Homeຂ່າວພາຍ​ໃນສປປ ລາວ ກຽມຈັດກອງປະຊຸມ ລັດຖະມົນຕີ ຄຸ້ມຄອງໄພພິບັດອາຊຽນຄັ້ງທີ 5

ສປປ ລາວ ກຽມຈັດກອງປະຊຸມ ລັດຖະມົນຕີ ຄຸ້ມຄອງໄພພິບັດອາຊຽນຄັ້ງທີ 5

Published on

ໃນວັນທີ 9 ຕຸລາ 2017 ຢູ່ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ​ໄດ້​ຈັດ​ພິທີຖະ​ແຫລ​ງຂ່າວ​ ກ່ຽວ​ກັບ​ການ​ກະກຽມ​ຄວາມ​ພ້ອມຂອງ ສປປ ລາວ ໃນການຈັດກອງປະຊຸມລັດຖະມຸນຕີ ຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 5 ແລະ ບັນດາກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ເຊິ່ງຈະໄດ້ຈັດຂຶ້ນ ໃນລະ​ຫວ່າງວັນທີ 17-19 ຕຸລາ ນີ້ ທີ່ແຂວງຫລວງພະບາງ.

ທ່ານ ປະສົງ ວົງຄໍາຈັນ ຫົວໜ້າ ກົມສັງຄົມສົງເຄາະກະຊວງແຮງງານ ແລະ ສະຫວັດດີການສັງຄົມ ​​ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ: ກອງປະຊຸມໃນຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນເປັນຢ່າງຍິ່ງ, ເປັນເວທີລະດັບສູງເພື່ອຮ່ວມປຶກສາຫາລື,ແລກ ປ່ຽນ ແລະ ກໍານົດບັນດາມາດຕະການ ເພື່ອກຽມພ້ອມ, ຕອບໂຕ້,ປ້ອງກັນ, ແກ້ໄຂ ແລະ ຫລຸດຜ່ອນຜົນກະທົບ ທີ່ອາດຈະເກີດຂື້ນຈາກໄພພິບັດທໍາມະຊາດ ໂດຍສະເພາະ ໃນການຈັດຕັ້ງຜັນຂະຫຍາຍສັນຍາອາຊຽນ ວ່າດ້ວຍ ການຄຸ້ມຄອງ ໄພພິບັດ ແລະ ການຕອບໂຕ້ຕໍ່ເຫດການສຸກເສີນ ແລະ ຖະແຫລງການອາຊຽນ ວ່າດ້ວຍໜຶ່ງອາຊຽນ ໜຶ່ງການຕອບໂຕ້: ອາຊຽນຮວມກັນເປັນໜຶ່ງດຽວ ໃນການຕອບໂຕ້ໄພພິບັດທັງໃນ ແລະ ນອກອາຊຽນ, ຊຶ່ງທັງສອງເອກະສານ ແມ່ນໄດ້ຮັບ ຮອງເອົາ ໂດຍບັນດາຜູ້ນໍາອາຊຽນ ຢູ່ ສປປ ລາວ.

ທ່ານ ປະສົງ ວົງຄໍາຈັນ ​ກ່າວ​ຕື່ມ​ວ່າ: ປັດຈຸບັນ ບັນດາອະນຸກໍາມະການຝ່າຍຕ່າງໆ ທີ່ຮັບ ຜິດຊອບ ໃນການກະກຽມກອງປະຊຸມ ​ແມ່ນມີຄວາມພ້ອມ ແລະ ໄດ້ກະກຽມສໍາເລັດ ໃນທຸກດ້ານ ບໍ່ວ່າ ຈະເປັນດ້ານເນື້ອໃນ, ເສດຖະກິດ, ພິທີການ ແລະ ການປ້ອງກັນ ແລະ ອື່ນໆ. ຕາມການຊີ້ນໍາຂອງຄະນະພັກ ຄະນະນໍາກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ຈະເປັນການປະກອບສ່ວນທີ່ສໍາຄັນໃຫ້ແກ່ ການຈັດຕັ້ງປະຕິບັດ ບັນດາແນວທາງ ຍຸດທະສາດສາກົນ ແລະ ອາຊຽນ ໃນການປ້ອງກັນ, ຫລຸດຜ່ອນຜົນກະທົບ ແລະ ຊ່ວຍເຫລືອດ້ານມະນຸດສະທໍາ ແກ່ຜູ້ປະສົບເຄາະຮ້າຍ ຈາກໄພພິບັດທັງທໍາມະຊາດ ແລະ ມະນຸດສ້າງຂຶ້ນ.

ກອງປະຊຸມລັດຖະມົນຕີ ຄຸ້ມຄອງໄພພິບັດອາຊຽນຄັ້ງທໍາອິດ ແມ່ນຈັດຂຶ້ນໃນປີ 2004 ຢູ່ປະເທດກໍາປູເຈຍ, ຄັ້ງທີ 4 ຈັດຂຶ້ນໃນປີ 2016 ຢູ່ ປະເທດ ອິນໂດເນເຊຍ ແລະ ຄັ້ງທີ 5 ແມ່ນ ສປປ ລາວ ຈະເປັນເຈົ້າພາບ, ຊຶ່ງ​ຈະຈັດຂຶ້ນທີ່ ແຂວງຫລວງພະບາງ ໃນລະຫວ່າງວັນທີ 17-19 ຕຸລາ 2017 ນີ້. 

 

ຂ່າວ: ມະນີ​ທອນ, ພາບ: ​ໄອ່​ຄຳ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...