Homeຂ່າວພາຍ​ໃນທາດດຳບໍ່ໄດ້ຮັບການເບິ່ງແຍງ ໃຫ້ສົມຊື່ວ່າເປັນອີກແຫຼ່ງທ່ອງທ່ຽວໜຶ່ງ

ທາດດຳບໍ່ໄດ້ຮັບການເບິ່ງແຍງ ໃຫ້ສົມຊື່ວ່າເປັນອີກແຫຼ່ງທ່ອງທ່ຽວໜຶ່ງ

Published on

ພະທາດດຳ ເປັນພະທາດອົງໜຶ່ງທີ່ມີຊື່ສຽງໃນນະຄອນຫຼວງວຽງຈັນ ແລະປັດຈຸບັນກໍເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງ ຂອງນະຄອນຫຼວງວຽງຈັນ ແຕ່ເບິ່ງແລ້ວບໍ່ສົມຊື່ວ່າເປັນສະຖານທີ່ທ່ອງທ່ຽວ, ບໍ່ສົມວ່າເປັນປູຊະນິຍະສະຖານ ເພາະຂາດການເບິ່ງແຍງເອົາໃຈໃສ່ເທົ່າທີ່ຄວນ ປະປ່ອຍໃຫ້ຫຍ້າເກີດຂຶ້ນຮົກເຮື້ອ ເຊິ່ງຖ້າຫາກວ່າບໍ່ມີການອະນາໄມ ບໍ່ດົນຮາກໄມ້ຮາກຫຍ້າກໍຈະຊີໃຫ້ອົງພະທາດແຕກຍະ ແລະຜູພັງລົງຢ່າງແນ່ນອນ.

ທາດດຳສ້າງມາແຕ່ປີໃດແທ້ນັ້ນຍັງບໍ່ຮູ້ຊັດເຈນ. ນັບຕັ້ງແຕ່ສະໄໝຝຣັ່ງມາປົກຄອງຮອດປະຈຸບັນ ເປັນໄລຍະເວລາຫຼາຍສິບປີແລ້ວ ທາດອົງນີ້ເປັນສີດຳຢູ່ແບບນີ້, ບໍ່ມີໃຜໄປປົວໄປແປງ ບໍ່ມີໃຜທາສີ ບໍ່ມີການກໍ່ສ້າງ ແລະ ບູລະນະສ້ອມແປງ ເພາະເປັນທີ່ດິນຂອງຄົນຝຣັ່ງ ຊື່ບັກໂຕໂລນີ ພາຍລຸນມາຝຣັ່ງກໍຂາຍທີ່ດິນນັ້ນໃຫ້ສະຖານທູດອາເມລິກາ ແຕ່ຄົນລາວຂະນະນັ້ນ ຂໍຮ້ອງບໍ່ໃຫ້ຂາຍດິນທີ່ເປັນສ່ວນພະທາດໃຫ້ແກ່ອາເມລິກາ ເພາະຢູ່ໃນເຂດສາທາລະນະ. ຢ່າງໃດກໍຕາມເປັນເວລາຫຼາຍກວ່າຮ້ອຍປີ ທີ່ບໍ່ມີການບັນທຶກໄວ້ກ່ຽວກັບພະທາດດຳນັ້ນ ຄົນທັງຫຼາຍເຫັນວ່າມີສີດຳ ກໍພາກັນຮຽກທາດດຳມາຮອດບັດນີ້ ທີ່ຈິງແລ້ວທາດດຳ ແລະ ບໍລິເວນໂດຍຮອບແຕ່ຖະໜົນລ້ານຊ້າງ, ຖະໜົນເສດຖາ, ຫ້ອງການຕຳຫຼວດທາດດຳ ແລະ ສະຖານທູດອາເມຣິກາ(ເກົ່າ)ລ້ວນແຕ່ແມ່ນບໍລິເວນວັດ ທີ່ມີຊື່ວ່າ “ວັດພຣະຣາດຊະນັດດາ” ທີ່ພຣະເຈົ້າໄຊເຊດຖາທິລາດ ສ້າງອຸທິດໃຫ້ຫຼານສາວຂອງພຣະອົງ.

ທາດດຳ ປີ 2017
ທາດດຳ ປີ 1930
ທາດດຳ 1920
ທາດດຳ 1900
ທາດດຳ 1960

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...