spot_img
Homeຂ່າວພາຍ​ໃນສານທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນວັນຄູແຫ່ງຊາດ ວັນທີ 7 ຕຸລາ

ສານທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນວັນຄູແຫ່ງຊາດ ວັນທີ 7 ຕຸລາ

Published on

ບັນດາ ຄູ-ອາຈານ ແລະ ພໍ່ແມ່, ພີ່ນ້ອງ ປວງຊົນລາວ ໃນທົ່ວປະເທດ ທີ່ເຄົາລົບ ແລະ ຮັກແພງ.

ເນື່ອງໃນໂອກາດ ວັນຄູແຫ່ງຊາດວັນທີ 7 ຕຸລາ ທີ່ຈະມາເຖິງນີ້, ຊຶ່ງເປັນວັນປະຫວັດສາດ ທີ່ສໍາຄັນໜຶ່ງຂອງຊາດລາວເຮົາ. ຂ້າພະເຈົ້າ, ໃນນາມນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕາງໜ້າໃຫ້ການນໍາພັກ ແລະ ລັດຖະບານ ສະແດງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງເພື່ອນໆ ຄູ-ອາຈານທຸກຊັ້ນ, ທຸກສາຍ, ທຸກລະດັບທຸກຂົງເຂດໃນຂອບເຂດທົ່ວປະເທດ ແລະ ພໍ່ແມ່-ພີ່ນ້ອງປວງຊົນລາວ ທົ່ວປະເທດທຸກຖ້ວນໜ້າ ນະໂອກາດນີ້ດ້ວຍ.

ວັນຄູແຫ່ງຊາດ ວັນທີ 7 ຕຸລາ ປີ 2017 ນີ້, ເປັນປີທີ່ມີຄວາມໝາຍສໍາຄັນຍິ່ງ ເພາະເປັນປີທີ 2 ທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພ້ອມກັນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020), ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3, 4 ແລະ ຄັ້ງທີ 5​ ສະໄໝທີ X ຂອງພັກ ແລະ ຈັດຕັ້ງປະຕິບັດປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ປີ 2017 ໃຫ້ເຂົ້າສູ່ລວງເລິກ ແລະ ເປັນຂະບວນຟົດຟື້ນ.

ຕະຫລອດໄລຍະທີ່ຜ່ານມາ ພັກ ແລະ ລັດຖະບານ ເວລາໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານ ການສຶກສາຄູ ແລະ ຖືເອົາຄູສອນເປັນຂອດຕົ້ນຕໍ ແລະ ສໍາຄັນກ່ວາໝູ່ ໃນການຕັດສິນຄຸນນະພາບ ຂອງການສຶກສາ ກໍຄື ການພັດທະນາ ຊັບພະຍາກອນມະນຸດ-ພັດທະນາຄົນ ຄົນເປັນປັດ​ໄຈຕັດສິນ ໃນ ການພັດທະນາສ້າງສາປະເທດຊາດ. ຖືເອົາຊັບພະຍາກອນມະນຸດ ເປັນປັດ​ໄຈຕັດສິນກໍາລັງການຜະລິດ, ຖືເອົາຄົນເປັນ ເປົ້າໝາຍ ແລະ ຈຸດສຸມຂອງການພັດທະນາ ແລະ ໄດ້ໃຫ້ນາມມະຍົດແກ່ຄູວ່າ: ຄູເປັນຄົນຂອງພັກ, ຄູແມ່ນແມ່ ພິມຂອງຊາດ, ຄູແມ່ນວິສາວະກອນແຫ່ງດວງວິນຍານ, ຄູເປັນຜູ້ໃຫ້ຄວາມຮູ້. ທຸກຄົນຢູ່ໃນສັງຄົມ ມີຄວາມຮູ້ ຍ້ອນມີຄູສອນ, ທຸກຄົນລ້ວນແລ້ວແຕ່ມີຄູສອນເປັນຂອງຕົນເອງ ແລະ ກໍບໍ່ມີໃຜຈະປະຕິເສດບຸນຄຸນຂອງຄູ-ອາ ຈານສອນ ທີ່ໃຫ້ຄວາມຮູ້ແກ່ຕົນເອງ.

