Home​ຂ່າວບັນເທິງຄວາມໝາຍຂອງຊຸດປະຈຳຊາດລາວທີ່ສົ່ງເຂົ້າປະກວດ Miss Grand International 2017

ຄວາມໝາຍຂອງຊຸດປະຈຳຊາດລາວທີ່ສົ່ງເຂົ້າປະກວດ Miss Grand International 2017

Published on

ຟ້າໃສ່ ຈິນນາລີ ນໍລະສິງ ມາຊຸດປະຈຳຊາດລາວທີ່ຈະເຂົ້າປະກວດ Miss Grand International 2017 ທີ່ ປະເທດຫວຽດນາມ.

ຊຸດນີ້ໄດ້ແຮງບັນດານໃຈມາຈາກພຣະທາດຫລວງວຽງຈັນ ເຊີ່ງເປັນປູຊະນີຍະສະຖານທີ່ເກົ່າແກ່ ແລະ ສຳຄັນແຫ່ງຫນຶ່ງຂອງປະເທດລາວ ແລະຍັງເປັນສູນລວມຈິດໃຈຂອງປະຊາຊົນລາວທັງຊາດ. ການອອກແບບຊຸດແມ່ນໄດ້ຍົກເອົາເອກະລັກ ແລະ ລັກສະນະເດັ່ນຂອງພຣະທາດຫລວງມາດັດແປງໃຫ້ເປັນອົງປະກອບຂອງຊຸດ ແລະ ພາກສ່ວນເຄື່ອງປະດັບ ແມ່ນໄດ້ນຳເອົາອົງປະກອບ ແລະ ຮູບຊົງຂອງພຣະທາດຫລວງມາເຮັດໃຫ້ເກີດລູກຫລີ້ນ ໂດຍສາມາດເຮັດໃຫ້ຊຸດເບີ່ງມີມິຕິ ແລະ ສະແດງໃຫ້ເຫັນເຖີງວັດທະນະທຳ , ສິນລະປະ ແລະ ລວດລາຍຄວາມເປັນລາວຫລາຍຂື້ນ. ໂທນສີຂອງຊຸດ ເນັ້ນໃຊ້ສີຄຳຄືດັ່ງພຣະທາດຫລວງ ແລະ ສີຂອງກົມມະລຽນທີ່ອ້ອມຮອບພຣະທາດມາເປັນສີຫລັກໃນການເຮັດຊຸດນີ້ ແລະ ເອົາລວດລາຍຕ່າງໆທີ່ເປັນສີນລະປະລາຍລາວເພີ່ມເຂົ້າໄປໃນຊຸດ ໂດຍຜ່ານສາວງາມ ເພື່ອນຳສະເຫນີ ແລະ ເຜີແຜ່ຊຸດໃຫ້ຊາວຕ່າງຊາດໄດ້ເຫັນເຖີງວັດທະນະທຳ , ຮີດຄອງປະເພນີ ແລະ ເອກະລັກຄວາມເປັນຊາດລາວໄດ້ຢ່າງລົງໂຕ.

ອອກແບບ ແລະ ຕັດໂດຍ:
ສາຍແກ້ວ ສີດາວົງ ເຈົ້າຂອງຮ້ານແພັດຕີ້ເສີມຄວາມງາມ ແລະ ຄຳພີ ອາລັງການ.
ຖ່າຍພາບ ໂດຍ:
ວິລະສັກ ຮ້ານແທນຮັກ ສະຕູດີໂອ

ທ່ານສາມາດໂຫວດຄະແນນໃຫ້ ຟ້າໃສ ຈິນນາລີ ຕາມຂັ້ນຕອນດັ່ງນີ້: 1. ໂຫລດແອັບ Miss Grand International. 2. ເລືອກ BIG VOTE. 3. ກົດຊອກ LAOS. 4. ກົດ VOTE ຂ້າງລຸ່ມຮູບຟ້າໃສ.
ຊ່ວຍກັນ ໂຫວດ ໃຫ້ຄະແນນ Miss Grand Laos

https://www.facebook.com/wowdaralaos/videos/1715131258517521/

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...