ຜູ້ໂດຍສານຂໍຮ້ອງເພິ່ມຖ້ຽວລົດ ແທນການເພິ່ມຕັ່ງເສີມ!

10524712_525986927502787_1176026322052982471_n

ຈາກທີ່ເຄີຍຂີ່ລົດເມເຮືອນໄມ້ໃນປະມານ 20 ປີກ່ອນ ກໍກ້າວມາຂີ່ລົດເມມືສອງໂຄງເຫຼັກໃນປະມານ 10 ກວ່າປີທີ່ຜ່ານມາ ແລະແລ້ວມາຮອດບໍ່ທໍ່ໃດປີມານີ້ເຮົາກໍໄດ້ຂີ່ລົດເມມີເຄື່ອງປັບອາກາດ ມີຫ້ອງນ້ຳ ມີຕຽງນອນ… ໃນບາງສາຍທາງ. ນີ້ຄືວິວັດທະນາການຂອງຄວາມຈະເລີນຂອງລະບົບສາທາລະນູປະໂພກຂອງປະເທດເຮົາ ໂດຍສະເພາະແມ່ນລະບົບຂົນສົ່ງມວນຊົນ. ແຕ່ໃນຂະນະດຽວກັນນັ້ນ, ກໍຍ່ອມມີບາງສາຍທາງ, ລົດເມບາງຄັນ ທີ່ຍັງບໍ່ທັນໄດ້ປັບປຸງໃຫ້ທຽບທັນກັບຍຸກສະໄໝ ອັນນຳມາເຊິ່ງຫົວຂໍ້ການສົນທະນາໃນສະບັບນີ້.

ສະບາຍດີເພື່ອນຜູ້ອ່ານ!, ມາພົບກັນສະບັບນີ້ ແອັດມິນຊຽງ ໄດ້ຮັບຮູບພາບແລະຂໍ້ຄວາມຈາກຜູ້ໂດຍສານທີ່ຖ່າຍເອົາເວລາຂີ່ລົດໂດຍສານຕ່າງແຂວງ ຜູ້ໂດຍສານ 2 ທ່ານທີ່ສົ່ງຮູບຫາ ແອັດມິນຊຽງ ໄດ້ເລົາເຖິງຄວາມຮູ້ສຶກຂອງການນັ່ງຕັ່ງເສີມວ່າ ມັນເປັນເລື່ອງທີ່ທໍລະມານຫຼາຍ, ຂະໜາດວ່ານັ່່ງເບາະນວມໆ ມີບ່ອນອີງ ບ່ອນວາງແຂນ ສາມາດປັບອຽງປັບຊັນໄດ້ ຢາກນອນຫຼັບກໍຫຼັບໄດ້ ກໍຍັງເມື່ອຍແລ້ວ ປະສາຫຍັງກັບການນັ່ງຕັ່ງປະລາສຕິກ ຫົວກຸດບໍ່ມີບ່ອນອີງ ທຸກເວລາຕ້ອງໃຊ້ມືທັງສອງເບື້ອງຈ່ອງກັບບ່ອນນັ່ງສອງຂ້າງເພື່ອວ່າເວລາລົດອອກ ເວລາລົດລ້ຽວ ຫຼືເວລາລົດຈອດ ຈະບໍ່ໄດ້ລົ້ມຫຼືຕົກຈາກຕັ່ງ.

ຈາກການສ່ອງແສງຂອງຜູ້ໂດຍສານ 2 ທ່ານນັ້ນແລ້ວ ແອັດມິນຊຽງ ກໍໄດ້ໄປຄົ້ນຫາກົດໝາຍທີ່ກ່ຽວຂ້ອງ 3 ສະບັບຄື ກົດໝາຍວ່າດ້ວຍການຈະລາຈອນທາງບົກ, ກົດໝາຍວ່າດ້ວຍການຂົນສົ່ງທາງບົກ ແລະກົດໝາຍວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້ ກໍໄດ້ເກັບກຳບາງຂໍ້ຂອງບາງມາດຕາມາສະເໜີດັ່ງນີ້:

