້ວ່າ “ຂ້ອຍຄິດວ່າຄຳວິຈານຈາກທັງສອງຝ່າຍເປັນສິ່ງສຳຄັນ ເພາະມັນກະຕຸ້ນໃຫ້ທ່ານໄດ້ທົບຄວນໂຕເອງ ແລະວິທີປັບປຸງແກ້ໄຂຢູ່ສະເໝີ” ຂະບວນການວິຈານທີ່ຖືກຕ້ອງຈຶ່ງຕ້ອງວົນໄປເລື້ອຍໆ ໂດຍບໍ່ມີທີ່ສິ້ນສຸດ.

ກັບມາທີ່ Yad Bhatti ຕອນນີ້ ເຂົາໄດ້ຮຽນຮູ້ແລ້ວວ່າ ທຸກຄັ້ບທີ່ນຳສະເໜີວຽກ ເຂົາຕ້ອງເວົ້າໃຫ້ດັງແລະມີຊີວິດຊີວາຂຶ້ນ ການປ່ຽນນໍ້າສຽງໃນເວລາເວົ້າ ສົ່ງຜົນຕໍ່ການນຳສະເໜີວຽກເປັນຢ່າງສູງ ເຂົາກ່າວວ່າ ເຂົາຄົງບໍ່ອາດຈະມາເຖິງຈຸດນີ້ໄດ້ ຖ້າຫາກບໍ່ໄດ້ຮັບຄຳແນະນຳຈາກຫົວໜ້າໃນເທື່ອນັ້ນ.

ບົດຄວາມຈາກ: ປະສົບຄວາມສຳເລັດ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...