Homeຂ່າວການສຶກສານັກຮຽນ ມ 7 ຫລາຍກວ່າ 18.000 ກວ່າຄົນມຸ່ງໜ້າເຂົ້າສະໜາມຮົບສອບເສັງເຂົ້າ ມຊ

ນັກຮຽນ ມ 7 ຫລາຍກວ່າ 18.000 ກວ່າຄົນມຸ່ງໜ້າເຂົ້າສະໜາມຮົບສອບເສັງເຂົ້າ ມຊ

Published on

ຕອນເຊົ້າຂອງມື້ນີ້ວັນທີ 25 ກໍລະກົດ 2017 ນີ້, ນັກຮຽນ ມ 7 ປະມານ 18.000 ກວ່າຄົນຈະມຸ່ງໜ້າເຂົ້າຫ້ອງສອບເສັງເຂົ້າມະຫາວິທະຍາໄລໃນທົ່ວປະເທດຢ່າງເປັນທາງການ ຂະນະທີ່ ກະຊວງສຶກສາທິການ ແລະ ກິລາຍັງບໍ່ມີການເປີດເຜີຍຕົວເລກຮັບເອົານັກຮຽນ-ນັກສຶກສາເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດແຫ່ງຕ່າງໆທົ່ວປະເທດສໍາລັບສົກປີ 2017-2018 .

ເຈົ້າໜ້າທີ່ ແລະ ຄູອາຈານຢູ່ມະຫາວິທະຍາໄລແຫ່ງຊາດໄດ້ເປີດເຜີຍໃນວັນທີ 24 ກໍລະກົດ 2017 ນີ້ວ່າ: ປັດຈຸບັນນີ້ ມະຫາວິທະຍາໄລແຫ່ງຕ່າງໆທົ່ວປະເທດຍັງບໍ່ຮັບຮູ້ກ່ຽວກັບຕົວເລກຮັບເອົານັກຮຽນເຂົ້າໃນສະຖາບັນຂອງພວກຕົນເອງເທື່ອ ເນື່ອງຈາກວ່າກະຊວງສຶກສາທິການ ແລະ ກິລາຍັງປຶກສາຫາລື ແລະ ພິຈາລະນາຄວາມເປັນໄດ້ແຕ່ລະດ້ານຢູ່.

ຫວ່າງບໍ່ດົນມານີ້, ມະຫາວິທະຍາແຫ່ງຊາດໄດ້ມີແຈ້ງການສອບເສັງເຂົ້າຮຽນທີ່ ມຊ ສົກສຶກສາ 2017-2018 ດັ່ງນີ້ວ່າ ນັບແຕ່ວັນທີ 28 ມິຖຸນາ 2017 ເລີ່ມຂາຍຄໍາຮ້ອງສະໝັກສອບເສັງ, ວັນທີ 19 ກໍລະກົດ 2017 ຈະໄດ້ປິດຮັບຄໍາຮ້ອງລົງທະບຽນສະໝັກສອບເສັງ ແລະ ວັນທີ 25 ກໍລະກົດ 2017 ເປັນວັນສອບເສັງຢ່າງເປັນທາງການ. 

ແນວໃດກໍດີ ສໍາລັບສົກຮຽນປີ 2016-2017 ນີ້ ມີນັກມັດທະຍາຍົມຕອນປາຍ ຫລື ມ 7 ທົ່ວປະເທດສອບເສັງຈົບຊັ້ນປະມານ 60.000 ກວ່າຄົນ. 

ໃນສົກຮຽນ 2015-2016 ຜ່ານນີ້ມີນັກຮຽນມັດທະຍົມຕອນປາຍ ຫລື ມ 7 ທົ່ວປະເທດສອບເສັງຈົບຊັ້ນປະມານ 50.000 ຄົນ ແລະ ລົງທະບຽນເສັງເຂົ້າມະຫາວິທະຍາໄລແຫ່ງຕ່າງໆປະມານ 17.000 ຄົນ ແຕ່ຮັບເອົາມີພຽງ 5.000 ຄົນເທົ່ານັ້ນເຂົ້າຮຽນຢູ່ໃນລະດັບມະຫາວິທະຍາໄລ ສ່ວນເຫຼືອແມ່ນໃຫ້ໄປຮຽນວິຊາຊີບ.

