Homeຂ່າວພາຍ​ໃນບໍລິສັດພູສີກໍ່ສ້າງ ເປີດຈຳໜ່າຍຮຸ້ນສາມັນ ໃຫ້ກັບນັກລົງທຶນທົ່ວໄປ 1.200 ກິີບຕໍ່ຮຸ້ນ

ບໍລິສັດພູສີກໍ່ສ້າງ ເປີດຈຳໜ່າຍຮຸ້ນສາມັນ ໃຫ້ກັບນັກລົງທຶນທົ່ວໄປ 1.200 ກິີບຕໍ່ຮຸ້ນ

Published on

ຂປລ. ສຳນັກງານຄະນະກຳມະການຄຸ້ມຄອງຫລັກຊັບ ໄດ້ອະນຸມັດໃຫ້ ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາມະຫາຊົນ (PCD) ເປີດຈຳໜ່າຍຮຸ້ນສາມັນ ​ເພື່ອເພີ່ມທຶນໃຫ້ແກ່ມວນຊົນຄັ້ງທຳອິດ (IPO)ໃນຈຳນວນ 100 ລ້ານຮຸ້ນ ໂດຍ​ສະເໜີ​ແບ່ງຂາຍໃຫ້ກັບກຸ່ມມວນຊົນທົ່ວໄປ ໃນຈຳນວນ 90 ລ້ານຮຸ້ນ ໃນລາຄາ 1.200 ກີບຕໍ່ຮຸ້ນ ແລະ ສະເໜີຂາຍໃຫ້ກຸ່ມຜູ້ບໍລິຫານ ແລະ ພະນັກງານພາຍໃນບໍລິສັດໃນຈຳນວນ 10 ລ້ານຮຸ້ນ ໃນລາຄາ  1.100 ກີບຕໍ່ຮຸ້ນ ຂະນະ​ທີ່ການເປີດໃຫ້ນັກລົງທຶນຈອງຊື້ຮຸ້ນ ຈະ​ໄດ້​ເລີ່​ມນັບແຕ່ວັນທີ 15-21 ກໍລະກົດ 2017 ນີ້ ແລະ ຄາດວ່າຈະເຂົ້າຈົດທະບຽນໃນຕະຫລາດຫລັກຊັບລາວ ໃນທ້າຍເດືອນນີ້.

ພິທີຖະແຫລງຂ່າວ ກ່ຽວກັບການອະນຸມັດການຈັດຈຳໜ່າຍຮຸ້ນສາມັນເພີ່ມທຶນ ໃຫ້ແກ່ມວນຊົນຄັ້ງທຳອິດ (IPO) ແລະ ແຕ່ງຕັ້ງຜູ້ຄໍ້າປະກັນ ໄດ້ມີຂຶ້ນ ໃນວັນທີ 10 ກໍລະກົດ ນີ້, ໂດຍມີ ທ່ານ ສີທອງ ພົມມະຈິດ ປະທານສະພາບໍລິຫານ ບໍລິສັດພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ, ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວຍການໃຫຍ່ ບໍລິສັດ ຫລັກຊັບເອພີເອັມລາວ ຈຳກັດ, ທ່ານ ສູນທອນ ສິນທະປະເສີດ ຜູ້ອຳນວຍການ ບໍລິສັດ ຫລັກຊັບລ້ານຊ້າງ ມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ສີທອງ ພົມມະຈິດ ເປີດເຜີຍວ່າ: ການສະເໜີອອກຈໍາໜ່າຍຮຸ້ນຂອງບໍລິສັດ ໃນຄັ້ງນີ້ ຈະຊ່ວຍເພີ່ມອາດ​ສາມາດ ແລະ ສົ່ງເສີມໃຫ້ທຸລະ​ກິດ​ຂອງບໍລິສັດ ຈະເລີນເຕີບໂຕຢ່າງກ້າວກະໂດດ ເນື່ອງຈາກມີແຜນດຳເນີນທຸລະກິດທີ່ລະອຽດ ລວມເຖິງມີຜູ້ບໍລິຫານ ແລະ ທີມງານທີ່ມີປະສົບການທີ່ຍາວນານກວ່າ 20 ປີ, ເຊື່ອວ່າຈະເຮັດໃຫ້ທຸລະກິດ​ໄປ​ຕາມເປົ້າໝາຍ ແລະ ສາມາດແຂ່ງກັບຄູ່ແຂ່ງທາງທຸລະກິດໄດ້ ເຊິ່ງການອອກຈຳໜ່າຍຮຸ້ນດັ່ງກ່າວນີ້ ໂດຍແມ່ນບໍລິສັດຫລັກຊັບລ້ານຊ້າງມະຫາຊົນເປັນຜູ້ຄໍ້າປະກັນ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...