– ມາດຕາ 51 ຂໍ້ 9 ຂອງກົດໝາຍວ່າດ້ວຍການຈະລາຈອນທາງບົກ ໄດ້ກຳໜົດຂໍ້ຫ້າມໄວ້ວ່າ: ຫ້າມບັນທຸກຜູ້ໂດຍສານເກີນຈຳນວນ, ສິນຄ້ານ້ຳໜັກເກີນ ຫຼືຂະໜາດເກີນກຳໜົດ.
– ມາດຕາ 27 ຂອງກົດໝາຍວ່າດ້ວຍ: ການຂົນສົ່ງທາງບົກໄດ້ກຳໜົດສິດຂອງຜູ້ໂດຍສານໄວ້ດັ່ງນີ້: ຜູ້ໂດຍສານມີສິດໄດ້ຮັບຂໍ້ມູນຂ່າວສານ, ຄວາມສະດວກ, ຄວາມສະບາຍ, ຄວາມປອດໄພ, ໄປເຖິງຈຸດໝາຍປາຍທາງແລະທວງເອົາການໃຊ້ແທນຄ່າເສຍຫາຍທີ່ເກີດຂຶ້ນເນື່ອງຈາກຄວາມຜິດຂອງຜູ້ດຳເນີນການຂົນສົ່ງ.

– ມາດຕາ 32 ຂໍ້ 3 ຂອງກົດໝາຍວ່າດ້ວຍ ການປົກປ້ອງສິດຜູ້ຊົມໃຊ້ ໄດ້ກຳໜົດສິດຂອງຜູ້ຊົມໃຊ້ໄວ້ວ່າ: ໄດ້ຮັບຄວາມປອດໄພດ້ານຊີວິດ, ສຸຂະພາບ ແລະຊັບສິນ ໃນເວລານຳໃຊ້ສິນຄ້າ ຫຼືການບໍລິການ.

– ມາດຕາ 35 ຂໍ້ 1 ຂອງກົດໝາຍວ່າດ້ວຍ ການປົກປ້ອງສິດຜູ້ຊົມໃຊ້ ໄດ້ກຳໜົດພັນທະຂອງຜູ້ສະໜອງໄວ້ດັ່ງນີ້: ຮັບປະກັນຄຸນນະພາບ, ມາຕະຖານຂອງສິນຄ້າ ແລະການບໍລິການ ຕາມກຳໜົດຂອງກົດມາຍທີ່ກ່ຽວຂ້ອງ.

ເມື່ອເຍືອງກົດໝາຍ 4 ຂໍ້ ຂອງ 4 ມາດຕາ ຈາກກົດໝາຍ 3 ສະບັບດັ່ງກ່າວຂ້າງເທິງແລ້ວ ເຮົາຈະເຫັນວ່າ ຜູ້ປະກອບການຂົນສົ່ງໂດຍສານບາງຄົນຫຼືຂອງລົດບາງຄັນຍັງມີການລະເມີດກົດໝາຍ ກໍຄືສິດທິຂອງຜູ້ໂດຍສານຢູ່ ເຊິ່ງອາດຈະເກີດມາຈາກການເຈຕະນາ, ບໍ່ເຈຕະນາກໍໄດ້ ຫຼືມີຄວາມຈຳເປັນກໍໄດ້ ເຊັ່ນ:

–      ເຈຕະນາ: ຮູ້ແລ້ວວ່າຜູ້ໂດຍສານເຕັມບ່ອນນັ່ງແລ້ວ ແລະຮູ້ວ່າຍັງມີລົດອີກຄັນອື່ນກຳລັງຈະມາເຖິງໃນເວລາອີກບໍ່ດົນ ແຕ່ກໍຍັງຮັບເອົາຜູ້ໂດຍສານຂຶ້ນ ໂດຍເອົາຕັ່ງເສີມໃສ່ (ຕັ່ງເສີມມີໄວ້ກ່ອນທີ່ຜູ້ໂດຍສານຈະລົ້ນບ່ອນນັ່ງ) ແລ້ວບອກຜູ້ໂດຍສານວ່າອົດນັ່ງໄປບໍ່ດົນກໍຈະມີຄົນລົງແລ້ວຄ່ອຍເຂົ້ານັ່ງເບາະຂອງລົດ.

