Homeຄົມຄິດຄົມຄົນຢ່າສົນໃຈພວກຫວັງດີຫຼາຍ

ຢ່າສົນໃຈພວກຫວັງດີຫຼາຍ

Published on

ອ່ານປຶ້ມ “ຄິດແບບນັກທຸລະກິດ” ຂອງ ເອກະສິດ ສິລິຈັ ກ ມາສະດຸດກັບຫົວຂໍ້ໜຶ່ງທີ່ເພິ່ນຕັ້ງໄວ້ວ່າ “ຢ່າສົນພວກຫວັງດີຫຼາຍ” ອັນທຳອິດຫົວຂໍ້ທີ່ຕັ້ງໄວ້ຖືວ່າໜ້າສົນໃຈຊວນອ່ານພໍສົມຄວນ ເຖິງຂັ້ນຊວນອ່ານຢ່າງແຮງພຸ້ນລະ!. ແຕ່ເນື້ອໃນຈະເປັນແນວໃດ ຂ້ອຍກໍຍັງບໍ່ທັນໄດ້ອ່ານເທື່ອ ດັ່ງນັ້ນ, ເຮົາມາອ່ານພ້ອມໆກັນເລີຍ:

“ເຈົ້າຈະສຳເລັດເປົ້າໝາຍໃຫຍ່ບໍ່ໄດ້ ຖ້າເຈົ້າຄອຍແຕ່ດຶກກ້ອນຫີນໃສ່ໝາທີ່ເຫົ່າ ໃນລະຫວ່າງການເດິນທາງ” ຂ້ອຍເຫັນຄຳເວົ້ານີ້ໃນໜັງສືເຫຼັ້ມໜຶ່ງ ເຂົາບອກວ່າ ຖ້າເຈົ້າເອົາແຕ່ສົນໃຈຄົນທີ່ເວົ້າແນວລົບໆໃຫ້ເຈົ້າ ເຈົ້າຈະໄປເຖິງເປົ້າໝາຍຊ້າ ຫຼືອາດຈະໄປບໍ່ເຖິງເລີຍ.

ຄວາມສົນໃຈນັ້ນສຳຄັນ ຂ້ອຍເຫັນບາງຄົນໄປສົນໃຈແນວລົບໆ ຫຼາຍເກີນໄປ, ແທນທີ່ເຈົ້າຈະສົນໃຈໂຕເອງ ມັນຈະດີກວ່າຂ້ອຍວ່າປ່ອຍເຂົາໄປ ແລ້ວເຈົ້າລົງມືເຮັດໃນສິ່ງທີ່ເຈົ້າຄິດໄວ້ ຢ່າງຕັ້ງໃຈ ເມື່ອເຈົ້າປະສົບຜົນສຳເລັດມາ ເຂົາຫາກຈະມາຍິນດີນຳເຈົ້າເອງດອກ ເຊື່ອຂ້ອຍໂລດ.

ມັນມີຫຼາຍເຫດຜົນທີ່ເຂົາມາເຕືອນເຮົາ, ບາງເທື່ອ ຖ້າມັນມີເຫດຜົນເຈົ້າກໍຄວນຟັງແດ່, ແຕ່ຂ້ອຍວ່າເອົາແທ້ໆແລ້ວ ຖ້າເຈົ້າວາງແຜນມາດີ ໃຫ້ເຈົ້າເດິນໜ້າໄປເລີຍ ໃຫ້ມັນຮູ້ໄປເລີຍ ເພາະເມື່ອຜິດພາດເຈົ້າຈະໄດ້ຮູ້ ມັນຈະເປັນບົດຮຽນໃຫ້ເຈົ້າເອງ.

ເໜືອສິ່ງອື່ນໃດ ການລົງມືເຮັດຫຍັງຈັກຢ່າງ ຂ້ອຍແນະນຳວ່າເຈົ້າຕ້ອງມີຜູ່ຮູ້ ດ້ານນັ້ນມາເປັນທີ່ປຶກສາ ໃຫ້ຄຳແນະນຳ ຕ້ອງເອົາຄົນທີ່ລົງມືເຮັດແທ້ ແລ້ວປະສົບຄວາມສຳເລັດມາແທ້ເທົ່ານັ້ນ, ເພາະຂ້ອຍເຊື່ອວ່າ ທຸກຄົນທີ່ປະສົບຜົນສຳເລັດ ເຂົາຕ້ອງຜ່ານຄວາມລົ້ມແຫຼວມາທັງນັ້ນ.

ເຈົ້າຄົງເຄີຍໄດ້ຍິນຄຳນີ້ “ຢາກໄປໄວໃຫ້ໄປຄົນດຽວ ແຕ່ຖ້າຢາກໄປໄກໃຫ້ໄປນຳກັນ” ຢ່າງໜ້ອຍເຈົ້າກໍຄວນມີຄູ່ຫູທີ່ໄວ້ເບິ່ງໃນຄົນລະມຸມ ເພື່ອເຫັນຂໍ້ບົກພ່ອງຂອງສິ່ງທີ່ກຳລັງເຮັດ ບໍ່ວ່າຈະເປັນທຸລະກິດ ຫຼືການລົງທຶນຢ່າງອື່ນ.

ເອກກະສິດ ສິລິຈັກ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...