spot_img
Homeຂ່າວການສຶກສາທູດຫວຽດນາມເຜີຍ ການຮ່ວມມືສອງຝ່າຍເບີກບານ ນັກສຶກສາລາວຍັງຮຽນຢູ່ຫວຽດນາມກວ່າ 14.000 ຄົນ

ທູດຫວຽດນາມເຜີຍ ການຮ່ວມມືສອງຝ່າຍເບີກບານ ນັກສຶກສາລາວຍັງຮຽນຢູ່ຫວຽດນາມກວ່າ 14.000 ຄົນ

Published on

ຂປລ. ທ່ານ ຫງວຽນ ບາ ຮຸ່ງ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສສ ຫວຽດນາມ​ ປະຈຳ ​ລາວ ກ່າວ​ວ່າ: ​ການ​ພົວພັນ​ດ້ານການ​ເມືອງ​ ​ກໍຄືການ​ພົວພັນດ້ານ​ການ​ທູດ ​ລະຫວ່າງ​ສອງ​ຝ່າຍລາວ-ຫວຽດນາມ ແລະ ຫວຽດນາມ-ລາວ​​ ​ໃນ​ໄລຍະ 55 ປີຜ່ານມາ ໄດ້ປະກົດຜົນສໍາເລັດຢ່າງຫລວງຫລາຍ ໂດຍ​ການ​ແລກປ່ຽນ​ຢ້ຽມຢາມລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຢ່າງ​​ລຽນຕິດ​, ການຈັດກອງປະຊຸມປຶກສາຫາລືຮ່ວມກັນ, ການຄ້າ, ການລົງທຶນ, ສ້າງພັດທະນາເສດຖະກິດ-ສັງຄົມ, ການສຶກສາ ແລະ ອື່ນໆ.

​ສະ​ເພາະ​ໃນ​ປີ 2017 ນີ້ ກໍ​ໄດ້​ມີ​ການ​ແລກປ່ຽນ​ຫລາຍ​ຄະນະ​ນຳ​ຂັ້ນ​ສູງ​ຂອງ ສສ ຫວຽດນາມ​ຢ້ຽມຢາມ​ ສປປ ລາວ ​ແລະ ການ​ນຳຂັ້ນ​ສູງ​ຂອງ​ ສປປ ລາວ​ ຢ້ຽມຢາມ​ ສສ ຫວຽດນາມ​ ເພື່ອ​ສືບ​ຕໍ່​ເສີມ​ຂະຫຍາຍ​ພົວພັນ ​ລະຫວ່າງ​ສອງ​ພັກ-ສອງ​ລັດ ​ແລະ ປະຊາ​ຊົນ​ສອງ​ຊາດ, ທັງປຶກສາ​ຫາລື​ແລກປ່ຽນ​ບັນຫາ​ສະ​ເພາະ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຊາດ. ​ການ​ພົວພັນ​ການ​ທູດສອງ​ຝ່າຍ ​ແມ່ນ​ອີງ​ໃສ່​ມູນ​ເຊື້ອ​ແຕ່​ອະດີດ​​ຫລາຍ​ທົດ​ສະ​ວັດຜ່ານ​ມາ ທີ່​ສອງ​ຊາດ​ໄດ້​ຮ່ວມ​ກັນ​ຕໍ່ສູ້ຕ້ານ​ສັດຕູ​​ໂຕ​ດຽວ​ກັນ​, ອີກ​ປັດ​​ໄຈ​ໜຶ່ງ​ ແມ່ນ​ຄວາມ​ເຊື່ອ​ໝັ້ນ​ລະຫວ່າງ​ສອງ​ຝ່າຍ​ທີ່​ເລິກ​ເຊິ່ງ ​ເຮັດ​ໃຫ້​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ການ​ເມືອງ ​ແລະ ການ​ທູດ ມີ​ການ​ພັດທະນາ​ຢ່າງ​ຈົບງາມ.

ສຳລັບ​ການ​ພົວພັນ​ທາງ​ເສດຖະກິດ ​ຍິ່ງ​ເປັນ​ອົງ​ປະກ​ອບສຳຄັນ​ໃນ​ການ​ພົວພັນ​ຫວຽດນາມ-ລາວ​ ເພາະວ່າ​ສອງ​ຊາດ​ແມ່ນ​ມີ​ຄວາມ​ມຸ່ງ​ຫວັງ ​ແລະ ​ເປົ້າ​ໝາຍ​ອັນ​ດຽວ​ກັນ​ ໃນ​ການ​ສ້າ​ງສາພັດທະນາປະ​ເທດ​ຊາດ​ ໃຫ້ມີຄວາມສີ​ວິ​ໄລ​ ​ແລະ ນຳ​ເອົາ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ມາສູ່​ປະຊາຊົນ​ທັງ​ສອງ​ຊາດ, ສະ​ນັ້ນ​ພວກ​ເຮົາ​ຈິ່ງ​ໄດ້​ແບ່ງປັນ​ຜົນປະ​ໂຫຍ​ດ ​ແລະ ​ເປົ້າ​ໝາຍ​ການ​ພົວພັນ​ເສດຖະກິດ​ ໂດຍ​ສະ​ເພາະ​ແມ່ນ​ການ​ລົງທຶນ ​ແລະ ການ​ຄ້າ​ ​ໃຫ້ນັບ​ມື້​ເພີ່ມ​ທະວີຂຶ້ນ​ເລື້ອຍໆ.

