spot_img
Homeຂ່າວພາຍ​ໃນກຳນົດເຂດ ແລະ ປະເພດທີ່ດິນໃນຂອບເຂດທົ່ວປະເທດຢ່າງເປັນລະບົບ

ກຳນົດເຂດ ແລະ ປະເພດທີ່ດິນໃນຂອບເຂດທົ່ວປະເທດຢ່າງເປັນລະບົບ

Published on

ກອງ​ປະຊຸມ​ວິທະຍາສາດ ເພື່ອຄົ້ນຄວ້າ ແລະ ປະກອບ​ຄຳ​ເຫັນໃສ່​ຮ່າງ​ແຜນ​ແມ່​ບົດ​ຈັດ​ສັນ​ທີ່​ດິນແຫ່ງ​ຊາດ ໄດ້​ຈັດ​ຂຶ້ນ​ລະຫວ່າງວັນ​ທີ 15-16 ສິງຫາ 2017 ທີ່ຫ້ອງ​ປະຊຸມ​ກະຊວງ​ຊັບ​ພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດລ້ອມ (​ກຊສ) ເປັນ​ປະທານ​ຂອງທ່ານ ບຸນ​ມີ ພຸດ​ທະ​ວົງ ຮອງ​ລັດຖະ​ມົນຕີ ກະຊວງ​ຊັບພະຍາກອນທຳ​ມະ​ຊາດ ແລະ ສິ່ງແວດລ້ອມ ມີ​ຮອງ​ລັດຖະມົນຕີ ຮອງ​ເຈົ້າແຂວງ ຫົວໜ້າ​ກົມ ບັນດາ​ຫົວໜ້າ​ພະ​ແນກ ຮອງ​ຫົວໜ້າ​ພະແນກ ພ້ອມ​ດ້ວຍ​ພະນັກງານ​ວິຊາການ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ບຸນ​ມີ ພຸດ​ທະ​ວົງ ກ່າວວ່າ: ໃນ​ປີ 2006 ລັດຖະບານ ໄດ້ສ້າງຕັ້ງ​ອົງການ​ຄຸ້ມ​ຄອງ​ທີ່​ດິນແຫ່ງ​ຊາດ ຈາກ​ນັ້ນ ກໍ່​ໄດ້​ປັບປຸງກົງຈັກ​ການຈັດຕັ້ງ ເພື່ອ​ຄຸ້ມ​ຄອງ ແລະ ບໍລິຫານ​ທີ່​ດິນ​ນັບ​ແຕ່​ສູນກາງ​ຈົນ​ຮອດ​ທ້ອງຖິ່ນ ນັບ​ແຕ່​ເວລາ​ນັ້ນ​ມາ ຈຶ່ງ​ໄດ້​ມີ​ການ​ລິ​ເລີ່ມຄົ້ນຄວ້າ​ເພື່ອ​ສ້າງ​ລະບົບ​ການ​ຈັດສັນ​ທີ່​ດິນ​ໃນ ​ສປປ ລາວ ໂດຍ​ໄດ້ກຳນົດ​ເປັນ​ລະບົບຄື: ແຜນ​ແມ່ບົດ​ຈັດ​ສັນ​ທີ່​ດິນ​ແຫ່ງ​ຊາດ ແຜນຈັດ​ສັນ​ທີ່​ດິນ​ຂັ້ນ​ແຂວງ ນະຄອນຫຼວງ ແຜນ​ຈັດ​ສັນ​ທີ່​ດິນ​ຂັ້ນ​ເມືອງ ເທສະ​ບານ ແລະ ແຜນ​ຈັດ​ສັນທີ່​ດິນ​ຂັ້ນ​ບ້ານ ເພື່ອ​ສ້າງ​ລະບົບການ​ຈັດ​ສັນ​ທີ່​ດິນ ໃຫ້​ປາກົດ​ຜົນເປັນ​ຈິງ ຈຶ່ງ​ໄດ້​ເລີ່ມ​ຈາກ​ການວາງ​ແຜນ​ແມ່​ບົດ​ຈັດ​ສັນ​ທີ່​ດິນແຫ່ງ​ຊາດ ເປັນ​ແຜນ​ມະຫາ​ພາກລະດັບ​ຊາດ ເພື່ອ​ເປັນ​ການ​ກຳນົດຫຼັກການ ແລະ ຕົວ​ເລກ​ຊີ້​ນຳ​ກ່ຽວກັບ​ການ​ຄຸ້ມ​ຄອງ ການ​ປົກ​ປັກຮັກສາ ການ​ພັດທະນາ ແລະ ການ​ນຳ​ໃຊ້​ທີ່​ດິນ​ໃນ​ຂອບ​ເຂດ​ທົ່ວປະເທດ

