spot_img
Homeວິທະຍາສາດ-ວິທະຍາການVolterman ກະເປົາເງິນອັດສະລິຍະ

Volterman ກະເປົາເງິນອັດສະລິຍະ

Published on

ກະເປົາເງິນ Volterman ເປັນກະເປົາອັດສະລິຍະຮຸ້ນໃໝ່ທີ່ອອກແບບມາໃຫ້ແຕກຕ່າງຈາກກະເປົາເງິນທົ່ວໄປ ທີ່ມາພ້ອມກັບແບັດເຕີຣີສຳຮອງ ຫຼື Built-in Power Bank ທີ່ເບົາບາງ ສາມາດສາກໂທລະສັບໄດ້ທັງແບບມີສາຍ ແລະ ບໍ່ມີສາຍ

ກໍລະນີທີ່ທ່ານລືມກະເປົາເງິນ ຈະມີລະບົບເຊື່ອມຕໍ່ລະຫວ່າງກະເປົາກັບໂທລະສັບ ທ່ານຈະສາມາດຈັບສັນຍານໄດ້ວ່າກະເປົາເງິນຂອງທ່ານຢູ່ໃສ ແລະ ທີ່ໂດດເດັ່ນແມ່ນຍັງມີກ້ອງທີ່ສາມາດບັນທຶກໜ້າຂອງຜູ່ເກັບກະເປົາເງິນຂອງທ່ານໄດ້ແບບອັດຈະໂນມັດ ແລະ ສົ່ງຮູບກັບມາໃຫ້ທ່ານທາງອີເມວ ທ່ານກໍ່ສາມາດເປີດເບິ່ງໜ້າຄົນທີ່ເກັບກະເປົາເງິນທ່ານໄດ້ ແຕ່ຫາກວ່າທ່ານລືມໂທລະສັບກໍ່ສາມາດກົດປຸ່ມທີ່ກະເປົາເພື່ອໃຫ້ໂທລະສັບທ່ານມີສຽງດັງຂຶ້ນໄດ້ ເຖິງແມ່ນວ່າໂທລະສັບຂອງທ່ານຈະຕັ້ງຄ່າເປັນລະບົບປິດສຽງ ຫຼື ລະບົບສັ່ນກໍ່ຕາມ

ມີລະບົບ GPS ຕິດຕັ້ງໄວ້ໃນກະເປົາ ເຊິ່ງຊ່ວຍໃຫ້ເຈົ້າຂອງຕິດຕາມກະເປົາໄດ້ງ່າຍຂຶ້ນ ສາມາດຕິດຕາມກະເປົາໄດ້ແບບ real-time ທົ່ວໂລກ ແລະ ຍັງເປັນລະບົບທີ່ໃຊ້ງານໄດ້ຟຣີບໍ່ມີການຄິດໄລ່ເງິນເພີ່ມ

ນອກຈາກນີ້ Volterman ຍັງໃຊ້ເປັນ Wi-Fi Hotspot ໄດ້ທົ່ວໄປ ນັ້ນໝາຍເຖິງທ່ານສາມາດໃຊ້ງານອິນເຕີເນັດໄດ້ທຸກສະຖານທີ່ໃນໂລກ ແຕ່ຈະມີຄ່າໃຊ້ຈ່າຍຖືກກວ່າການເຮັດໂຮມມິງເຖິງ 3 ເທົ່າ

Volterman ມີ 3 ຂະໜາດ 3 ລາຄາ ຮຸ້ນນ້ອຍສຳລັບໃສ່ບັດເຄຣດິດພ້ອມແບັດສຳຮອງຂະໜາດ 2,000-mAh ລາຄາ 98 ໂດລາ, ຂະໜາດກາງເປັນແບບສອງພັບມາດຕະຖານພ້ອມແບັດສຳຮອງ 2,600-mAh ລາຄາ 135 ໂດລາ ອີກຮຸ້ນເປັນຂະໜາດໃຫຍ່ສຳລັບນັກເດີນທາງທີ່ອອກແບບສຳຫຼັບໃສ່ບັດໄດ້ຫຼາຍຂຶ້ນສາມາດເກັບໜັງສືເດີນທາງໄດ້ ມາພ້ອມກັບແບັດສຳຮອງຂະໜາດ 5,000-mAh ລາຄາ 157 ໂດລາ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...