Homeຂ່າວທ້ອງຖິ່ນຄົບຮອບ 7 ປີ ແຫ່ງວັນມີຜົນບັງຄັບໃຊ້ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

ຄົບຮອບ 7 ປີ ແຫ່ງວັນມີຜົນບັງຄັບໃຊ້ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

Published on

ໃນວັນທີ 01 ສິງຫາ ຂອງທຸກໆປີ ເປັນວັນທີີ່ມີຄວາມໝາຍສຳຄັນສຳລັບ ສປປ ລາວ ເຊິ່ງເປັນປະເທດທີ່ຖືກຖິ້ມລະເບີດລູກຫວ່ານໃສ່ຫຼາຍທີ່ສຸດໃນໂລກ ແລະ ວັນດັ່ງກ່າວກໍໄດ້ກາຍເປັນວັນລະນຶກເຖິງການຄົບຮອບຂອງວັນມີຜົນບັງຄັບໃຊ້ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເຊິ່ງໃນປີ 2017 ກໍຄົບຮອບ 7 ປີຂອງສົນທິ ສັນຍາດັ່ງກ່າວ.

ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເປັນສົນທິສັນຍາສາກົນທີ່ຫ້າມການຜະລິດ ການນຳໃຊ້ ການຂົນສົ່ງ ແລະ ການສະສົມອາວຸດລະເບີດຕ່າງໆ ເຊິ່ງໃນໂອກາດນີ້ ລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍໜ່ວຍງານຕ່າງໆໃນຂະແໜງການລະເບີດບໍ່ທັນແຕກກໍໄດ້ມາເຕົ້າໂຮມກັນໃນພິທີລະນຶກເຖິງວັນດັ່ງກ່າວທີ່ຈັດຂຶ້ນເມື່ອຕົ້ນສັບປະດາຜ່ານມາຢູ່ກະຊວງແຮງງານ ແລະສະຫວັດດີການສັງຄົມ ໂດຍການເປັນປະທານຂອງ ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ທ່ານ ນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ ແລະ ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ ລາວ ເຊິ່ງພິທີນີ້ ບໍ່ພຽງແຕ່ເປັນການລະນຶກເຖິງການຄົບຮອບຂອງສົນທິສັນຍາດັ່ງກ່າວເທົ່ານັ້ນ ແຕ່ຍັງເປັນການຫວນຄິດເຖິງປະຫວັດສາດອັນເຈັບປວດຂອງ ສປປ ລາວ ຍ້ອນລະເບີດບໍ່ທັນແຕກນັບແຕ່ສົງຄາມສິ້ນສຸດລົງຫຼາຍກວ່າ 40 ປີຜ່ານມາ.

ທັງນີ້ ມີການເປີດເຜີຍວ່າ ເມື່ອປີ 2016 ຜ່ານມາ ​ມີຜູ້ບາດເຈັບ ຫຼື ເສຍຊີວິດຈາກລະເບີດບໍ່ທັນແຕກຈຳນວນ 59 ຄົນຢູ່ ສປປ ລາວ ແລະ ຈຳນວນຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກໃນປີນີ້ ມາຮອດປັດຈຸບັນແມ່ນມີ 23 ຄົນ ເຊິ່ງນັກວິຊາການໄດ້ຄາດວ່າ 30% ຂອງລະເບີດລູກຫວ່ານທັງໝົດ 270 ລ້ານໜ່ວຍທີ່ໄດ້ຖືກຖິ້ມລົງມາໃນໄລຍະສົງຄາມອິນດູຈີນ ແມ່ນຍັງບໍ່ທັນແຕກ ຫຼື ຍັງມີປະມານ 80 ລ້ານໜ່ວຍທີ່ຍັງບໍ່ທັນແຕກ ແລະ ຢັ່ງຢາຍຢູ່ຕາມພື້ນທີ່ຕ່າງໆທົ່ວປະເທດ.

ສປປ ລາວ ເປັນປະເທດທີສອງທີ່ໄດ້ລົງນາມໃນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຫຼັງຈາກປະເທດນ໋ອກແວ ເຊິ່ງສົນທິສັນຍາສະບັບດັ່ງກ່າວໄດ້ປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ ສປປ ລາວ ໂດຍສະເພາະແມ່ນໂຄງການເກັບກູ້ລະເບີດແຫ່ງຊາດທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ໃນແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໃນຕະຫຼອດໄລຍະ 20 ປີຜ່ານມາ ເຊິ່ງໂຄງການເກັບກູ້ລະເບີດແຫ່ງຊາດໄດ້ເກັບກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ໄດ້ຫຼາຍກວ່າ 61.000 ເຮັກຕາ ເພື່ອເຮັດໃຫ້ການນຳໃຊ້ເນື້ອທີ່ດິນມີຄວາມປອດໄພ  ທຳລາຍລະເບີດບໍ່ທັນແຕກຊະນິດຕ່າງໆໄດ້ຫຼາຍກວ່າ 1,8 ລ້ານໜ່ວຍ ນອກນີ້ ສົນທິສັນຍາສະບັບດັ່ງກ່າວຍັງໄດ້ສະໜອງຂອບການຮ່ວມມືໃຫ້ແກ່ ສປປ ລາວ ກັບບັນດາປະເທດຕ່າງໆ ແລະ ຄູ່ຮ່ວມງານອື່ນໆເພື່ອສ້າງເຂົ້າໃຈໃນການຮ່ວມກັນແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງໃນປະເທດຂອງຕົນ ແລະ ໃນຫຼາຍປີຜ່ານມານີ້ ກໍມີຜົນໄດ້ຮັບທີ່ດີຈາກການຮ່ວມມືດັ່ງກ່າວ ນອກນັ້ນ ສປປ ລາວ ຍັງໄດ້ປະກອບສ່ວນທີ່ສຳຄັນເຂົ້າໃນການລະດົມຂົນຂວາຍໃຫ້ປະເທດຕ່າງໆໃນໂລກລົງນາມ ແລະ ໃຫ້ສັດຕະຍາບັນຕໍ່ສົນທິສັນຍາອີກດ້ວຍ.

 

ແຫລ່ງຂ່າວ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...