–      ບໍ່ເຈຕະນາ: ຮູ້ແລ້ວວ່າຜູ້ໂດຍສານເຕັມບ່ອນນັ່ງແລ້ວ ແຕ່ບໍ່ຮູ້ວ່າຜິດຕໍ່ກົດໝາຍ ແລ້ວຄິດອີ່ຕົນຜູ້ໂດຍສານທີ່ຢາກເດິນທາງກໍເລີຍຮັບເອົາໂດຍແກ້ໄຂດ້ວຍການເອົາຕັ່ງເສີມໃຫ້ນັ່ງ.

–      ມີຄວາມຈຳເປັນ: ຮູ້ແລ້ວວ່າບ່ອນນັ່ງເຕັມແລ້ວ ແຕ່ເປັນລົດທ່ຽວສຸດທ້າຍຂອງສາຍທາງ ແລະຜູ້ໂດຍສານຂໍຮ້ອງວ່າມີຄວາມຈຳເປັນຕ້ອງເດິນທາງດ້ວຍເຫດຜົນໃດໜຶ່ງທີ່ຈຳເປັນ ເຈົ້າຂອງລົດຈຶ່ງຈຳເປັນໄດ້ຮັບເອົາຜູ້ໂດຍສານຂຶ້ນລົດ ໂດຍເອົາຕັ່ງເສີມໃຫ້ນັ່ງ.

ຕໍ່ບັນຫາທີ່ເກີດຂຶ້ນຂ້າງເທິງນັ້ນ ແອັດມິນຊຽງ ໄດ້ສອບຖາມທ່ານຜູ້ອ່ານ ເຖິງຄວາມຮູ້ສຶກ ແລະວິທີການແກ້ໄຂບັນຫາ ເຊິ່ງກໍໄດ້ຮັບຄວາມຮ່ວມມືແລະໄດ້ຄຳຄິດເຫັນຈາກເພື່ອນຜູ້ອ່ານຂາປະຈຳຫຼາຍທ່ານ ແລະໃນທີ່ນີ້ ແອັດມິນຊຽງ ໄດ້ຄັດຈ້ອນເອົາສະເພາະບາງຄຳຄິດເຫັນຂອງຜູ້ອ່ານບາງທ່ານ ມານຳສະເໜີດັ່ງນີ້:

 

บุนเพง ดวงมาลา

ທ່ານ ບຸນເພງ ດວງມາມາ ໄດ້ສະແດງຄຳເຫັນວ່າ: ມີກົດໝາຍ…ແຕ່ບໍ່ມີມາດຕະການໃນການຕິດຕາມ-ກວດກາໃນພາກປະຕິບັດຕົວຈິງ….ຫຼາຍປີກ່ອນກໍພໍ້ກັບບັນຫານີ້ດ້ວຍຕົນເອງ ແລະກາຍັງເກີດຂຶ້ນຢູ່ທຸກມື້. ຂພຈ ຂໍສະແດງແນວຄວາມຄຶດທີ່ສາມາດແກ້ໄດ້ (ຖ້າຢາກເຮັດ) ໃຫ້ໂຍທາແຂວງ ປະສານກັບ ຕຳຫຼວດຈະລາຈອນ ເພື່ອກວດກາ ຕາມມາດຕາທີ່ເວົ້າມາຫັ້ນແລະ ໃຫ້ກວດກາລະບົບການບັນທຸກນຳ ບາງຄັນເຫັນແລ້ວຈົນຮູ້ສຶກບໍ່ສະບາຍໃຈນຳ (ຢ້ານລົດເພິ່ນປິ້ນ) ຫຼັງຄາ ກາເຕັມ ໃນລົດກາເຕັມ!!

Sackmone Sirisack

ທ່ານ ສັກມອນ ສີລິສັກ ໄດ້ສະແດງຄຳເຫັນວ່າ: ສິດຂອງຄົນໂດຍສານແຕ່ລະຄົນ ເທົ່າທຽມກັນ. ສະນັ້ນ, ການນັ່ງຕ້ອງມີຄວາມສະດວກ ແລະ ໄດ້ຮັບການບໍລິການເທົ່າໆກັນ.
ຮ້າຍແຮງໄປກວ່ານັ້ນ, ບໍ່ຄວນປ່ອຍໃຫ້ພວກພໍ່ຄ້າເອົາເຂົ້າໜົມ ຫຼື ‘ໝາກຝຣັ່ງ’ ມາຢາຍໄວ້ຕັ່ງຄົນໂດຍສານ ທັງໆທີ່ວ່າ ເຂົາບໍ່ມີຄວາມຕ້ອງການຫຍັງ!ການລ່ວງເກີນສິດທິແບບນີ້ ບໍມີອົງກອນໃດເຂົ້າມາເບິ່ງເລີຍ!

