Homeຂ່າວພາຍ​ໃນລັດຈະໃຊ້ງົບ 180 ຕື້ ຂະຫຍາຍໂຄງການ 30 ພັນ ປົວທຸກພະຍາດ

ລັດຈະໃຊ້ງົບ 180 ຕື້ ຂະຫຍາຍໂຄງການ 30 ພັນ ປົວທຸກພະຍາດ

Published on

ຂໍ້ມູນຈາກສຳນັກຂ່າວສານປະເທດລາວ ລາຍງານວ່າ ປີ 2017 ນີ້ ລັດຖະບານ ໄດ້ອະນຸມັດງົບປະມານ ຈຳນວນ 180 ຕື້ກີບ ເພື່ອຂະຫຍາຍໂຄງການ 30 ພັນກີບ ປິ່ນປົວທຸກພະຍາດ ໃຫ້ປະຊາຊົນ ໃນຂອບທົ່ວປະເທດ ໄດ້ໃຊ້ບໍລິການ ຍົກເວັ້ນຜູ້ທີ່ເປັນ ພະນັກງານ-ລັດຖະກອນ ຖືບັດ ອປລ ແລະ ອປສ.

ທ່ານ ດຣ.ບຸນແຝງ ພູມມະໄລສິດ ຫົວໜ້າຫ້ອງການ ປະກັນສຸຂະພາບແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 26 ກັນຍາ 2017 ນີ້ ວ່າ: ກອງທຶນປະກັນສຸຂະພາບແຫ່ງຊາດ ຫລື ໂຄງການ 30 ພັນກີບ ປິ່ນປົວທຸກພະຍາດ ແມ່ນເລີ່ມຈັດຕັ້ງປະຕິບັດ ມາແຕ່ກາງປີ 2016 ງົບປະມານເບື້ອງຕົ້ນແມ່ນ 66 ຕື້ກວ່າກີບ, ຊຶ່ງໄດ້ຈັດຕັ້ງປະຕິບັດຢູ່ 4 ແຂວງ ຄື: ແຂວງຫລວງນ້ຳທາ,ໄຊສົມບູນ, ເຊກອງ ແລະ ແຂວງອັດຕະປື. ຕໍ່ມາຈຶ່ງໄດ້ຂະຫຍາຍຕື່ມອີກ, ປັດຈຸບັນ ຂະຫຍາຍເກືອບທົ່ວປະເທດແລ້ວ ຍັງເຫລືອພຽງແຕ່ນະຄອນຫລວງ ແລະ ຄາດວ່າຈະຈັດຕັ້ງປະຕິບັດ ໃນຕົ້ນປີ 2018 ນີ້.

ທ່ານ ດຣ. ບຸນແຝງ ກ່າວຕື່ມວ່າ: ສຳລັບ 30.000 ກີບ ປິ່ນປົວທຸກພະຍາດ ກໍຍັງບໍ່ທັນໄດ້ ເພາະຍັງບໍ່ທັນຄວບຄຸມທຸກພະຍາດ ໃນກໍລະນີໃຫຍ່ໆ ເຊັ່ນ: ພະຍາດມະເຮັງ, ພະຍາດໄຂ້ຍຸງ, ການຟອກໝາກໄຂ່ຫລັງ ແລະ ການຜ່າຕັດໃຫຍ່ (ຜ່າຕັດກະດູກສັງຫລັງ) ເນື່ອງຈາກຍັງມີຄວາມຈຳກັດ ທາງດ້ານທຶນຮອນ ທີ່ຍັງບໍ່ທັນກວມເອົາ ການປິ່ນປົວພະຍາດ ທີ່ມີມູນຄ່າສູງໄດ້ໝົດ. ເພາະທຶນດັ່ງກ່າວ, ຈະຄວບຄຸມເອົາການຮັກສາ-ປິ່ນປົວ, ການນອນໂຮງໝໍ ລວມທັງຜ່າຕັດຂະໜາດນ້ອຍ (ຜ່າຕັດໃສ້ຕິ່ງ) ເຊິ່ງຫາກກາຍກຳນົດຄ່າປິ່ນປົວ ພະຍາດທີ່ລະບຸໄວ້ ແມ່ນອາດຈະໄດ້ຈ່າຍເພີ່ມ ຈຳນວນໃດໜຶ່ງ ເຊິ່ງລາຍລະອຽດຂອງການໃຫ້ບໍລິການ ປິ່ນປົວຕ່າງໆ ແມ່ນກຳລັງຢູ່ໃນ ຂັ້ນຮ່າງ ເປັນນິຕິກຳສະເພາະ ຂອງກະຊວງສາທາລະນະສຸກ ເຊິ່ງຄາດວ່າຈະໄດ້ຮັບ ການປະກາດໃຊ້ໃນໄວໆນີ້.