ຢ່າງ​ໃດ​ກໍ​ຕາມ ຍັງມີ​ບາງ​ຄັ້ງ​ບາງ​ຂົງ​ເຂດພົບ​ຄວາມ​ຫຍຸ້ງຍາກ ​ແລະ ມີ​ຂໍ້​ຈຳກັດ​ ແຕ່​ວ່າ​ທັງ​ສອງ​ຝ່າຍ ​ກໍໄດ້​ມີ​ການກວດ​ພົບ ​ແລະ ​ແກ້​ໄຂ​ທັນ​ເວລາ​, ເຮັດ​ແນວ​ໃດ​ ເພື່ອ​ເພີ່ມ​ທະວີປັບປຸງ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ເສດຖະກິດ​ ​ເປັນ​ເສົາ​ຄ້ຳ​ອັນ​ແໜ້ນ​ແກ່ນ​ ໃຫ້​ສົມ​ກັບ​ການພົວພັນ​ການ​ເມືອງ​ທີ່​ດີ​ຂອ​ງສອງ​ຝ່າຍ.

ສຳລັບການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ແມ່ນ​ດີ​ຫລາຍ​ບົນ​ຟື້ນ​ຖານ​ຄວາມ​ເຂົ້າ​ອົກ​​ເຂົ້າ​ໃຈ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ທັງມີ​ບາດກ້າວ​ຂະຫຍາຍຕົວ​ດ້ວຍ​ຜົນສຳ​ເລັດ​ຢ່າງ​ຕັ້ງໜ້າ​  ໃນ​ນັ້ນ​, ສອງ​ຝ່າຍໄດ້​ຮ່ວມ​ກັນ​ປະສານ​ສົມທົບ​ ຮັກສາ​ຄວາມ​ສະຫງົບ​ທາງ​ດ້ານ​ການ​ເມືອງ ​ແລະ ສັງຄົມຂອງ​ແຕ່ລະ​ປະ​ເທດ ຮັບປະກັນ​ລະບອບ​ການ​ເມືອ​ງການ​ປົກຄອງ​ຂອງ ​​ແຕ່​ລະ​ຊາດ​. ​ເມື່ອບໍ່​ດົນ​ມາ​ນີ້ ​ຫວຽດນາມ​ໄດ້​ບັນລຸຫລາຍ​ຂໍ້​ຕົກລົງ​ທີ່​ສຳຄັນ ​ເຊິ່ງ​ໃນນັ້ນ​ ລວມມີ​ບັນຫາ​ຊາດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ດ່ານ​ຊາຍ​ແດນ ລະຫວ່າງ​ລາວ-ຫວຽດນາມ ​ກໍຄື​ປະ​ເທດ​ອື່ນໆ ລ້ວນ​ແຕ່​​ເປັນ​ບັນຫາ​​ຫຍຸ້ງຍາກ​ສົມຄວນ​ ​ແຕ່​ກໍສາມາດ​ຍາດ​ມາ​ໄດ້ຜົນສຳ​ເລັດ ​ອັນສະ​ແດ​ງ​ໃຫ້​ເຫັນ​ເຖິງ​ຄວາມ​ສະໜິດ​ສະ​ໝົມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ​ແລະ ການ​ຮ່ວມ​ມື​ຢ່າງ​ຈິງ​ໃຈ​ ເພື່ອ​ເຮັດ​​ໃຫ້​ມີ​ເສັ້ນຊາຍ​ແດນ​ທີ່​ມີ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ ລະຫວ່າງ​ສອງ​ຊາດ.

ທ່ານ ທູດ ຫງວຽນ ບາ ຮຸ່ງ ​ໃຫ້​ຮູ້​ອີກ​ວ່າ: ສະ​ເພາະ​ການຮ່ວມ​ມື​ ຊ່ວຍ​ເຫລື​ອດ້ານ​ການ​ສຶກສາ​ ສອງ​ຝ່າຍ ປັດຈຸບັນ​ກໍມີ​ ​ນັກຮຽນ​ນັກ​ສຶກສາ​​ລາວ ໄປ​ຮຽນ​ຢູ່​ຫວຽດນາມ​ຫລາຍ​ກວ່າ 14.000 ຄົນ ​ແລະ ມີ​ນັກ​ສຶກສາ​ຫວຽດນາມ​ 100 ກວ່າ​ຄົນ​ກຳລັງ​ສຶກສາຢູ່​ລາວ ​ເຊິ່ງເປັນຜົນສຳ​ເລັດ​ທີ່ດີ ​ແລະ ​ແມ່ນ​ໜຶ່ງ​ກຳລັງ​ແຮງ​ອັນ​ສຳຄັນ ​ຂອງ​ການ​ພົວພັນ​ສອງ​ຊາດ ປັດຈຸບັນ​ ບັນດາ​ກະຊວງ​, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຈະ​ໄດ້​ສືບຕໍ່ປະສານ​ສົບ​ທົບ ​ເພື່ອ​ເພີ່ມ​ທະວີ​ວຽກ​ງານ​ການ​ສຶກສາ, ກໍ່ສ້າງ, ຝຶກ​ອົບຮົມ​ ແລະ ບຳລຸງ​ພະນັກງານ​ ໃນແຕ່ລະ​ຂັ້ນ. ການ​ສຶກສາ​ນີ້​ກໍແມ່ນ​ຈຸດ​ສຳຄັນ ​ແລະ ຄວາມແຈ້ງ​ສະຫວ່າງ ຂອງ​ການ​ພົວພັນ​ຫວຽດ-ລາວ ​ກໍ​ຄືການ​ຮ່ວມ​ມື​ລະຫວ່າງ ປະຊາຊົນສອງ​ຊາດ ​ໃຫ້​ມີ​ຄວາມ​ຍືນ​ຍົງ​ຕະຫລອດ​ໄປ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...