spot_img
Homeຂ່າວພາຍ​ໃນລັດຕັ້ງເປົ້າເກັບລາຍຮັບເຂົ້າງົບໃຫ້ໄດ້ 26.000 ກວ່າຕື້ກີບພາຍໃນປີ 2018

ລັດຕັ້ງເປົ້າເກັບລາຍຮັບເຂົ້າງົບໃຫ້ໄດ້ 26.000 ກວ່າຕື້ກີບພາຍໃນປີ 2018

Published on

ລັດຖະບານລາວໄດ້ຕັ້ງເປົ້າໝາຍສູ້ຊົນໃຫ້ບັນລຸການຈັດເຈັບລາຍຮັບເຂົ້າງົບປະມານແຫ່ງລັດ 26.000 ຕື້ກວ່າກີບພາຍໃນປີ 2018 ເຊິ່ງເປັນໜຶ່ງໃນຫລາຍຄວາມພະຍາຍາມເພື່ອຕອບສະໜອງຍຸດທະສາດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະໄລຍະ ສົກປີ 2017-2018 ໂດຍການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຕ້ອງບັບລຸ 26.618 ຕື້ກີບ ເທົ່າກັບ 18,72% ຂອງ GDP ໃນນັ້ນ, ລາຍຮັບພາຍໃນບໍ່ໃຫ້ຫລຸດ 23.028 ຕື້ກີບ ເທົ່າກັບ 16,19% ຂອງ GDP, ດ້ານລາຍຈ່າຍຕ້ອງນອນໃນແຜນງົບປະມານ ໄລຍະ 4 ປີ ທີ່ສະພາແຫ່ງຊາດໄດ້ຮັບຮອງທັງໝົດ 33.320 ຕື້ກີບ ຫລື ເທົ່າກັບ 23,43% ຂອງ GDP.

ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີ ກະຊວງການເງິນ ກ່າວໃນກອງປະຊຸມເຜີຍແຜ່ການສ້າງແຜນງົບປະມານແຫ່ງລັດປະຈໍາປີ 2018 ຈັດຂຶ້ນໃນທ້າຍອາທິດຜ່ານມທີ່ກະຊວງການເງິນວ່າ: ເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍງົບປະມານແຫ່ງລັດສະບັບປັງປຸງໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດແນ່ໃສ່ສ້າງແຜນງົບປະມານປະຈໍາປີ ໃຫ້ສອດຄ່ອງກັບແຜນງົບປະມານແຫ່ງລັດ 4 ປີ (2017-2020).

ການສ້າງແຜນໃນຄັ້ງນີ້ຕ້ອງໄດ້ມີການຄົ້ນຄວ້າໃຫ້ມີຄວາມຊັດເຈນຄົບຖ້ວນຮັບປະກັນຕາມຄວາມເປັນຈິງ ທັງຂົນຂວາຍທຸກທ່າແຮງທີ່ມີໃນການສ້າງແຜນລາຍຮັບປີ 2018 ເຊິ່ງຕິດພັນກັບບັນດາກະຊວງ,ຂະແໜງການ, ຫ້ອງການທີ່ມີລາຍຮັບທາງດ້ານວິຊາການ, ຄົ້ນຄວ້າແຫລ່ງລາຍຮັບບໍລິຫານດັ່ງກ່າວໃຫ້ຄົບຖ້ວນຖືກຕ້ອງເພື່ອກໍານົດເຂົ້າໃນແຜນປີ 2018 ໃຫ້ມີຄວາມເປັນຈິງ.

ອີງຕາມຄຳແນະນຳວ່າດ້ວຍການສ້າງແຜນງົບປະມານແຫ່ງລັດປະຈຳປີ 2018 ສະບັບເລກທີ 2168/ກງ ລົງວັນທີ 27 ມິຖຸນາ 2017 ເຊັນໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ:
ເພື່ອຕອບສະໜອງຍຸດທະສາດແແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ທັງເປັນການກະຕຸກຊຸກຍູ້ເສດຖະກິດແຫ່ງຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄຸນນະພາບ, ພ້ອມທັງສ້າງພື້ນຖານການເງິນແຫ່ງຊາດໃຫ້ເຂັ້ມແຂງ,ຮັບປະກັນການສະໜອງທຶນໃຫ້ແກ່ການພັດທະນາປະເທດຊາດ ໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020ເ ພື່ອເຮັດໃຫ້ແຜນງົບປະມານແຫ່ງລັດປະຈໍາປີ 2018 ບັນລຸຜົນຕາມເປົ້າໝາຍທີ່ວາງໄວ້.