ຖ້າຫາກເກີດກໍລະນີເຈັບເປັນ ແມ່ນໃຫ້ເຂົ້າໄປປິ່ນປົວ ໃນສະຖານທີ່ ບໍລິການຂອງລັດ ໃກ້ບ້ານໄດ້ເລີຍ (ສະເພາະແຂວງ ທີ່ໄດ້ຮັບການຈັດຕັ້ງປະຕິບັດ) ພຽງແຕ່ຖືບັດປະຈຳຕົວ, ສຳມະໂນຄົວ ຫລື ໃບຢັ້ງ ຢືນ ຈາກນາຍບ້ານຍື່ນຕໍ່ສຸກສາລາ, ໂຮງໝໍລັດ ພາຍໃນແຂວງທີ່ທ່ານ ຕັ້ງຖິ່ນຖານຢູ່ເທົ່ານັ້ນກໍຈະໄດ້ຮັບສິດປິ່ນປົວພະຍາດ ທີ່ຢູ່ໃນເງື່ອນໄຂຂອງ ກອງທຶນປະກັນສຸຂະພາບແຫ່ງຊາດທັນທີ, ຫາກເປັນກໍລະນີໃຫຍ່ ບໍ່ສາມາດປິ່ນປົວໄດ້ ກໍຈະສົ່ງຕໍ່ໄປບ່ອນ ທີ່ມີເງື່ອນໄຂເພື່ອປິ່ນປົວ ເຊິ່ງວ່າການໃຊ້ຈ່າຍ ໃນການເດີນທາງ ແມ່ນກອງທຶນປະກັນ ສຸຂະພາບ ຈະເປັນຜູ້ຈ່າຍໃຫ້. ຜູ້ທີ່ມີສິດໄດ້ຮັບຜົນປະໂຫຍດ ແມ່ນປະຊາຊົນທຸກຄົນ ທີ່ມີລາຍຊື່ຕາມສຳມະໂນຄົວ ຫລື ໃບຢັ້ງຢືນ ມີໜ້າໃນຄົວເຮືອນ ທີ່ຢູ່ໃນບ້ານນັ້ນ. ໃນເຂດປົກຄອງ ທີ່ມີການສ້າງຕັ້ງກອງທຶນ ປະກັນສຸຂະພາບແຫ່ງຊາດ, ເວລາມາໃຊ້ບໍລິການທຸກຄັ້ງ ທີ່ໂຮງໝໍຄູ່ສັນຍາຫລັກ ຜູ້ປະກັນຕົນຕ້ອງໄດ້ປະກອບສ່ວນ ຈ່າຍເງິນສົມທົບ 50% ຂອງເບ້ຍປະກັນຕາມພັນທະ ມີມູນຄ່າເງິນສົມທົບ ຂອງຜູ້ປະກັນຕົນ ທີ່ສຸກສາລາແມ່ນ 5.000 ກີບຕໍ່ກໍລະນີ ກວດເຂດນອກ ແລະ ນອນໂຮງໝໍ; ມູນຄ່າເງິນສົມທົບ ຂອງຜູ້ປະກັນຕົນ ທີ່ນອນໂຮງໝໍເມືອງ ແມ່ນ 10.000 ກີບ ຕໍ່ກໍລະນີ ຂອງກວດເຂດນອກ ແລະ 30.000 ກີບຕໍ່ກໍລະນີນອນໂຮງໝໍ (ກໍລະນີສົ່ງຕໍ່ແມ່ນບໍ່ໄດ້ເກັບ); ມູນຄ່າເງິນສົມທົບຂອງຜູ້ປະກັນຕົນ ທີ່ນອນໂຮງໝໍແຂວງແມ່ນ 15.000 ກີບ ຕໍ່ກໍລະນີ ຂອງກວດເຂດນອກ 30.000 ກີບຕໍ່ກໍລະນີນອນໂຮງໝໍ (ກໍລະນີສົ່ງຕໍ່ແມ່ນບໍ່ໄດ້ເກັບ); ມູນຄ່າເງິນສົມທົບ ຂອງຜູ້ປະກັນຕົນທີ່ນອນໂຮງໝໍພາກ ຫລື ສູນກາງແມ່ນ 20.000 ກີບ ຕໍ່ກໍລະນີ ຂອງກວດເຂດນອກ ແລະ 30.000 ກີບ ຕໍ່ກໍລະນີນອນໂຮງໝໍ (ກໍລະນີສົ່ງຕໍ່ແມ່ນບໍ່ໄດ້ເກັບ).ສິ່ງສຳຄັນຫາກວ່າເກີດກໍລະນີ ເຈັບປ່ວຍກະທັນຫັນ ຫລື ເກີດອຸບັດຕິເຫດສຸກເສີນ ໃນຂະນະທີ່ກຳ ລັງ ປະຕິບັດໜ້າທີ່ຢູ່ຕ່າງແຂວງ ກໍຍັງສາມາດນຳໃຊ້ສິດດັ່ງກ່າວ ໃນໂຮງໝໍລັດທົ່ວໄປ ໄດ້ເຊັ່ນດຽວກັນ ແຕ່ຕ້ອງປະສານງານ ຕິດຕໍ່ໄປຫາໂຮງໝໍເມືອງ ແລະ ແຂວງ ທີ່ຕົນຕັ້ງຖິ່ນຖານຢູ່ນັ້ນ ເພື່ອຢັ້ງຢືນ ແລະ ໂອນຖ່າຍຂໍ້ມູນ ມາໃຫ້ໂຮງໝໍທີ່ທ່ານກຳລັງປິ່ນປົວ ພາຍໃນ 48 ຊົ່ວໂມງ.

ແຫຼ່ງຂ່າວ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...