Homeຂ່າວຕ່າງປະເທດໄອເອສອອກມາອ້າງວ່າຢູ່ເບື້ອງຫຼັງເຫດກາດຍິງຝູງຊົນໃນລາສເວກັສ

ໄອເອສອອກມາອ້າງວ່າຢູ່ເບື້ອງຫຼັງເຫດກາດຍິງຝູງຊົນໃນລາສເວກັສ

Published on

ເມື່ອວັນທີ 2 ຕຸລາ 2017 ສຳນັກຂ່າວຕ່າງປະເທດລາຍງານເຫດການກາດຍິງສະເທືອນຂວັນຄັ້ງຮ້າຍແຮງທີ່ສຸດໃນປະຫວັດສາດຍຸກໃໝ່ຂອງສະຫະລັດອາເມລິກາ ໃນນະຄອນລາສເວກັສ ລັດເນວາດາ ເມື່ອມີຄົນຮ້າຍຍິງກະໜ່ຳຫຼາຍຮ້ອຍນັດຈາກຊັ້ນ 32 ຈາກໂຮງແຮມ ມັນທະເລເບຍຣີສອດ ແອນ ກາສິໂນ ໃສ່ຝູງຊົນທີ່ເຂົ້າຮ່ວມງານເທດສະການງານດົນຕີຄັນທຣີ ຣູດ 91 ຮາເວສ ຢ່າງບໍ່ເລືອກໜ້າ ເຮັດໃຫ້ຜູ້ຄົນຈຳນວນຫຼາຍແຕກຕື່ນໜີຕາຍ ເຫດການຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດ 59 ຄົນ ແລະ ບາດເຈັບກວ່າ 527 ຄົນ ສ່ວນມືປືນຍິງຕົວຕາຍ

ປະທານາທິບໍດີໂດນັລ ທຣັມ ຜູ້ນຳສະຫະລັດ ໂພສຂໍ້ຄວາມຜ່ານທະວິດເຕີວ່າ ຂໍສະແດງຄວາມເສຍໃຈແກ່ຄອບຄົວ ແລະ ຍາດພີ່ນ້ອງຂອງຜູ້ເສຍຊີວິດ ຮວມເຖິງຜູ້ບາດເຈັບຈາກເຫດການດັ່ງກ່າວ ນອກຈາກນີ້ຍັງຖະແຫຼງການປະໜາມເຫດການດັ່ງກ່າວນີ້ວ່າ ເປັນການກະທຳຂອງປີສາດຮ້າຍ ທັງນີ້ ທຣັມໄດ້ເດີນທາງໄປທີ່ລັດເວກັສມື້

ຫຼ້າສຸດ ເອເອຟພີລາຍງານວ່າ ກອງກຳລັງລັດອິສລາມ ຫຼື ໄອເອສ ອອກມາອ້າງວ່າ ຜູ່ກໍ່ການຮ້າຍເປັນສະມາຊິກໄອເອສ ໂດຍຖະແຫຼງການທີ່ເຜີຍແຜ່ສື່ໂຄສະນາຊວນເຊື່ອຂອງໂອເອສ ລະບຸວ່າ “ມືປືນທີ່ລາສເວກັສເປັນນັກຮົບຂອງໄອເອສ ມຸ່ງເປົ້າໂຈມຕີປະເທດພັນທະມິດ” ແຕ່ຢ່າງໃດກໍ່ຕາມຍັງບໍ່ມີຫຼັກຖານວ່າກຸ່ມໄອເອສເປັນຜູ່ຢູ່ເບື້ອງຫຼັງແທ້ ຫຼື ບໍ່?

https://youtu.be/iyqvYs9MyUw

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...