Home​ຂ່າວບັນເທິງຟ້າໃສ Miss Grand Laos 2017 ຕິດອັນດັບ Top 20

ຟ້າໃສ Miss Grand Laos 2017 ຕິດອັນດັບ Top 20

Published on

ຂ່າວບັນເທີງມື້ນີ້ເຮົາຍັງຕາມຕິດກະແສຂ່າວເວທີການປະກວດນາງງາມ ເຊິ່ງບັນເທີງກັບລາວໂພສຈະພາທຸກທ່ານມາສ່ອງອີກໜຶ່ງເວທີການປະກວດຢ່າງ Miss Grand International 2017 ເຊິ່ງໃນປີນີ້ປະເທດຫວຽດນາມເປັນເຈົ້າພາບຈັດການປະກວດ ໃນມື້ຮອບຕັດສິນແມ່ນຈະມີຂຶ້ນໃນຄ່ຳຄືນຂອງວັນທີ 10 ຕຸລາ 2017.

ສຳລັບປີນີ້ເປັນຄັ້ງທຳອິດທີ່ ສປປ ລາວ ໄດ້ສົ່ງ ນາງ ຟ້າໃສ ຈິນນາລີ Miss Grand Laos 2017 ເຂົ້າຮ່ວມການປະກວດໃນເວທີ Miss Grand International 2017  ແລະ ຈາກການຈັດອັນດັບຜົນໂຫວດຈາກຜູ້ຊົມທົ່ວໂລກ ໃນປັດຈຸບັນ “ຟ້າໃສ ຈິນນາລີ” ຕິດອັນດັບ Top 20 ຄົນສຸດທ້າຍ.

ແຟນໆຊາວລາວທຸກຄົນມາຮ່ວມສົ່ງກຳລັງໃຈໄປເຊຍສາວງາມຕົວແທນຈາກລາວ ແລະ ໂຫວດໃຫ້ ຟ້າໃສ ຈິນນາລີ Miss Grand Laos 2017 ຕິດ Topໃນອັນດັບຕົ້ນໆໄປພ້ອມກັນ.

ທ່ານສາມາດໂຫວດໃຫ້ ຟ້າໃສ ຈິນນາລີ ໄດ້ງ່າຍໆພຽງ

  1. ກົດເຂົ້າໄປເພຈ Miss Grand International 2017 – Vietnam
  2. ເມື່ອເຫັນຮູບ “ຟ້າໃສ ຈິນນາລີ” ທ່ານພຽງກົດໄລນ໌, ກົດແຊຣ໌

ໝາຍເຫດ: ການຈັດອັນດັບຂອງນາງງາມແຕ່ລະປະເທດແມ່ນຈະມີການປຽນແປງທຸກອາທິດ ເນື່ອງຈາກອີງໃສ່ຄະແນນຜົນໂຫວດແຕ່ລະອາທິດແຕກຕ່າງກັນອອກໄປ.

 

 

ບົດຄວາມຫຼ້າສຸດ

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...