Homeຂ່າວພາຍ​ໃນຄາດ​ວ່າ 2018 ການຂະຫຍາຍຕົວ​ຂອງ​ຜະລິດ​ຕະ​ພັນພາຍ​ໃນ (GDP) ຈະ​ຂະຫຍາຍຕົວທີ່ 7%

ຄາດ​ວ່າ 2018 ການຂະຫຍາຍຕົວ​ຂອງ​ຜະລິດ​ຕະ​ພັນພາຍ​ໃນ (GDP) ຈະ​ຂະຫຍາຍຕົວທີ່ 7%

Published on

ທະນາຄານ​ພັດທະນາ​ອາຊີ (ADB) ຄາດ​ວ່າ​ເສດຖະກິດ​ລາວ ຈະ​ຂະຫຍາຍຕົວ​ໄປ​ຕາມ​ທິດ​ທາງທີ່​ກຳນົດ​ໄວ້ ​ອີງ​ຕາມ​ການ​ຄາດ​ຄະເນ​ໃນ​ເດືອນ​ເມສາ​ຜ່ານ​ມາ ​ເສດຖະ​ກິດ​ຂະຫຍາຍຕົວ​ໃນ​ອັດຕາ 6,9% ໃນ​ປີ 2017 ມາ​ຮອດ​ໄລຍະ​ເຄິ່ງ​ປີ 2017 ການ​ຂະຫຍາຍຕົວ​ໄດ້​ຫຼຸດ​ລົງ​ເລັກ​ໜ້ອຍ 6,8% ແລະ ຄາດ​ວ່າ​ໃນ​ປີ 2018 ການຂະຫຍາຍຕົວ​ຂອງ​ຜະລິດ​ຕະ​ພັນພາຍ​ໃນ (GDP) ຈະ​ຂະຫຍາຍຕົວທີ່ 7% ເສດຖະກິດ​ໄດ້​ຮັບແຮງ​ຍູ້​ໝູນ​ສຳຄັນ​ຈາກ​ການ​ສົ່ງອອກ​ກະແສ​ໄຟຟ້າ ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຂະໜາດໃຫຍ່ ​ພ້ອມ​ທັງ​ການ​ເພີ່ມ​ຂຶ້ນ​ຂອງການ​ຜະລິດ​ພືດ​ຜັກ​ທັນ​ຍາ​ຫານ ເພື່ອ​ເປັນ​ສິນຄ້າ ແລະ ສົ່ງ​ອອກສິນຄ້າ​ກະສິກຳ.

ທ່ານ ຢະ​ຊຸ​ຊິ ເນ​ກິ​ຊິ ຜູ້​ຕາງໜ້າ​ທະນາຄານ​ພັດທະນາ​ອາຊີ ປະຈຳ​ລາວ ພ້ອມ​ຄະນະ ໄດ້​ເຜີຍແຜ່​ບົດ​ລາຍ​ງານ ການ​ຄາດ​ຄະເນ​ການ​ພັດທະນາ​ໃນ​ອາຊີ ປະຈຳປີ 2017 ວັນ​ທີ 29 ກັນຍາ 2017 ວ່າ: ເສດຖະກິດ​ຂອງ​ລາວ​ພວມດຳເນີນ​ໄປ​ດ້ວຍ​ດີ​ໃນ​ຂົງເຂດ​ອາຊີຕາເວັນ​ອອກສຽງ​ໃຕ້ ບັນດາ​ມາດຕະການ​ທີ່​ໄດ້​ນຳ​ມາ​ປະຕິບັດ ໃນ​ປີ 2016 ແລະ ຕົ້ນ​ປີ 2017 ລວມທັງ​ມາດຕະຖານ​ຮັດກຸມ​ດ້ານ​ງົບປະມານ​ລາຍ​ຈ່າຍ ແລະ ສົ່ງເສີມການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ ເຫັນ​ວ່າ​ພວມ​ຜັກ​ດັນ​ເສດຖະກິດໃຫ້​ສືບຕໍ່​ຂະຫຍາຍຕົວ.

ສ່ວນ​ການ​ພັດທະນາ​ຂອງ​ອາຊີ​ມີ​ຄວາມ​ສົດໃສ ​ດ້ວຍ​ອັດຕາການ​ຂະຫຍາຍຕົວ​ຂອງຈີ​ດີ​ພີ 5,9% ໃນ​ປີ 2017 ແລະ 5,8% ໃນ​ປີ 2018 ການ​ຂະຫຍາຍ​ຂອງການ​ພັດທະນາ​ໃນ​ທົ່ວ​ອາຊີ​ ແມ່ນໄດ້​ຮັບ​ແຮງ​ໜູນ​ຈາກ​ການ​ຟື້ນ​ໂຕໃນ​ໂລກ​ດ້ານ​ການ​ຄ້າ ແລະ ຄວາມ​ຕ້ອງການ​ທີ່​ມີ​ຢ່າງ​ຫຼວງຫຼາຍ​ຈາກ ​ສປ ຈີນ ໃນ​ຂະນະດຽວ​ກັນ ອັດຕາ​ເງິນ​ເຟີ້​ສ່ວນ​ໃຫຍ່ ຍັງ​ຢູ່​ອັນ​ດັບ​ຄົງ​ທີ່ເຖິງ​ວ່າ​ລາຄາ ນ້ຳມັນ​ຈະ​ຄົງ​ທີ່​ກໍ່​ຕາມສຳລັບ​ປີ 2017 ອັດຕາ​ເງິນ​ເຟີ້​ສະເລ່ຍ​ສຳລັບ​ພາກ​ພື້ນ​ອາຊີ​ໄດ້​ຖືກ​ດັດ​ປັບຈາກ 3% ລົງ​ທີ່ 2,4% ແລະ ຖືກ​ປັບ​ຈາກ 3,2% ລົງ​ທີ່ 2,9% ສຳລັບ​ປີ 2018 ໃນ​ໄລຍະ 5 ເດືອນ​ຕົ້ນ​ປີ 2017 ອັດຕາ​ການສົ່ງ​ອອກ​ຄິດ​ເປັນ​ສະກຸນ​ເງິນ​ໂດລາ​ສະຫະລັດ​ຂອງ​ພາກ​ພື້ນ​ເພີ່ມຂຶ້ນ 11% ເຊິ່ງ​ເພີ່ມ​ຂຶ້ນ​ເກີນ​ກວ່າອັດຕາ​ການ​ສົ່ງ​ອອກ​ໃນ​ໄລຍະດຽວ​ກັນ​ຂອງ​ປີຜ່ານມາ ແລະ ມູນ​ຄ່າ​ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ 17% ການ​ເພີ່ມ​ຂຶ້ນ​ດັ່ງກ່າວ ​ເປັນຜົນ​ມາ​ຈາກ​ມູນ​ຄ່າ​ສັນຍາ​ການສົ່ງ​ອອກ​ສອງ​ປີ​ຕິດຕໍ່​ກັນ ​ເກີດ​ຈາກ​ການ​ຫຼຸດ​ລົງ​ຂອງ​ສິນຄ້າ ແລະ ອັດຕາ​ຄວາມ​ຕ້ອງການ​ຜົນ​ຜະລິດອຸດ​ສະຫະ​ກຳ​ພາຍ​ນອກ​ຍັງ​ຄົງ​ທີ່.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...