Homeຂ່າວຕ່າງປະເທດຂໍ້ຕົກລົງຢຸດຍິງໃນຊີເຣຍໂດຍສະຫະລັດ-ຣັດເຊຍ ມີຜົນບັງຄັບໃຊ້ແລ້ວ

ຂໍ້ຕົກລົງຢຸດຍິງໃນຊີເຣຍໂດຍສະຫະລັດ-ຣັດເຊຍ ມີຜົນບັງຄັບໃຊ້ແລ້ວ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກ ນະຄອນຫຼວງ ເບຣຸດ ປະເທດເລບານອນ ເມື່ອວັນທີ 9 ກໍລະກົດວ່າ ຂໍ້ຕົກລົງຢຸດຍິງ ຄວບຄຸມຮອດແຂວງ ກູເນຕາ ແລະ ແຂວງ ຊະໄວດາ ມີຜົນບັງຄັບໃຊ້ຢ່າງເປັນທາງການນັບຕັ້ງແຕ່ເວລາທ່ຽງຄືນຕາມເວລາທ້ອງຖິ່ນ ໂດຍເປັນຜົນມາຈາກການເຈລະຈານອກຮອບຫຼາຍຄັ້ງລະຫວ່າງສະຫະລັດກັບຣັດເຊຍ ຮ່ວມດ້ວຍຈໍແດນ ໃນຮອບຫຼາຍເດືອນທີ່ຜ່ານມາ ແລະ ມີການປະກາດຢ່າງເປັນທາງການໃນການພົບປະຫາລືເປັນຄັ້ງທຳອິດຂອງປະທານາທິບໍດີ ໂດນັລ ທຣັມ ກັບປະທານາທິບໍດີ ວາລາດີເມຍ ປູຕິນ ນອກຮອບການປະຊຸມສຸດຍອດຜູ່ນຳກຸ່ມປະເທດເສດຖະກິດຂະໜາດ ຈີ 20 ເຊິ່ງຈັດຂຶ້ນທີ່ ເຢຍລະມັນ ໃນວັນສຸກທີ່ຜ່ານມາ.

ຂໍ້ຕົກລົງດັ່ງກ່າວຖືເປັນການຮ່ວມມືກັນໃນຄັ້ງທຳອິດຂອງລັດຖະບານວໍຊິງຕັນ ກັບ ລັດຖະບານມອສກູ ໃນການພະຍາຍາມສ້າງຄວາມໝັ້ນຄົງໃຫ້ເກີດຂຶ້ນໃນສະມໍລະພູມຊີເຣຍ ທີ່ມີການຕໍ່ສູ້ຢືດເຢື້ອມາຕັ້ງແຕ່ປີ 2011 ແລະ ສົ່ງຜົນໃຫ້ມີຄົນເສຍຊີວິດແລ້ວກວ່າ 320,000 ຄົນ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...