spot_img
Homeຂ່າວການພັດທະນາຄ່າການບໍລິການ ແລະ ລາຍລະອຽດຂອງໂຄງການລົດໄຟຄວາມໄວສູງ ລາວ-ຈີນ

ຄ່າການບໍລິການ ແລະ ລາຍລະອຽດຂອງໂຄງການລົດໄຟຄວາມໄວສູງ ລາວ-ຈີນ

Published on

ໃນວັນທີ 29 ກັນຍາ 2017 ທີ່ຜ່ານມາ ເຟສບຸກ Sourioudong Sundara ໄດ້ອອກມາເຜີຍແຜ່ຂໍ້ມູນຄາດຄະເນຄ່າການບໍລິການ ແລະ ລາຍລະອຽດຂອງໂຄງການລົດໄຟຄວາມໄວສູງ ລາວ-ຈີນ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

(ກ). ນັກວິຊາການ ແລະ ຊ່ຽວຊານຈາກອາຊຽນ, ສປ ຈີນໄດ້ເປີດເຜີຍວ່າ:
1. ການຄຸ້ມຄອງການບໍລິການດ້ານຂົນສົ່ງໂດຍສານຂອງໂຄງການລົດໄຟ ລາວ-ຈີນ ເຊິ່ງກຳນົດໃຫ້ມີທັງໝົດ 33 ສະຖານີ,
2. ແຕ່ການເປີດນຳໃຊ້ໄລຍະຕົ້ນ ຈະມີ 21 ສະຖານີ ແລະ ໄດ້ອອກແບບການແລ່ນລົດໄຟໃນເບື້ອງຕົ້ນ ສາມາດກຳນົດໄດ້ 23 ຖ້ຽວຕໍ່ວັນ,
3. ແຕ່ໃນໄລຍະຍາວຫາກມີການເປີດນຳໃຊ້ທັງໝົດ 33 ສະຖານີ ແມ່ນສາມາດເພີ່ມເປັນ 39 ຖ້ຽວຕໍ່ວັນ,
4. ສ່ວນອັດຕາຄ່າໂດຍສານແຕ່ນະຄອນຫລວງວຽງຈັນ-ບໍ່ເຕັນ ສະເລ່ຍປະມານ 140,000 ກີບຕໍ່ຄົນ, ທຽບໃສ່ຄ່າຂົນສົ່ງທາງລົດ ແມ່ນຖືກກວ່າຫລາຍເທົ່າໂຕ ແລະ ໃຊ້ເວລາເດີນທາງສັ້ນກວ່າ ແລະ ຄ່າຂົນສົ່ງສິນຄ້າປະມານ 6,000 ກີບຕໍ່ໂຕນ,
5. ໃນຈຳນວນ 33 ສະຖານີ ຈະມີສະຖານີໂດຍສານ ແລະ ສະຖານີສິນຄ້າ ລວມຢູ່ນຳກັນ 11 ແຫ່ງ,
6. ສະຖານີສິນຄ້າສະເພາະ 01 ແຫ່ງ ຢູ່ນະຄອນຫລວງວຽງຈັນ ແລະ ມີຈຸດສະຫລັບລາງ ແລະ ຈຸດຫລີກ ທັງໝົດ 284 ແຫ່ງ,
7. ສະເພະການບໍລິການຂົນສົ່ງໂດຍສານສ່ວນໃຫຍ່ ຈະເປັນເວລາກາງເວັນ, ສ່ວນການບໍລິການຂົນສົ່ງສິນຄ້າແມ່ນເປັນເວລາກາງຄືນ,
8. ຢ່າງໃດກໍຕາມ ການບໍລິການໂດຍສານ ແລະ ສິນຄ້າຍັງຈະຕ້ອງອີງໃສ່ແຜນຄວາມຕ້ອງການຕົວຈິງໃນແຕ່ລະໄລຍະ.

(ຂ). ສຳລັບມາດຕະຖານເຕັກນິກຕົ້ນຕໍ ປະເພດລົດໄຟແມ່ນຊັ້ນ I:
1. ຄວາມກວ້າງຂອງລາງ 1,435 ມີລີແມັດ ເປັນມາດຕະຖານສາກົນ, ເປັນລະບົບທາງດ່ຽວ,
2. ຄວາມໄວອອກແບບສະເພາະລົດໄຟໂດຍສານ 160 ກິໂລແມັດຕໍ່ຊົ່ວໂມງ ແລະ ສຳຮອງໄວ້ 200 ກິໂລແມັດຕໍ່ຊົ່ວໂມງ,
3. ຄວາມໄວລົດໄຟຂົນສົ່ງສິນຄ້າ 120 ກິໂລແມັດຕໍ່ຊົ່ວໂມງ ແລະ ໃຊ້ໄຟຟ້າເປັນພະລັງແລ່ນລົດໄຟ,
4. ຂະໜາດຮັບນໍ້າໜັກຂະບວນຕູ້ລົດໄຟ 3.000 ໂຕນ, ໄລຍະເວລາໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ 05 ປີໃຫ້ສຳເລັດ ຫລື ປະມານປີ 2022.