ການ​ສ້າງ​ແຜນ​ແມ່​ບົດ​ຈັດ​ສັນທີ່​ດິນ​ແຫ່ງ​ຊາດ ແມ່ນ​ເພື່ອ​ກຳນົດ​ເຂດ ແລະ ປະເພດ​ທີ່​ດິນ​ໃນຂອບ​ເຂດ​ທົ່ວ​ປະເທດ​ຢ່າງ​ເປັນ​ລະບົບ ແນໃສ່​ວາງ​ແຜນການ​ຄຸ້ມຄອງ ປົກ​ປັກ​ຮັກສາ​ພັດທະນາ ແລະ ນຳ​ໃຊ້​ທີ່​ດິນ​ຕາມ​ຫຼັກ​ວິຊາການ ແລະ ລະບຽບ​ກົດໝາຍ ເຮັດ​ໃຫ້​ທີ່​ດິນກໍ່​ຄືຊັບພະຍາກອນທຳ​ມະ​ຊາດ​ຕ່າງໆ​ມີ​ຄວາມ​ຍືນຍົງ.

ແຜນ​ແມ່​ບົດ​ຈັດ​ສັນ​ທີ່​ດິນ​ແຫ່ງຊາດ ​ໄດ້​ກຳນົດ​ໄປ​ຕາມ​ທິດ​ທາງນະໂຍບາຍຂອງ​ພັກ-ລັດ ໃນ​ແຕ່ລະ​ໄລຍະ​ໂດຍ​ອີງໃສ່​ສະພາບ​ພູມມີ​ປະເທດ​ເປັນຕົ້ນ​ຕໍ ເພື່ອ​ກຳນົດເຂດ​ຄຸ້ມ​ຄອງ​ນຳ​ໃຊ້ ແລະ ພື້ນ​ທີ່ປົກ​ປັກ​ຮັກສາ ຊັບພະຍາກອນ​ທຳມະ​ຊາດ ແລະ ສິ່ງແວດລ້ອມ ເຊິ່ງ​ໄດ້​ກວມ​ເອົາ​ເນື້ອທີ່​ສ່ວນ​ໃຫຍ່ຂອງ​ປະເທດ ທັງ​ນີ້ ກໍ່​ເພື່ອ​ສ້າງເປັນ​ທຶນຮອນ​ໃຫ້​ປະເທດ​ຊາດ ແລະ ຄວາມ​ດຸນ​ດ່ຽງ​ທາງ​ດ້ານທຳ​ມະ​ຊາດ ປ້ອງ​ກັນ​ອຸ​ທົກ​ກະ​ໄພ ຫຼື ໄພພິບັດ​ທາງ​ທຳ​ມະ​ຊາດ ຮັກສາ​ຄວາມ​ອຸດົມສົມບູນ​ທາງ​ດ້ານຊີວະ​ນາໆພັນ ລະບົບ​ນິເວດ ແລະ ຮັກສາ​ແຫຼ່ງ​ນ້ຳ​ໃນ​ຂອບ​ເຂດ​ທົ່ວປະເທດ ​ໃນ​ຂະນະ​ດຽວ​ກັນ ກໍ່​ເພື່ອຕອບ​ສະໜອງ​ນ້ຳ​ໃຫ້​ແກ່​ການ​ຜະລິດ​ພະລັງງານ​ໄຟຟ້າ ສົ່ງເສີມການທ່ອງທ່ຽວ​ທຳ​ມະ​ຊາດ ການຜະລິດ​ສະບຽງ​ອາຫານ ທັງ​ເປັນການ​ຫຼຸດຜ່ອນ​ປ່ອຍ​ອາຍ​ພິດເຮືອນ​ແກ້ວ ແລະ ດູດ​ຊັບ​ທາດກາກ​ບອນ​ອີກ​ດ້ວຍ.

ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ໄດ້​ຮັບຟັງ​ການ​ລາຍ​ງານ​ຫຍໍ້​ການ​ສ້າງ ແລະ ປັບປຸງ​ແຜນ​ແມ່​ບົດ​ຈັດ​ສັນທີ່​ດິນ​ແຫ່ງ​ຊາດ ​ໃນ​ໄລຍະ​ຜ່ານ​ມາ ສະເໜີ​ຮ່າງ​ແຜນ​ແມ່​ບົດ​ຈັດ​ສັນ​ທີ່ດິນ​ແຫ່ງ​ຊາດ ຈາກ​ນັ້ນ ກອງ​ປະຊຸມ​ຍັງ​ໄດ້​ແບ່ງ​ຈຸ​ກຸ່ມ​ສົນທະນາ ປຶກສາ​ຫາລືປະກອບ​ຄຳ​ຄິດ​ຄຳເຫັນ​ໃສ່​ຮ່າງ​ແຜນ​ແມ່​ບົດ​ຈັດ​ສັນທີ່​ດິນ​ແຫ່ງ​ຊາດ ເພື່ອ​ເຮັດ​ໃຫ້​ຮ່າງດັ່ງກ່າວ ​ມີ​ເນື້ອ​ໃນ​ຄົບ​ຖ້ວນ​ສົມບູນຂຶ້ນ​ຕື່ມ​ອີກ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...