ສະນັ້ນ ດ້ານລາຍຈ່າຍຕ້ອງນອນໃນແຜນງົບປະມານໄລຍະ 4 ປີທີ່ສະພາແຫ່ງຊາດໄດ້ຮັບຮອງເປັນຄາດໝາຍສູງສຸດທັງໝົດ 33.320 ຕື້ກີບ ຫລື ເທົ່າກັບ 23,43% ຂອງ GDPສະນັ້ນ, ການສ້າງແຜນລາຍຈ່າຍໃນປີ 2018ຕ້ອງໄດ້ເອົາຄໍາສັ່ງເລກທີ 09/ນຍ ລົງວັນທີ 15 ພຶດສະພາ 2017 ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດເປັນພື້ນຖານໃນການຫັນສູ່ໜ້າວຽກຂອງແຕ່ລະກະຊວງ, ຂະແໜງການຕ່າງໆໃຫ້ມີການປະຢັດມັດຖະຍັດຂຶ້ນຕື່ມ, ນອກນັ້ນບັນຫາລາຍຈ່າຍທີ່ເປັນບູລິມະສິດໂດຍສະເພາະລາຍຈ່າຍເງິນເດືອນ, ເງິນອຸດໜູນຕ່າງໆຕ້ອງຢູ່ໃນພື້ນຖານຄວາມເປັນຈິງຕາມຈໍານວນຄົນທີ່ມີ ແລະ ໃຫ້ມີການກວດກາບັນດາຫົວໜ່ວຍໃຫ້ມີປະສິດທິຜົນເພື່ອຫລີກລ່ຽງການຂຶ້ນແຜນເພື່ອໄວ້ ແລະ ມີການຊໍ້າຊ້ອນອີກດ້ວຍ.

ໂດຍລວມແລ້ວຄາດໝາຍລວມຂອງແຜນງົບປະມານປີນີ້ຕ້ອງໄດ້້ເນັ້ນໃສ່ການຮັກສາສະເຖຍລະພາບຂອງເສດຖະກິດມະຫາພາກເຮັດໃຫ້ງົບປະມານແຫ່ງລັດມີຄວາມໝັ້ນທ່ຽງ, ຈໍາກັດການສ້າງໜີ້ສິນໃໝ່ ແລະ ແກ້ໄຂໜີ້ສິນຄຸມເຄືອໃຫ້ຫລຸດລົງເທື່ອລະກ້າວຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວບໍ່ໃຫ້ຫລຸດ 7% ລະດັບການຂາດດຸນບບໍ່ໃຫ້ເກີນ 5% ຂອງ GDP, ອັດຕາເງິນເຟີ້ໃຫ້້ຢູ່ໃນລະດັບບໍ່ເກີນ 5% ຮັບປະກັນສະເຖຍລະພາບທາງດ້ານເສດຖະກິດມະຫາພາກ ແລະ ອັດຕາແລກປ່ຽນໃຫ້ຢູ່ໃນກອບທີ່ສາມາດຄຸ້ມຄອງໄດ້, ກໍານົດອັດຕາແລກປ່ຽນ 8.300 ກີບຕໍ່ໂດລາສະຫະລັດສໍາລັບການຄິດໄລ່ໃນການສ້າງແຜນງົບປະມານແຫ່ງລັດ.

ເຖິງຢ່າງໃດກໍຕາມໃນການສ້າງແຜນລາຍຈ່າຍງົບປະມານແຫ່ງລັດແມ່ນໃຫ້ອີງໃສ່ຄວາມອາດສາມາດ ການຈັດເກັບລາຍຮັບຕົວຈິງ ແລະ ໄປຕາມແຜນວຽກບູລິມະສິດຂອງແຕ່ລະຂະແໜງການ,ປະຕິບັດຕາມດໍາລັດວ່າດ້ວຍການປະຢັດ ແລະຕ້ານການຟຸມເຟືອຍ, ຄໍາສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດຢ່າງເຄັ່ງຄັດ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...