spot_img
Homeຂ່າວພາຍ​ໃນແຂວງວຽງຈັນ ສະເໜີພາກລັດ ແກ້ບັນຫາຂາດງົບລົງທຶນ ແລະ ຕະຫລາດຈໍາໜ່າຍສິນຄ້າ

ແຂວງວຽງຈັນ ສະເໜີພາກລັດ ແກ້ບັນຫາຂາດງົບລົງທຶນ ແລະ ຕະຫລາດຈໍາໜ່າຍສິນຄ້າ

Published on

ຂປລ. ອໍານາດ​ການ​ປົກຄອງ​ ແຂວງ​ວຽງ​ຈັນ ​ສະ​ເໜີ​ໃຫ້​ກະຊວງ ​ອຸດສາຫະກໍາ ​ແລະ ການ​ຄ້າ​ ຊ່ວຍ​ແກ້​ບັນຫາ​ການ​ຂາດ​ເຂີນ​ ງົບປະມານ​ລົງທຶນ​ ໃນ​ຂະ​ແໜງ​ການ​ຜະລິດ ​ແລະ ທຸລະ​ກິດ​ຂະໜາດ​ນ້ອຍ​ທີ່​ເປັນ​ຮາກ​ເຫງົ້າ​ ຂອງ​ການ​ສ້າງ​ລາຍ​ຮັບ​ ໃຫ້​ປະຊາຊົນ​ທ້ອງ​ຖິ່ນ​ພົ້ນ​ທຸກ ພ້ອມ​ນີ້​ ກໍ​ໃຫ້​ພິຈາລະນາ​ທົບ​ທວນ ​ແລະ ຄົ້ນຄວ້າ​ຕະຫລາດຮອງ​ຮັບ ​ເພື່ອ​ຈໍາໜ່າຍ​ສິນຄ້າ ອອກ​ສູ່​ຕະຫລາດ ​ຢ່າງ​ເປັນ​ລະບົບ.

ລະຫວ່າງວັນ​ທີ 27 ກໍລະກົດທີ່ຜ່ານມານີ້ ​ທ່ານ​ ນາງເຂັມມະນີ ​ພົນເສນາ ​ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມ​​ດ້ວຍຄະນະ ​ໄດ້ລົງເຄື່ອນໄຫວຢ້ຽມຢາມ ​ແລະ ຊີ້ນຳ ​ໃຫ້ພະແນກ ອຸດສາຫະກຳ​ ແລະ ການຄ້າ​ ແຂວງວຽງຈັນ ​ໃນ​ນີ້​ໃຫ້ເອົາໃຈໃສ່ຫລາຍບັນຫາ ເປັນຕົ້ນແມ່ນກໍ່ສ້າງພັກພະນັກງານໃຫ້​​ເປັນລະບົບຕໍ່ເນື່ອງ ດ້ານໂຄງປະກອບພະນັກງານ ໃຫ້​ໄດ້ 3 ລຸ້ນພ້ອມທັງຈັດຕັ້ງບຳລຸງ ທິດສະດີກາເມືອງ​-ການປົກຄອງ ​ແລະ​ ດ້ານວິຊາສະເພາະ​​ ໃຫ້​ແກ່​ພະນັກງານ. 

ສຳລັບການຈັດ​ຕັ້ງສາຍກວດ ຂອງ​ເຈົ້າ​ໜ້າ​ທີ່​ກວ​ດກາ​ການ​ຄ້າ​​​ ຕ້ອງໃຫ້​ແທດ​ເໝາະ​ກັບ ຄວາມ​ເປັນຈິງປັບປຸງຂອດການປະສານ ສົມທົບກັນຢ່າງກົມກຽວລະຫວ່າງ ບັນດາກົມ​​ໃນ​ຂັ້ນ​ກະຊວງ​ ກັບແຂວງຕື່ມອີກບັນດາຂະແໜງການຕ້ອງກຳໃຫ້ໄດ້ ບັນດານິຕິກຳທີ່ກ່ຽວຂ້ອງຂອງ​ຕົນ,​ ທັງເອົາໃຈໃສ່ ຕິດຕາມການຂຶ້ນທະບຽນ ແລະ ສົມທົບ​ ກັບຂະແໜງການເງິນ ໃນການເກັບຄ່າອາກອນຊກຍູ້ສົ່ງເສີມ ​ແລະ ພັດທະນາ ສິນຄ້າໂອດັອບ​ ເພື່ອກາຍເປັນສິນຄ້າທີ່​ມີ​ຊື່ສຽງ ໃນ​ຕໍ່ໜ້າ​​.

