ໃນສະໄໝພຸດທະການທີ່ພຣະພຸດທະເຈົ້າອອກເຜີຍແຜ່ພຸດທະສາສະໜາໃນດິນແດນຊົມພູທະວີບຊ່ວງໄລຍະທຳອິດຍັງບໍ່ມີທຳນຽມການຢາດນ້ຳອຸທິດສ່ວນບຸນກຸສົນໃຫ້ແກ່ຜູ້ຕາຍ ຫຼື ບັນພະບູລຸດຂອງຜູ່ກະທຳກຸສົນແຕ່ຢ່າງໃດ
ຈົນເມື່ອພະເຈົ້າພິມພິສານ ມະຫາຣາຊແຫ່ງແຄວ້ນມະຄົດ ທີ່ມີຄວາມສັດທາໃນພຸດທະສາສະໜາ ແລະ ໄດ້ຖວາຍສວນໄຜ່ໃຫ້ເປັນວິຫານທີ່ປະທັບຂອງພຣະພຸດທະເຈົ້າ “ພຸດທະ” ຫຼື ເຈົ້າຊາຍສີທັດທະນັ້ນເອງ (ສ່ວນໄຜ່ແຫ່ງນັ້ນໄດ້ກາຍເປັນວັດແຫ່ງທຳອິດໃນພຸດທະສາສະໜາມີຊື່ວ່າ “ວັດພຣະເວດວັນ”
ແຕ່ການບຳເພັນກຸສົນອັນຍິ່ງໃຫຍ່ຂອງພະເຈົ້າພິມພິສານເທື່ອນີ້ກໍ່ຍັງບໍ່ໄດ້ອຸທິດສ່ວນບຸນກຸສົນໃຫ້ແກ່ຜູ້ຕາຍ ເນື່ອງຈາກຍັງບໍ່ມີທຳນຽມການປະຕິບັດ
ເມື່ອພະເຈົ້າພິມພິສານບັນທົມໃນຄືນນັ້ນກໍ່ໄດ້ (ພຣະສຸບິນ) ຫຼັບຝັນ ເຫັນເປດຫຼາຍຕົວມາຂໍສ່ວນບຸນ ເມື່ອຮຸ່ງເຊົ້າຂຶ້ນມາພະເຈົ້າພິມພິສານຈິ່ງໄດ້ນຳຄວາມໄປກາບທູນພຣະພຸດທະເຈົ້າ ພຣະພຸດທະເຈົ້າຈິ່ງໄດ້ບອກໃຫ້ພະເຈົ້າພິມພິສານຖວາຍມານແກ່ພຣະສົງອີກຄັ້ງພ້ອມກັບຕັ້ງຈິດອະທິຖານຢາດນ້ຳອຸທິດສ່ວນບຸນກຸສົນໄປໃຫ້ແກ່ຜູ່ທີ່ລ່ວງລັບໄປແລ້ວພະເຈົ້າພິມພິສານກໍ່ເຮັດຕາມຄຳແນະນຳ ເມື່ອຕົກເດິກໃນຄືນນັ້ນພະເຈົ້າພິມພິສານໄດ້ຫຼັບຝັນອີກຄັ້ງ ແລະ ກໍ່ເຫັນພວກເປດມາເຂົ້າຝັນອີກຄັ້ງ ແຕ່ເທື່ອນີ້ພວກເປດມີສີໜ້າແຈ່ມໃສເຫມືອນໄດ້ຮັບຜົນບຸນທີ່ຕົນສົ່ງໃຫ້ໄປແລ້ວ
ການຢາດນ້ຳ>
> ຄວາມໝາຍຄຳວ່າ “ຢາດນ້ຳ” ແມ່ນແຜ່ສ່ວນກຸສົນດ້ວຍວິທີຫຼັ່ງນ້ຳ ການຢາດນ້ຳແຜ່ສ່ວນບຸນນັ້ນ ສະຫຼຸບແລ້ວມີ 4 ປະການຄື:
> 1. ຢາດນ້ຳຕັດຂາດຈາກກັນ
> 2. ຢາດນ້ຳຍົກກຳມະສິດໃຫ້ກັນ
> 3. ຢາດນ້ຳຕັ້ງຄວາມປາດຖະໜາ
> 4. ຢາດນ້ຳເພື່ອແຜ່ສ່ວນກຸສົນ