(ຄ). ທ່ານ ບຸນຈັນ ສິນທະວົງ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ກ່າວວ່າ:
1. ມາດຕະຖານດ້ານເຕັກນິກ ການອອກແບບໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ບໍ່ເຕັນ (ຊາຍແດນລາວ-ຈີນ) ຫາສະຖານີນະຄອນຫລວງວຽງຈັນ ຄວາມຍາວ 417 ກວ່າກິໂລແມັດ ເຊິ່ງໄດ້ອອກແບບເປັນ ທາງລົດໄຟມາດຕະຖານຊັ້ນໜື່ງ ປະເພດລາງດ່ຽວ,
2. ການກໍານົດຄວາມໄວອອກແບບ ສໍາລັບຂົນສົ່ງໂດຍສານເຂດພູດອຍແມ່ນ 160 ກິໂລແມັດຕໍ່ຊົ່ວໂມງ, ຢູ່ເຂດທົ່ງພຽງແມ່ນ 200 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວອອກແບບສຳລັບການຂົນສົ່ງສິນຄ້າ 120 ກິໂລແມັດຕໍ່ຊົ່ວໂມງ,
3. ການກໍ່ສ້າງປະກອບມີກໍ່ສ້າງຂົວ 167 ແຫ່ງຍາວ 61 ກວ່າກິໂລແມັດ ກວມ 14,9%, ກໍ່ສ້າງທໍ່ 649 ແຫ່ງຍາວ 20ກິໂລແມັດ, ກໍ່ສ້າງອຸມົງ 75 ແຫ່ງ ຍາວ 197 ກິໂລແມັດ ກວມ 47,7%, ໃນນີ້ ອຸມົງທີ່ມີຄວາມຍາວກວ່າໝູ່ແມ່ນປະມານ 12 ກິໂລແມັດ ຢູ່ເມືອງກາສີ ແຂວງວຽງຈັນ,
4. ມີສະຖານີທັງໝົດ 32 ແຫ່ງ, ໃນນີ້ມີ 21 ສະຖານີສຳລັບ ລົດໄຟຫລີກກັນ, ມີ 11 ສະຖານີໂດຍສານ ແລະ ລວມສະຖານີສິນຄ້າອີກ 01 ແຫ່ງ,
5. ລວມມູນຄ່າກໍ່ສ້າງຂອງໂຄງການ 5,8 ຕື້ໂດລາສະຫະລັດ,
6. ປະຈຸບັນ, ໄດ້ສຳເລັດການສ້າງຕັ່ງ ບໍລິສັດ ຮ່ວມທຶນທາງລົດໄຟ ລາວ-ຈີນ, ການປະມູນຈັດຊື້-ຈັດຈ້າງ ກັບບັນດາບໍລິສັດຮັບເໜົາກໍ່ສ້າງ ແລະ ບໍລິສັດທີ່ປຶກສາ ແລະ ເຊັນສັນຍາ ກັບບໍລິສັດຮັບເໝົາກໍ່ສ້າງຫລັກ 06 ສັນຍາ, ບໍລິສັດທີ່ປຶກສາ 03 ສັນຍາ ແລະ ທີ່ປຶກສາບຸກຄົນທີສາມ 03 ສັນຍາ,
7. ຄາດຄະເນການລົງມືກໍ່ສ້າງ ທີ່ກຳນົດເວລາ 60 ເດືອນ ແລະ ຈະສຳເລັດສົມບູນໃນທ້າຍປີ 2022 ມາຮອດມື້ນີ້ ຖືວ່າການກະກຽມເງື່ອນໄຂຕ່າງໆ ໃຫ້ແກ່ການລົງມືກໍ່ສ້າງທັງໝົດ 06 ໄລຍະແມ່ນຄົບຖ້ວນສົມບູນແລ້ວ,
8. ການພັດທະນາພື້ນຖານໂຄງລ່າງເສັ້ນທາງລົດໄຟດັ່ງກ່າວນີ້ ແມ່ນມີຄວາມສຳຄັນຕໍ່ການ ຈັດຕັ້ງຜັນຂະຫຍາຍມີຕິ X ຂອງພັກ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ,
9. ເປັນການເພີ່ມທະວີການເປີດກວ້າງ ແລະ ຍົກລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຂອງສອງປະເທດ ເວົ້າສະເພາະ,
10. ເວົ້າລວມ, ແມ່ນເປັນການເພີ່ມທະວີການພົວພັນ ທາງດ້ານເສດຖະກິດຢູ່ໃນເຂດການຄ້າເສລີ ຈີນ-ອາຊຽນ ອີກດ້ວຍ,
11. ພາຍຫລັງສຳເລັດການກໍ່ສ້າງຈະນຳຜົນປະໂຫຍດອັນໃຫຍ່ຫລວງມາສູ່ປະຊາຊົນລາວບັນດາເຜົ່າ ແລະ ຈະເຮັດໃຫ້ການຄົມມະນາຄົມ-ຂົນສົ່ງ, ການໄປມາຫາສູ່ກັນມີຄວາມສະດວກ,ວອງໄວ ແລະ ປອດໄພ,
12. ສາມາດປະຢັດຕົ້ນທຶນການຂົນສົ່ງ, ທັງເປັນການສົ່ງເສີມການທ່ອງທ່ຽວ, ການຄ້າ-ການລົງທຶນ ໃຫ້ຂະຫຍາຍຕົວຂຶ້ນ,
13. ກະຕຸກຊຸກຍູ້ ການພັດທະນາຂະແໜງການອື່ນໆ ເຊັ່ນ: ຂະແໜງກະສິກຳ, ອຸດສະຫະກຳ-ການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ໃຫ້ມີການຂະຫຍາຍຕົວສູງ ແລະ ສາມາດສ້າງລາຍຮັບ ໃຫ້ແກ່ປະເທດຊາດ ແລະປະຊາຊົນ ໃນສະເພາະໜ້າ ແລະ ຍາວນານ.

ບົດຄວາມຫຼ້າສຸດ

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...