ໃນໄລຍະ 23 ປີ ທີ່ຜ່ານມາເຖິງວ່າ ສປປ ລາວ ພວກເຮົາໄດ້ປະສົບກັບສະພາບບັນຫາຫລາຍດ້ານ ນັບທັງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້, ຊຶ່ງໄດ້ສົ່ງຜົນກະທົບໂດຍກົງ ຕໍ່ຊີວິດການເປັນຢູ່ຂອງຖັນແຖວຄູ-ອາຈານ ແຕ່ດ້ວຍນະໂຍບາຍ ອັນຖືກຕ້ອງຂອງພັກ, ດ້ວຍມູນເຊື້ອດຸໝັ່ນ, ພາກພຽນ ແລະ ມານະອົດທົນຕໍ່ການປະຕິບັດໜ້າທີ່ ການສອນຂອງຕົນ ທັງໄດ້ປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍສະເພາະແມ່ນການປະກອບສ່ວນ ດ້ວຍຄວາມຮັບຜິດຊອບທີ່ເປັນເຈົ້າການ ໃນການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ-ພັດທະນາຄົນ. ຄູ-ອາຈານຫລາຍໆ ຄົນ ກາຍເປັນຄູສອນດີ-ສອນເກັ່ງ, ກາຍ ເປັນຄູຊ່ຽວຊານ, ຄູປະສົບການ, ຄູຊໍານານງານ ທັງມີສະຖານະພາບ ແລະ ມີບົດບາດສູງຂຶ້ນໃນສັງຄົມ. ຕາງໜ້າໃຫ້ການນໍາຂອງພັກ ແລະ ລັດຖະບານ ຂ້າພະເຈົ້າ ຂໍສະແດງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຍ້ອງຍໍຊົມ ເຊີຍ ຄຸນງາມຄວາມດີຂອງຄູອາຈານ ທີ່ໄດ້ອຸດທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ປະກອບສ່ວນເຂົ້າໃນການພັດທະນາ ສ້າງສາປະເທດຊາດ. ພ້ອມກັນນີ້ ກໍຂໍສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນໃນທົ່ວສັງຄົມ ທີ່ໄດ້ມີສ່ວນຮ່ວມ ແລະ ໃຫ້ການຊ່ວຍເຫລືອ ຄູ-ອາຈານ ໃຫ້ມີຄຸນນະພາບ ດີຂຶ້ນເປັນກ້າວໆ. ພັກ ແລະ ລັດຖະບານ ຕີລາຄາສູງຕໍ່ຜົນງານການປະກອບ ສ່ວນຂອງ ຄູ-ອາຈານ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ໂດຍສະເພາະແມ່ນກໍ່ສ້າງ ແລະ ການພັດທະນາ ຊັບພະຍາກອນມະນຸດ-ພັດທະນາຄົນ ນັບແຕ່ຊັ້ນເດັກກ່ອນໄວຮຽນ ຈົນຮອດມະຫາວິທະຍາໄລ ໃຫ້ນັບມື້ນັບມີຄູນນະພາບທີ່ສູງຂຶ້ນ.ບັນດາຄູ-ອາຈານ ແລະ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ

ຄືດັ່ງທີ່ພວກເຮົາຮຸ້ນໍາກັນແລ້ວວ່າ ຍຸກປັດຈຸບັນ ແມ່ນຍຸກເຕັກໂນໂລຊີ ທີ່ທັນສະໄໝ, ຍຸກເສດຖະກິດແຫ່ງ ພູມປັນຍາ ແລະ ຍຸກແຫ່ງການເຊື່ອມໂຍງເຂົ້າຫາກັນ, ພ້ອມດຽວກັນນີ້ ສະພາບແວດລ້ອມຂອງພາກພຶ້ນ ແລະ ສາກົນ ຍັງຈະສືບຕໍ່ຜັນແປໄປຢ່າງສະຫລັບສັບຊ້ອນ ລວມທັງການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທໍາມະຊາດ ແລະ ພະຍາດລະບາດຕ່າງໆ  ສະພາບແວດລ້ອມ ແລະ ການປ່ຽນແປງດັ່ງກ່າວ, ກໍຈະມີທັງກາລະໂອ ກາດທີ່ເອື້ອອໍານວຍ, ມີທັງຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄື ຕໍ່ການພັດທະນາຊັບພະຍາກອນມະນຸດຢູ່ປະເທດເຮົາ. ໃນພຶດຕິກໍາຕົວຈິງໃນໂລກນີ້ ໄດ້ຊີ້ບອກໃຫ້ ພວກເຮົາເຫັນແລ້ວວ່າ ໃນການພັດທະນາປະເທດໃຫ້ຮຸ່ງເຮືອງຈະເລີນ ຍ່ອມມີຄວາມຮຽກຮ້ອງຕ້ອງການຊັບພະຍາກອນມະນຸດ (ຄົນ) ທີ່ມີຄນຸນະພາບ. ສະນັ້ນ, ມັນເລັ່ງທວງໃຫ້ຄູ-ອາຈານ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການສອນ ຂອງຕົນໃຫ້ສູງຂຶ້ນ.