ສົກຮຽນຜ່ານມານີ້, ໂດຍອີງໃສ່ສະຖິຕິນັກຮຽນທີ ຈົບ ມ7 ໃນທົ່ວປະເທດ ມີ 50 ພັນຄົນ ສະເພາະນະຄອນຫຼວງວຽງຈັນມີ 9 ພັນກວ່າຄົນ. ສະນັ້ນ ຈາກສະຖິຕິດັ່ງກ່າວ ຈຶ່ງສາມາດເວົ້າໄດ້ວ່ານັກສຶກສາມີອັດຕາເພີ່ມຂຶ້ນກວ່າປີຜ່ານມາ ເນື່ອງຈາກສົກຮຽນນີ້, ມີນັກຮຽນເຂົ້າມາສອບເສັງເຖິງ 17-18 ພັນຄົນ ແລະ ສູນສອບເສັງແມ່ນແບ່ງອອກເປັນ 18 ຈຸດສອບເສັງ. ໃນນັ້ນ, ວິທະຍາເຂດດົງໂດກແມ່ນມີ 12 ຈຸດ ແລະ ທັງ 12 ຈຸດນັ້ນໄດ້ແຕ່ງຕັ້ງຄະນະກຳມະການຮັບຜິດຊອບ ໂດຍໄດ້ກຳນົດໃນການບໍລິຫານຄຸ້ມຄອງການສອບເສັງ ແລະອີກ 6 ຈຸດສອບເສັງແມ່ນ ຢູ່ໂສກປ່າຫຼວງຄື: 1. ຄະນະນິຕິສາດ ແລະລັດຖະສາດ (ດອນນົກຂຸ້ມ), 2. ວິທະຍາໄລເຕັກນິກຊັບພະວິຊາ, 3. ຄະນະວິສະວະກຳສາດ, ແລະອີກ 3 ຈຸດສອບເສັງແມ່ນຢູ່ໂຮງຮຽນ ມັດທະຍົມສົມບູນ ວຽງຈັນ, ໂຮງຮຽນມິດຕະພາບລາວ-ຫວຽດນາມ (ຫຼັກ 5), ມັດທະຍົມປາຍ ມິດຕະພາບວຽງຈັນໂຮ່ຈີ່ມິນ, ສ່ວນຫ້ອງສອບ ເສັງແມ່ນບັນຈຸຫ້ອງລະ 20 ຄົນ ຫຼື ບາງຫ້ອງ 30 ຄົນ, ໃນການກະກຽມ ແລະຫົວບົດສອບເສັງ ແມ່ນໄດ້ປະຕິບັດຕາມທິດຊີ້ນຳຂອງກະຊວງສຶກສາທິການ ແລະກິລາ ໃນດ້ານມາ ຕະຖານຂໍ້ສອບ, ເນື້ອໃນການຈັດການ ແມ່ນໄດ້ປະຕິບັດເປັນເອກະພາບໃນທົ່ວປະເທດ. ທັງນີ້ ກໍເພື່ອເປັນການຮັບປະກັນໃນຄວາມໂປ່ງໃສບໍ່ໃຫ້ມີການຮົ່ວໄຫລ ທາງຄະນະຮັບ ຜິດຊອບໄດ້ຖອດ ຖອນບົດຮຽນໃຫ້ກັບບັນດາກຳມະການ, ກົດລະບຽບ, ຜູ້ຍາມຫ້ອງເສັງ, ນັກຮຽນທີ່ເຂົ້າສອບເສັງຕ້ອງປະຕິບັດກົດລະບຽບຢ່າງເຂັ້ມງວດ.

 

ຮຽບຮຽງຂ່າວໂດຍ: ຮັກຊາດ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...