Homeຂ່າວຕ່າງປະເທດໄປບໍ່ລອດ! ນັກຮົບໄອເອັສປອມເປັນຜູ້ຍິງ ຫວັງຫລົບໜີຈາກເມືອງໂມຊູນ ຖືກທະຫານອີຣັກຈັບ ເພາະໜວດ!

ໄປບໍ່ລອດ! ນັກຮົບໄອເອັສປອມເປັນຜູ້ຍິງ ຫວັງຫລົບໜີຈາກເມືອງໂມຊູນ ຖືກທະຫານອີຣັກຈັບ ເພາະໜວດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ກໍລະກົດນີ້ວ່າ ກອງກຳລັງອີຣັກ ໄດ້ຈັບກຸມນັກຮົບຂອງກຸ່ມໄອເອັສລາຍໜຶ່ງໄດ້ ໃນຂະນະທີ່ປອມຕົວເປັນຜູ້ຍິງເພື່ອຫລົບໜີອອກຈາກເມືອງໂມຊູນ ເມືອງໃຫຍ່ອັນດັບ 2 ຂອງປະເທດ, ພາຍຫລັງທີ່ກອງກຳລັງຝ່າຍລັດຖະບານອີຣັກ ພະຍາຍາມປົດປ່ອຍເມືອງດັ່ງກ່າວຄືນ ຈົນສາມາດປົດປ່ອຍໄດ້ຢ່າງສົມບູນ ພາຍຫລັງຖືກຍຶດຄອງຈາກກຸ່ມດັ່ງກ່າວມາດົນເຖິງ 3 ປີ ນັບຕັ້ງແຕ່ເດືອນມິຖຸນາປີ 2014 ຜ່ານມາ.

ນັກຮົບລາຍດັ່ງກ່າວນີ້ ໄດ້ແຕ່ງກາຍເປັນຜູ້ຍິງແບບຈັດເຕັມ ມີການນຸ່ງເສື້ອຜ້າ ແລະ ແຕ່ງໜ້າທາຕາຢ່າງຄົບຊຸດ ແຕ່ຊ້ຳພັດລືມແຖໜວດ ແລະ ຂົນຄິ້ວທີ່ດົກໜາເກີນທຳມະຊາດຂອງຜູ້ຍິງ ຈຶ່ງເຮັດໃຫ້ຖືກສົງໃສ ແລະ ຈັບກຸມໃນທີ່ສຸດ. ດ້ານກອງກຳລັງອີຣັກໄດ້ເປີດເຜີຍວ່າ ນອກຈາກນັກຮົບລາຍດັ່ງກ່າວນີ້ແລ້ວ ຍັງມີນັກຮົບໄອເອັສອີກຫລາຍຄົນ ພະຍາຍາມແຕ່ງຕົວປອມເປັນຜູ້ຍິງ ເພື່ອຫລົບໜີອອກໄປຈາກເມືອງ ແຕ່ກໍຖືກຈັບກຸມໄດ້ເຊັ່ນກັນ.

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...