Son narksaksy

ທ່ານ ສອນ ນາກສັກສີ ໄດ້ສະແດງຄຳເຫັນວ່າ:ຕ້ອງສ້າງຫນ່ວຍງານຄຸ້ມຄອງສິດທິຜູ້ບໍລິໂພກເພື່ອເປັນທີ່ເພິ່ງຂອງມວນຊົນ ຄືກັບຫລາຍໆປະເທດໂດຍຫນ່ວຍງານນີ້ມີຫນ້າທີ່ເປັນໂຕຕັ້ງໃນການຮຽກຮ້ອງສິດອັນຖືກຕ້ອງຂອງຜູ້ບໍລິໂພກທຸກຮູບແບບ ທຸກຂົງເຂດ ຢ່າງຕັ້ງຫນ້າແທນຜູ້ບໍລິໂພກ.

Souksavanh

ທ່ານ ສຸກສະຫວັນ ວັນທານຸວົງ ໄດ້ສະແດງຄຳເຫັນວ່າ: ອ້າງແຕ່ວ່ານ້ຳມັນແພງຂຶ້ນຄ່າໂດຍສານ ເກັບຄົນຂຶ້ນຕາມທາງ ຂົນຜູ້ໂດຍສານໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ການບໍລິການບໍ່ສົມລາຄາ ຂັບລົດບາງຄັ້ງກໍ່ຊ້າຄືເຕົ່າບາງຄັ້ງລົດແຂ່ງກໍ່ຍັງບໍ່ປານ.
ຂພຈ ຄິດວ່າ
1. ຄວນຈະເລີ່ມຕົ້ນກວດກາຕັ້ງແຕ່ຜູ້ປະກອບການ ວ່າບໍລິການໄດ້ມາດຕະຖານຫຼືບໍ່ ຖ້າບໍ່ໄດ້ອາດຈະໃຫ້ຢຸດການບໍລິການຊົ່ວຄາວ.
2. ກວດກາພະນັກງານຂັບລົດ-ແອັດລົດ ເຖິງການບໍລິການ.
3. ສະພາບເຕັກນິກລົດ.
4. ຜູ້ໂດຍສານ.
5. ກົດໝາຍຮອງຮັບ-ມາດຕະການ ມີມາແຕ່ດົນແລ້ວ ສະນັ້ນພາກສ່ວນກ່ຽວຂ້ອງ ຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງສະໝ່ຳສະເໝີ.

ຜູ້ບໍ່ປະສົງອອກນາມທ່ານໜຶ່ງ ໄດ້ສະແດງຄຳເຫັນວ່າ: ລົດ VIP ບໍ່ມີແອ ຂີ່ແຕ່ອັດຕະປືຮອດວຽງຈັນ ເກືອບຕາຍ ລົດກໍຮ້າງເຄື່ອງປັບອາກາດກໍບໍ່ດີ ປານນັ້ນຍັງເອີ້ນວ່າລົດ VIP ໃນຈຸດນີ້ຂ້າພະເຈົ້າຈຶ່ງຢາກສະເໜີໃຫ້ຂັ້ນເທິງທີ່ກ່ຽວຂ້ອງໄດ້ກວດກາມາຕະຖານຂອງລົດແຕ່ລະປະເພດໃຫ້ເໝາະສົມ ເຊັ່ນ ລົດ VIP , ລົດດ່ວນ, ລົດທຳມະດາ… ກໍຄວນຈະມີມາຕະຖານຂອງລົດແຕ່ລະລະດັບແຕກຕ່າງກັນ ບໍ່ແມ່ນຊິໃຫ້ເຈົ້າຂອງລົດຂຽນໃສ່ເອງກໍບໍ່ໄດ້.

