spot_img
Homeຂ່າວພາຍ​ໃນລາວເຝົ້າລະວັງພະຍາດອີໂບລາ ຢ່າງໃກ້ຊິດ

ລາວເຝົ້າລະວັງພະຍາດອີໂບລາ ຢ່າງໃກ້ຊິດ

Published on

ອົງການອະນາໄມໂລກ ລາຍງານໃນວັນທີ 20 ສິງຫານີ້ວ່າ ການໃຊ້ຢາ “ຊີແມບ” ຕໍ່ສູ້ກັບເຊື້ອພະຍາດອີໂບລາກັບຜູ້ທີ່ຕິດເຊື້ອເລີ່ມມີປະຕິກິລິຍາໄດ້ຮັບຜົນດີຂຶ້ນ. ໃນເບື້ອງຕົ້ນທີ່ທົດລອງໃຊ້ກັບຜູ້ຕິດເຊື້ອອີໂບລາຈຳນວນ 12 ຄົນທີ່ເປັນກຸ່ມທາງການແພດ, ໃນນັ້ນ 1 ຄົນ ມີອາການດີຂຶ້ນໄວເຊິ່ງເປັນສັນຍານດີສຳລັບນັກຄົ້ນຄວ້າເລັ່ງທົດລອງຢາປິ່ນປົວເຊື້ອພະຍາດດັ່ງກ່າວໄວຂຶ້ນເພື່ອຢຸດຕິການລະບາດໂດຍໄວ.
ເຖິງວ່າຍັງບໍ່ພົບກໍລະນີພະຍາດອີໂບລາ (Ebola) ເກີດຂຶ້ນໃນ ສປປ ລາວກໍຕາມ ແຕ່ປະເທດ ເຮົາຍັງມີຄວາມສ່ຽງຈາກການເດີນທາງເຂົ້າມາຂອງຜູ້ໂດຍສານຈາກປະເທດທີ່ມີການລະບາດ. ດັ່ງນັ້ນ, ກະຊວງສາທາລະນະສຸກຮ່ວມກັບອົງການອະນາໄມໂລກ ແລະ ຂະແໜງການທີ່ກ່ຽວຂ້ອງ ຈຶ່ງສ້າງແຜນສະກັດກັ້ນ ແລະ ເຝົ້າລະວັງພະຍາດອີໂບລາຢ່າງໃກ້ຊິດ ໂດຍມີການເປີດນຳໃຊ້ຫ້ອງບັນຊາການເພື່ອສະກັດກັ້ນພະຍາດ, ທັງມີການປະຊຸມລາຍງານປະຈຳວັນ, ປະກອບເຄື່ອງສະແກນເນີອຸນຫະພູມ
ແລະ ເຝິກອົບຮົມໃຫ້ຂໍ້ມູນຂ່າວສານທີ່ຈຳເປັນກ່ຽວກັບພະຍາດອີໂບລາແກ່ພະນັກງານແພດທີ່ໄດ້ຮັບການແຕ່ງຕັ້ງລົງປະຈຳດ່ານສາກົນ ແລະ ປະຊາຊົນທົ່ວໄປ, ເກັບກຳຂໍ້ມູນຄົນໂດຍສານທີ່ເດີນທາງມາຈາກປະເທດທີ່ມີການລະບາດ, ກະກຽມອຸປະກອນການແພດພ້ອມດ້ວຍຢາທີ່ຈຳເປັນ, ກະກຽມຫ້ອງແຍກປ່ຽວສະເພາະຄົນເຈັບທີ່ສົງໄສຢູ່ບັນດາໂຮງໝໍຕ່າງໆ, ຈັດລະບົບການປ້ອງກັນ ແລະ ຄວບຄຸມການຕິດເຊື້ອພະຍາດໃນໂຮງໝໍຕາມມາດຕະຖານສາກົນ ພ້ອມທັງປັບປຸງຄວາມພ້ອມຂອງຫ້ອງວິເຄາະເພື່ອບົ່ງມະຕິຕິດເຊື້ອອີໂບລາ.