ເພື່ອບັນລຸເປົ້າໝາຍດັ່ງກ່າວ, ບໍ່ມີສິ່ງໃດໝົດນອກຈາກ ຄູ-ອາຈານ ຈະຕັ້ງໜ້າຝຶກຝົນຫລໍ່ຫລອມ ແລະ ພັດທະນາຕົນເອງ ໃຫ້ກ້າວຂຶ້ນທັນກັບຍຸກສະໄໝ, ໂດຍສະເພາະແມ່ນພັດທະນາວິທີການສິດສອນ, ການຄົ້ນຄ້ວາວິໄຈ ທາງດ້ານວິທະຍາສາດ ແລະ ອື່ນໆ. ວິທີການສິດສອນຂອງຄູ ແມ່ນຂອດສໍາຄັນຫລາຍ, ແມ່ນຫລັກການ, ວິທີການຖ່າຍໂອນຄວາມຮູ້ ຈາກຜູ້ຮູ້ໄປສູ່ຜູ້ບໍ່ຮູ້. ສະນັ້ນ, ຄູ-ອາຈານຕ້ອງມີຈັນຍາບັນ, ມີຄວາມເປັນແບບຢ່າງທີ່ດີໃຫ້ແກ່ຜູ້ຮຽນ ແລະ ສັງຄົມ, ມີຄວາມຮັບຜິດຊອບຕໍ່ການສິດສອນ, ສິດສອນຕາມຫລັກສູດທີ່ຕົນເອງໄດ້ຮັບຜິດຊອບ ແລະ ມີຄວາມໂປ່ງໄສຕໍ່ການສິດສອນ. ຄູຕ້ອງພັດທະນາວິທີການສິດ ສອນຂອງຕົນຢ່າງຫລາກຫລາຍວິທີ, ບໍ່ມີວິທີການສິດສອນໃດທີ່ດີ ເປັນຫລັກການຕາຍຕົວ. ນອກຈາກການສິດສອນ ທີ່ເຮັດໃຫ້ຜູ້ຮຽນມີຄວາມຮູ້ ທີ່ໄດ້ກໍານົດໄວ້ໃນຫລັກສູດ ຂອງຊັ້ນຮຽນນັ້ນໆ ທັງສາມາດນຳເອົາຄວາມຮູ້ທີ່ໄດ້ຈາກການສອນຂອງຄູນັ້ນ ໄປນໍາໃຊ້ ໄດ້ໃນພາກປະຕິບັດຕົວຈິງ, ສາມາດສ້າງງານ ດ້ວຍຕົນເອງ ແລະ ແກ້ໄຂບັນຫາດ້ວຍຕົນເອງໄດ້.

ເພື່ອເຮັດໃຫ້ຄູ-ອາຈານ ໄດ້ພັດທະນາຕົນເອງໃຫ້ດີຂຶ້ນ ແລະ ປະຕິບັດໜ້າທີ່ການສິດສອນໄດ້ຢ່າງເຕັມ ທີ່ ຮຽກຮ້ອງໃຫ້ອົງການຈັດຕັ້ງທັງພາກລັດ, ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ແລະ ທຸກພາກ ສ່ວນໃນສັງຄົມ ຈົ່ງພ້ອມກັນສ້າງເງື່ອນໄຂ ແລະ ເອື້ອອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ເຂົາເຈົ້າໄດ້ ຮັບຕາມນະໂຍບາຍ ທີ່ກໍານົດໃນລະບຽບກົດໝາຍເປັນຕົ້ນ ການຕອບສະໜອງເງິນເດືອນ, ເງິນນະໂຍບາຍຕ່າງໆ ໃຫ້ທັນເວລາ. ນອກຈາກນັ້ນ, ແມ່ນການສະໜອງທີ່ພັກພາອາໄສ ຕາມຄວາມເໝາະສົມ ໂດຍສະເພາະແມ່ນຜູ້ຢູ່ເຂດຊົນເຜົ່າ, ເຂດຊົນນະບົດ ​ແລະ ຫ່າງໄກສອກຫລີກ.

ສຸດທ້າຍນີ້, ຕາງໜ້າໃຫ້ການນໍາພັກ ແລະ ລັດຖະບານ ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງບັນດາເພື່ອນໆ ຄູ-ອາຈານສອນ, ທັງຍິງ ແລະ ຊາຍ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານຂອງຕົນ. ນໍ້າໃຈວັນຄູແຫ່ງຊາດ 7 ຕຸລາ ໝັ້ນຍືນ

ຂໍຂອບໃຈ   
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...