Homeຂ່າວຕ່າງປະເທດ"ສະຫະລັດ" ເດືອດ "ຣັດເຊຍ" ປະກາດເນລະເທດນັກການທູດຂອງສະຫະລັດ 775 ຄົນ

“ສະຫະລັດ” ເດືອດ “ຣັດເຊຍ” ປະກາດເນລະເທດນັກການທູດຂອງສະຫະລັດ 775 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 30 ກໍລະກົດ 2017 ວ່າ “ກະຊວງການຕ່່າງປະເທດຂອງສະຫະລັດສະແດງຄວາມຜິດຫວັງທີ່ສຸດ” ແລະ ວິຈານຣັດເຊຍໃນການໃຊ້ມາດຕະການທີ່ບໍ່ສົມຄວນໂດຍການສັ່ງເຈົ້າໜ້າທີ່ທາງການທູດຂອງສະຫະລັດກວ່າ 775 ຄົນ ໃຫ້ເດີນທາງອອກນອກປະເທດໃຫ້ໝົດພາຍໃນ 1 ກັນຍາ 2017 ທີ່ຈະມາຮອດນີ້ ຖືເປັນການເນລະເທດເຈົ້າໜ້າທີ່ການທູດຫຼາຍເປັນປະ ຫວັດສາດໃນຍຸກສະໄໝນີ້ ໂດຍລັດຖະບານວໍຊິງຕັນກຳລັງປະເມີນຜົນກະທົບ ແລະ ຄວາມສ່ຽງທີ່ອາດເກີດຂຶ້ນ

ທາງການສະຫະລັດຍັງບໍ່ປະຕິເສດການຢືນຢັນຈຳນວນທີ່ແນ່ນອນຂອງບຸກຄະລາກອນດ້ານການທູດໃນຣັດເຊຍ ແຕ່ລາຍງານເມື່ອປີ 2013 ລະບຸວ່ານັກການທູດຂອງສະຫະລັດປະຈຳຢູ່ຣັດເຊຍມີ 1,279 ຄົນ ຈາກໜ່ວຍງານສັງກັດຈາກລັດຖະບານວໍຊິງຕັນ 35 ແຫ່ງ ແຈກຢາຍປະຈຳການຢູ່ກົງສຸນປະຈຳນະຄອນຫຼວງ ມອສກູ 3 ແຫ່ງ ໃນນະຄອນເຊນປຣີເຕີເບຣີກ, ເມືອງ ຄາເທຣິນເບຣີກ ແລະ ເມືອງ ຣາວາດີວອສຕ໊ອກ

ທາງກະຊວງການຕ່າງປະເທດອອກຖະແຫຼງການເມື່ອວັນສຸກທີ່ຜ່ານມາ ລະບຸວ່າ ຕ້ອງການໃຫ້ສະຫະລັດຫຼຸດຈຳນວນນັກການທູດໃຫ້ເຫຼືອຈຳນວນທີ່ເທົ່າກັນ ກັບເຈົ້າໜ້າທີ່ການທູດຂອງຣັດເຊຍທີ່ປະຈຳຢູ່ໃນສະຫະລັດ ຄື 455 ຄົນ ພາຍໃນ 1 ກັນຍານີ້ ແລະ ນັບຈາກວັນທີ 1 ສິງຫານີ້ເປັນຕົ້ນໄປ ລັດຖະບານວໍຊິງຕັນ ບໍ່ມີສິດເຂົ້າມາສາງທີ່ຕັ້ງຢູ່ຖະໜົນ ໂດຣອຊນາຍາ ແລະ ເຮືອນພັກຕາກອາກາດໃນເຂດ ເຊເຣບຣິຍານີ ບໍຣ ຢູ່ທາງຕະເວັນຕົກສຽງເໜືອຂອງນະຄອນຫຼວງ ມອສກູ ເພື່ອຕອບໂຕ້ທີ່ສະພາຄຣອງເກຣດຂອງສະຫະລັດຮ່າງກົດໝາຍວ່າດ້ວຍການຂວ່ຳບາດຣັດເຊຍ ເມື່ອອາທິດທີ່ຜ່ານ ແລະ ປະທານາທິບໍດີ ໂດນັລ ທຣັມ ກ່າວວ່າຈະລົງນາມອະນຸມັດໃຫ້ກົດໝາຍນີ້ມີຜົນບັງຄັບໃຊ້

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...