ສຈ.ດຣ ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນອາທິດນີ້ກ່ຽວກັບການກະກຽມສະກັດກັ້ນພະຍາດໄວຣັດອີໂບລາ ແລະ ໄດ້ແນະນຳໃຫ້ປະຊາຊົນຫລີກເວັ້ນການເດີນທາງທີ່ບໍ່ຈຳເປັນໄປປະເທດທີ່ມີການລະບາດ. ສຳລັບປະຊາຊົນທົ່ວໄປທີ່ສົນໃຈຂໍ້ມູນເພີ່ມເຕີມກ່ຽວກັບພະຍາດອີໂບລາ ຫລື ພະຍາດຕິດຕໍ່ອື່ນໆ ສາມາດສອບຖາມທາງສາຍດ່ວນ ກະຊວງສາທາລະນະສຸກ 166 ຕະຫລອດ 24 ຊົ່ວໂມງ. ພະຍາດ ອີໂບລາທີ່ພວມມີການລະບາດໃຫຍ່ໃນປະເທດເຊຍຣາລີອອນ (Sierra Leone), ໄລບີເຣຍ (Liberia), ກິນີ (Guinea) ແລະ ໄນຈີເຣຍ (Nigeria) ຂອງທະວີບອາຟຣິຕາເວັນຕົກ ຫລ້າສຸດໃນ ວັນທີ 20 ສິງຫານີ້, ເວັບໄຊຂອງອົງການອະນາໄມໂລກໄດ້ເປີດເຜີຍຕົວເລກຜູ້ເສຍຊີວິດຈາກພະຍາດດັ່ງກ່າວໃນພື້ນທີ່ຂອງທະວີບອາຟຣິກາຕາເວັນຕົກ 4 ປະເທດທີ່ກ່າວມານັ້ນວ່າ: ມີຈຳນວນຜູ້ຕິດເຊື້ອທັງໝົດ 2.240 ກໍ ລະນີ, ໃນນັ້ນເສຍຊີວິດ 1.229 ຄົນ. ເຊື້ອຈຸລະໂລກອີໂບລາ ແມ່ນເຊື້ອຈຸລະໂລກທີ່ພາໃຫ້ເກີດພະຍາດໃນຄົນ, ຄົ້ນພົບຄັ້ງທຳອິດໃນປີ 1976 ທີ່ປະເທດສາທາ ລະນະລັດ ປະຊາທິປະໄຕ ກົງໂກ (Congo) ແລະ ປະເທດຊູດານ (Sudan). ເຊື້ອຈຸລະໂລກອີໂບລາ ແມ່ນໃສ່ຕາມຊື່ແມ່ນ້ຳອີໂບລາ ຢູ່ສາທາລະນະລັດ ປະຊາທິປະ ໄຕກົງໂກ.

ເຊິ່ງມີສັດຊະນິດໜຶ່ງທີ່ຊື່ເຈຍ ເປັນສັດທີ່ນຳເຊື້ອອີໂບລາໄປຍັງສັດຊະນິດອື່ນໆ ແລະ ຄົນ, ແຕ່ກໍສາມາດຕິດຕໍ່ໂດຍກົງຈາກຄົນຫາຄົນ ຜ່ານການສຳຜັດກັບເລືອດ ຫລື ນໍ້າລາຍຂອງຄົນຕິດເຊື້ອ/ສົບ ຫລື ໂດຍການສຳຜັດກັບອຸປະກອນທີ່ຂ້າເຊື້ອບໍ່ຖືກວິທີໂດຍສະເພາະເຂັມ ແລະ ບັ້ງສີດຢາ. ນອກຈາກນັ້ນ, ການແຜ່ເຊື້ອຜ່ານການສຳຜັດທາງປາກ, ການກອດ ແລະ ທາງເພດສຳພັນກໍສາມາດເກີດຂຶ້ນໄດ້. ໄລຍະບົ່ມເຊື້ອຂອງພະຍາດອີໂບລາແຕ່ 2-21 ວັນອາການຂອງພະຍາດອີໂບລາມີອາການໄຂ້ກະທັນຫັນ, ເຈັບຫົວ, ເຈັບຄໍ, ອ່ອນເພຍ, ເຈັບກ້າມຊີ້ນ, ປວດຮາກ/ຮາກ ແລະ ມີອາການຖອກທ້ອງນຳ. ໃນກໍລະນີຄົນເຈັບໜັກອາດເຮັດໃຫ້ຕັບ ແລະ ໄຂ່ຫລັງຊຸດໂຊມ, ມີເລືອດໄຫລພາຍໃນ ແລະ ຂ້າງນອກຮ່າງກາຍ ເຊິ່ງພາໃຫ້ເສຍຊີວິດໄດ້. ອັດຕາການຕາຍຂອງພະຍາດດັ່ງກ່າວແມ່ນສູງເຖິງ 50- 90%.


ຂອບໃຈຂ່າວຈາກ ລາວພັດທະນາ

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...