ແລະຜູ້ບໍ່ປະສົງອອກນາມອີກທ່ານໜຶ່ງໄດ້ສະແດງຄຳຄິດເຫັນວ່າ: ຂ້າພະເຈົ້າເຫັນດີກັບຫົວຂໍ້ທີ່ຕັ້ງຂຶ້ນ ແລະເຫັນດີນຳເນື້ອໃນເບື້ອງຕົ້ນທີ່ວ່າ ການລະເມີດກົດໝາຍຂອງຜູ້ໃຫ້ບໍລິການຂົນສົ່ງໂດຍສານນັ້ນ ມັນອາດຈະຕັ້ງໃຈຫຼືບໍ່ຕັ້ງໃຈກໍມີ ດັ່ງນັ້ນ, ເພື່ອປົກປ້ອງສິດຂອງຜູ້ໃຊ້ບໍລິການ ກໍຄືແກ້ໄຂບັນຫາດັ່ງກ່າວຂ້າງເທິງນັ້ນ ເຮົາຕ້ອງເຮັດຫຼາຍຢ່າງເຊັ່ນ:

  1. ການລະເມີດກົດໝາຍດ້ວຍເຈຕະນາ: ບັນຫານີ້ເຮົາຄວນແກ້ບັນຫາດ້ວຍວິທີການອອກນິຕິກຳໃຫ້ຕຳຫຼວດຈະລາຈອນແຕ່ລະເຂດຂອງສາຍທາງຂຶ້ນກວດກາເບິ່ງລົດຂົນສົ່ງໂດຍສານທຸກຄັນ ເຊັ່ນ: ກວດກາເບິ່ງວ່າມີການບັນຈຸຜູ້ໂດຍສານເກີນບ່ອນນັ່ງຂອງລົດແຕ່ລະຂະໜາດຫຼືບໍ່?, ກວດກາເບິ່ງວ່າລົດມີການບັນທຸກສິ່ງອື່ນໆ ທີ່ຜິດກົດໝາຍແລະລະບຽບກຂອງການແລ່ນລົດໂດຍສານຫຼືບໍ່?, ກວດກາເບິ່ງສະພາບບັນຍາກາດຄວາມສະອາດຂອງລົດ, ເຕັກນິກລົດແຕ່ລະລະດັບຄື ລົດ ໂດຍສານວີໄອພີ, ລົດໂດຍສານດ່ວນ, ລົດໂດຍສານທຳມະດາ… ວ່າມັນຖືກຕ້ອງຕາມມາຕະຖານຫຼືບໍ່? ຖ້າພົບເຫັນວ່າມີການລະເມີດກໍຄວນມີການຕັກເຕືອນ, ອົບຮົມ, ປັບໃໝ ແລະໂຈະການອະນຸຍາດດຳເນີນທຸລະກິດຊົ່ວຄາວ ຕາມລຳດັບ.
  2. ການລະເມີດກົດໝາຍດ້ວຍຄວາມຈຳເປັນ: ບາງເທື່ອຜູ້ໂດຍສານມີຄວາມຈຳເປັນທີ່ຈະຕ້ອງຂີ່ລົດທີ່ແອອັດຫຼືເຕັມແລ້ວ ຍ້ອນວ່າຄວາມຮຽກຮ້ອງຕ້ອງການຂອງວຽກງານ ຫຼືມີຄວາມຈຳເປັນເລື່ອງສຸຂະພາບທີ່ຕ້ອງເດິນທາງໄປປິ່ນປົວໃຫ້ທັນເວລາ. ບັນຫານີ້ແກ້ດ້ວຍວິທີການເພິ່ມຈຳນວນທ່ຽວລົດໂດຍສານຂຶ້ນຕື່ມ ແລະໃຫ້ອອກແລ່ນເປັນໄລຍະເວລາທີ່ເໝາະສົມ. ຍົກຕົວຢ່າງ: ລົດເມ ວຽງຈັນ-ຫຼັກ20 ມື້ໜຶ່ງມີ 4 ຄັນ ຄືເວລາ 4 ໂມງເຊົ້າ, 5 ໂມງເຊົ້າ, 7 ໂມງເຊົ້າ ແລະ 6:30 ຕອນແລງ. ກໍຫັນມາແລ່ນ 4 ໂມງເຊົ້າ 1 ຄັນ, 7 ໂມງເຊົ້າ 1 ຄັນ, 10 ໂມງເຊົ້າ 1 ຄັນ, 1 ໂມງແລງ 1 ຄັນ, ແລະຕື່ມ 4 ໂມງແລງ 1 ຄັນ, 6 ໂມງແລງ 1 ຄັນ. ເພື່ອໃຫ້ລົດເມໄດ້ແລ່ນເວລາຫ່າງກັນ ແລະມີລົດອອກທຸກມື້. ການເຮັດແນວນີ້ຍັງແກ້ບັນຫາລົດເມຍາດລູກຄ້າໄດ້ ເຊັ່ນ ຖ້າອອກໄລ່ເລ່ຍກັນໄປ ລົດເມຈະແລ່ນແຂ່ງກັນເພື່ອຍາດລູກຄ້າ ແຕ່ຄັນທີ່ອອກສຸດທ້າຍພັດແລ່ນຊ້າເພື່ອຖ້າລູກຄ້າ ເພາະຄິດວ່າຈັ່ງໃດກໍບໍ່ມີໃຜຍາດລູກຄ້າກໍເລີຍແລ່ນຊ້າ.
  3. ໃຫ້ຂໍ້ມູນຂ່າວສານແກ່ຜູ້ໂດຍສານ: ເພື່ອປະຕິບັດສິດຂອງຜູ້ຊົມໃຊ້ຕາມກົດໝາຍ ຄວນມີໜ່ວຍງານຕິດຕາມກວດກາຄັກແນ່ ໂດຍໃຫ້ຕິດເບີໂທໜ່ວຍງານຂອງຕົນໃສ່ໃນລົດເມທຸກຄັນຢ່າງເປີດແປນ ເຫັນໄດ້ຊັດເຈນ ແລະແນະນຳວ່າ ຖ້າການບໍລິການບໍ່ດີ, ການແລ່ນບໍ່ສຸພາບ, ເກັບເງິນແພງເກີນທີ່ລັດກຳໜົດ, ການໃຫ້ນັ່ງຕັ່ງເສີມ ຫຼືບັນຫາໃດໜຶ່ງທີ່ເຫັນວ່າເປັນການລ່ວງລະເມີດສິດຂອງຜູ້ໂດຍສານ ແມ່ນໃຫ້ຜູ້ໂດຍສານໂທໄປແຈ້ງຕໍ່ໜ່ວຍງານຕິດຕາມກວດກາບັນທຶກໄວ້ ເພື່ອຕັກເຕືອນ, ແກ້ໄຂ ແລະປັບປຸງການບໍລິການໂດຍສານທາງລົດໃຫ້ດີຂຶ້ນ.