​ໂອກາດ​ດຽວກັນ, ທ່ານ ​ພູວົງ ​ສີຫອມວົງ ຫົວໜ້າພະແນກ ອຸດສາຫະກຳ​ ແລະ ການຄ້າ​ ແຂວງວຽງຈັນ ​​ໄດ້ນຳສະເໜີບາງບັນຫາຕໍ່ ກະຊວງອຸດສາຫະກໍາ ​ແລະ ການ​ຄ້າ ຄວນ​​ປະສານງານກັນຢ່າງກົມກຽວ ເປັນຕົ້ນແມ່ນ ການສົ່ງນິຕິກຳ ​ແລະ ​ແຈ້ງ​ການກ່ຽວກັບການ ປັບລາຄານ້ຳມັນມາໃຫ້ ແຂວງຮັບ​ຊາບ, ​ບັນດາຫົວໜ່ວຍທຸລະ​ກິດ​ ຂະໜາດ​ນ້ອຍ (SME) ຢູ່ຂັ້ນແຂວງ ຍັງບໍ່ຮູ້ວິທີ​​ເຂົ້າຫາແຫລ່ງທຶນ​ ສະ​ນັ້ນ ​ເພື່ອ​ແກ້ໄຂບັນຫາ​ນີ້ ສະເໜີໃຫ້ກະຊວງ ຂະຫຍາຍກອງທຶນ ລົງມາຂັ້ນແຂວງສ່ວນການສົ່ງເສີມການຄ້າ 1​ ເມືອງ ຜະລິດຕະພັນ​ ພົບຄວາມຫຍຸ້ງຍາກ ເພາະຂາດງົບປະມານນອກນີ້ ສະເໜີໃຫ້ກະຊວງ ຊ່ວຍຊອກຕະຫລາດຈຳໜ່າຍສິນຄ້າ ກະສິກຳຕາມລະດູການ, ພ້ອມ​ທັງ ສະເໜີຍົກລະດັບດ່ານບ້ານວັງ ໃຫ້ເປັນດ່ານສາກົນ​ໃນຕໍ່ໜ້າ.

ສຳລັບ​ໃນ 6​ ເດືອນຕົ້ນປີ 2017 ແຂວງວຽງຈັນ ມີການນຳເຂົ້າສິນຄ້າ ເປັນມູນຄ່າ 2,8 ລ້ານກວ່າໂດລາສະຫະລັດ​ ທຽບໃສ່ແຜນການປີລື່ນ 28%​, ໃນນີ້​ ບໍລິສັດນຳເຂົ້າ 2,6 ລ້ານກ່ວາໂດລາ​ ເປັນຕົ້ນແມ່ນ ​​ອຸປະກອນຮັບໃຊ້ຂອງ ບໍລິສັດເອຊຍການກະເສດອິນຊີ, ​​ອຸປະກອນເຄື່ອງຈັກ ຂອງໂຮງງານຫົວເຊັ້ຍ, ​ເຄື່ອງຈັກຂອງໂຮງງານ ຢາສູບລາວສາກົນພາຫານະກົນຈັກນັກ ແລະ​ ລົດບັດ 25-45 ບ່ອນນັ່ງສ່ວນປະເພດສິນຄ້າ ນຳເຂົ້າໃນແຜນມີ​ມູນ​ຄ່າ 283.934​ ໂດລາສະຫະລັດເຊັ່ນ: ​ເຄື່ອງຜະລິດນ້ຳກ້ອນຊີມັງ,​ ເຫລັກເສັ້ນສັງກະສີ, ໝໍ້ແປງໄຟຟ້າ, ອາຫານສັດ​​ ແລະ ອື່ນໆສ່ວນດ້ານການສົ່ງອອກບັນລຸ 11 ລ້ານກ່ວາໂດລາສະຫະລັດທຽບໃສ່ແຜນປີປະຕິບັດໄດ້ 75% ສາເຫດຍ້ອນສິນຄ້າ ພືດກະສິກຳເພີ່ມຂຶ້ນ ເປັນຈຳນວນຫລາຍເທົ່າຕົວ​ ຈາກປີຜ່ານມາ ເປັນຕົ້ນແມ່ນໝາກເດືອຍແຫ້ງມັນຕົ້ນໝາກເດືອຍສີ​ ແລະ ໝາກກ້ວຍນ້ຳ

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...