Homeຂ່າວນໍ້າຖ້ວມເຈົ້າແຂວງອັດຕະປືລົງພື້ນທີ່ຂີ່ລົດຕ໋ອກໆລຸຍນໍ້າໄປຊ່ວຍປະຊາຊົນຖືກນໍ້າຖ້ວມ

ເຈົ້າແຂວງອັດຕະປືລົງພື້ນທີ່ຂີ່ລົດຕ໋ອກໆລຸຍນໍ້າໄປຊ່ວຍປະຊາຊົນຖືກນໍ້າຖ້ວມ

Published on

ວັນທີ 28/7/2017 ທ່ານ ນາມ ວິຍະເກດ ເຈົ້າແຂວງອັດຕະປື ພ້ອມດ້ວຍ ທ່ານຮອງເຈົ້າແຂວງ ແລະ ຄະນະຕ້ານໄພພິບັດຂັ້ນແຂວງ ໄດ້ຕັດສິນໃຈນັ່ງລົດຕ໋ອກໆລົງເຄື່ອນໄຫວຢ້ຽມຢາມ ແລະ ກວດກາສະພາບຜົນເສຍຫາຍຈາກໄພນຳ້ຖ້ວມ ເຂດເມືອງສະໜາມໄຊ ໂດຍມີທ່ານ ຮອງເຈົ້າເມືອງເປັນຜູ້ພາທາງ.

ການລົງເຄື່ອນໄຫວຄັ້ງນີ້ ແມ່ນນຳໃຊ້ເຮືອເປັນພາຫະນະ ໂດຍເລີ່ມຈາກທ່າເຮືອແພເທສະບານແຂວງ ລ່ອງຕາມລຳນນ້ຳເຊກອງ ລົງຫາປາກເຊປຽນ ຊາຍແດນລາວ-ກຳປູເຈຍ ແລະ ເລາະຂື້ນຕາມລຳນຳ້ເຊປຽນ-ເຊຄຳພໍ ໂດຍໄດ້ໄປຢ້ຽມຢາມພໍ່ແມ່ປະຊາຊົນບ້ານໝອງແຂ້ ແລະພົບປະໂອ້ລົມກັບອົງການຈັດຕັ້ງຂອງບ້ານ ໂອກາດດັ່ງກ່າວ ທ່ານ ຄຳພຸດ ສັນຕີ ພະນັກງານຮາກຖານ ຫົວໜ້າກຸ່ມປາກບໍ່ ກໍ່ໄດ້ລາຍງານສະພາບຜົນເສຍຫາຍຈາກໄພນຳ້ຖ້ວມ ໃນນີ້ກຸ່ມປາກບໍ່ແມ່ນ ຕັ້ງຫ່າງຈາກເມືອງສະຫນາມໄຊ ໄປທາງທິດຕາເວັນຕົກສ່ຽງເຫນືອປະມານ ເກືອບ 60 km ມີເສັ້ນທາງທຸລະການດານ ລະດູຝົນເກືອບວ່າຖືກຕັດຂາດ ການສັນຈອນແມ່ນໃຊ້ທາງນຳ້ ແຕ່ການກໍ່ສ້າງເສັ້ນທາງເຂົ້າຫາ ກຸ່ມປາກບໍ່; ກຸ່ມຫນອງມ່ວງມັດກາ ສະພາທ້ອງຖິ່ນໄດ້ຮັບຮອງແລ້ວ ຄາດວ່າຈະລົງມື ໃນທ້າຍລະດູຝົນນີ້. ກຸ່ມປາກບໍ່ລວມມີ 4 ບ້ານ ຕັ້ງລຽບຕາມເຊຄຳພໍ ແລະ ເຊປຽນ ຄື: ບ້ານປາກບໍ່, ໜອງແຂ້, ບ້ານດອນ, ບ້ານໂພນສະອາດ ລວມ 4 ບ້ານມີ 447 ຫຼັງຄາເຮືອນ, 507 ຄອບຄົວ, ພົນລະເມືອງ 2.428 ຄົນ, ມີເນື້ອນທີ່ນາ 422 ເຮັກຕາ ຖືກນຳ້ຖ້ວມ 232 ເຮັກຕາ, ຖ້ວມສວນ 60 ເຮັດຕາ, ລົດໄຖ 2 ຄັນ ສ່ວນລາຍລະອຽດຂອງຜົນເສຍຫາຍແມ່ນຍັງບໍ່ທັນຊັດເຈນ ເນື່ອງຈາກນຳ້ຍັງບໍ່ທັນບົກ ແລະ ບໍທັນສາມາດລົງກວດກາຜົນເສຍຫາຍຕົວຈິງໄດ້ ເຊິ່ງເຂດປາກບໍ່ ເມືອງສະໝາມໄຊ ແມ່ນເປັນເຂດໜື່ງທີ່ເປັນພື້ນທີ່ຕຳ່ ແລະ ໄດ້ຮັບຜົນກະທົບຈາກນຳ້ຖ້ວມທຸກປີ ໂດຍສະເພາະ ຜົນກະທົບຈາກນຳ້ເຊປຽນ ແລະ ເຊຄຳພໍ.

ໂອກາດດັ່ງກ່າວ ທ່ານເຈົ້າແຂວງ ກໍ່ໄດ້ສະແດງຄວາມເຫັນໃຈ ແລະ ເປັນຫ່ວງ ຕໍ່ສະພາບຜົນເສຍຫາຍທີ່ເກີດຂື້ນ ພ້ອມທັງຊີ້ນຳໃຫ້ອຳນາດການປົກຄອງບ້ານ ແລະ ອົງການອົງການຈັດຕັ້ງຕ່າງ ພ້ອມກັນມີສະຕິເພື່ອກຽມຮັບມືກັບໄພທຳມະຊາດທີ່ອາດຈະເກີດຂື້ນອີກໃນຕໍ່ໜ້າ ພ້ອມນັ້ນ ກໍ່ຕ້ອງເບິ່ງແຍງຊີວີດການເປັນຢູ່ ໂດຍສະເພາະພະຍາດທີ່ມາກັບນຳ້ຖ້ວມ ສ່ວນແຜນພື້ນຟູ ທົດແທນຜົນເສຍຫາຍ ແມ່ນຈະໄດ້ສົ່ງວີຊາການລົງມາສົມທົບກັບບ້ານ ພາຍຫຼັງສະພາບນຳ້ກັບສູ່ປົກກະຕິ.

ເຊິ່ງຜົນກະທົບຈາກພະຍຸ SONCA ຢູ່ແຂວງອັດຕະປື ຖ້າທຽບໃສ່ ຜົນກະທົບພະຍຸປີຜ່ານມາແມ່ນ ບໍໄດ້ຮັບຜົນເສຍຫາຍຫຼາຍ ຕາມຕົວເລກວັດແທກນຳ້ເຊ ເຂດເທບສະບານແຂວງຂື້ນຮອດ 13,67 cm ທຽບໃສ່ຈຸດເຕືອນໄພແມ່ນ 14.00 cm ອາດຈະເນື່ອງຈາກແຂວງອັດຕະປື ມີການກໍ່ສ້າງຫຼາຍເຂື່ອນ ເຊິ່ງເປັນບ່ອນຮອງຮັບປະລິມານນຳ້ໄວ້.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...