ທັງໝົດນັ້ນແມ່ນສ່ວນໜຶ່ງຂອງຫຼາຍໆ ຄຳຄິດເຫັນທີ່ເຮົາໄດ້ຮັບຈາກການສອບຖາມ. ເຊິ່ງກໍສາມາດສະທ້ອນໃຫ້ເຫັນເຖິງສະພາບການໃຫ້ບໍລິການໂດຍສານປະຈຳທາງຂອງບ້ານເຮົາ ພ້ອມວິທີແກ້ໄຂທີ່ມີຄຸນຄ່າ ພາກສ່ວນທີ່ກ່ຽວຂ້ອງສາມາດນຳເອົາທັດສະນະຕ່າງໆ ນີ້ໄປພິຈາລະນາເພື່ອແກ້ໄຂບັນຫາໄດ້ບໍ່ຫຼາຍກໍໜ້ອຍ. ແລະໃນໂອກາດທີ່ບໍ່ດົນນີ້ປະເທດເຮົາກໍຈະເຂົ້າຮ່ວມເປັນປະຊາຄົມເສດຖະກິດອາຊີຕາເວັນອອກສ່ຽງໃຕ້ໃນປີໜ້ານີ້ ດັ່ງນັ້ນ, ວຽກງານຂົນສົ່ງໂດຍສານນີ້ກໍແມ່ນວຽກໜຶ່ງທີ່ສຳຄັນທີ່ສຸດ ຖ້າເຮົາຍັງບໍ່ມີການປັບປຸງໃຫ້ທຽບທັນກັບປະເທດເພື່ອນບ້ານ ກໍຈະເປັນເລື່ອງທີ່ອັບອາຍຂາຍຂີ້ໜ້າ ເພາະການເບິ່ງຄວາມຈະເລີນຂອງປະເທດໃດໆນັ້ນ ເພິ່ນຈະມັກເບິ່ງວ່າລະບົບສາທາລະນູປະໂພກດີຫຼືບໍ່?