spot_img
Homeຂ່າວການພັດທະນາຮອດປີ 2020 ລາວຈະມີແຫຼ່ງຜະລິດພະລັງງານໄຟຟ້າເຖິງ 100 ແຫ່ງ

ຮອດປີ 2020 ລາວຈະມີແຫຼ່ງຜະລິດພະລັງງານໄຟຟ້າເຖິງ 100 ແຫ່ງ

Published on

ຮອດປີ 2020 ສປປ ລາວ ຈະມີແຫຼ່ງຜະລິດພະລັງງານ ໄຟຟ້າເຖິງ 100 ແຫ່ງ, ມີກຳ ລັງຕິດຕັ້ງ 13 ພັນກວ່າເມກາ ວັດ, ມີກຳລັງການຜະລິດເກືອບ 77 ພັນລ້ານກິໂລວັດໂມງຕໍ່ປີ, ປັດຈຸບັນມີເຂື່ອນຜະລິດພະລັງ ງານໄຟຟ້າ 46 ແຫ່ງ, ມີກຳລັງ ຕິດຕັ້ງ 6 ພັນກວ່າເມກາວັດ. ຂະນະທີ່ສາຍສົ່ງ ແລະ ສະຖາ ນີໄຟຟ້າກໍມີການພັດທະນາ ຢ່າງວ່ອງໄວ ສາມາດຂະຫຍາຍ ໄຟຟ້າໄປສູ່ຊົນນະບົດຢ່າງທົ່ວ ເຖິງ.

ກອງປະຊຸມເປີດກວ້າງ ເພື່ອລະດົມຄວາມຄິດໃສ່ຮ່າງ ນະໂຍບາຍແຜນພະລັງງານ ຂອງ ສປປ ລາວ ໄດ້ຈັດຂຶ້ນໃນ ວັນທີ 4 ກໍລະກົດນີ້ ທີ່ຫໍປະຊຸມ ແຫ່ງຊາດ ໂດຍມີທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະ ຊວງພະລັງງານ ແລະ ບໍ່ແຮ່, ມີ ຜູ້ຕາງໜ້າພະແນກພະລັງງານ ແລະ ບໍ່ແຮ່ຈາກຕ່າງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມນຳ. ທ່ານ ຄຳມະນີ ອິນທິລາດ ກ່າວວ່າ: ສປປ ລາວ ໄດ້ຮັບ ຜົນສຳເລັດການພັດທະນາອຸດ ສາຫະກຳພະລັງງານໄຟຟ້າ ໂດຍສະເພາະແມ່ນໄລຍະ 10 ກວ່າປີຜ່ານມາ ໄດ້ຂະຫຍາຍ ຕົວຢ່າງກ້າວກະໂດດ, ໃນປີ 2005 ສປປ ລາວ ມີເຂື່ອນທີ່ ຜະລິດພະລັງງານໄຟຟ້າພຽງ ແຕ່ 9 ແຫ່ງ, ມີກຳລງຕິດຕັ້ງ ປະມານ 679 ເມກາວັດ ສາ ມາດຜະລິດພະລັງງານໄຟຟ້າ ໄດ້ພຽງແຕ່ 3.236 ລ້ານກິໂລ ວັດໂມງຕໍ່ປີເທົ່ານັ້ນ ແຕ່ມາ ຮອດປັດຈຸບັນມີເຄືອຂ່າຍຜະ ລິດພະລັງງານໄຟຟ້າເຖິງ 46 ແຫ່ງ ດ້ວຍກຳລັງຕິດຕັ້ງ 6.444 ເມກາວັດ ແລະ ສາມາດຜະ ລິດພະລັງງານໄຟຟ້າໄດ້ເຖິງ 35.000 ລ້ານກິໂລວັດໂມງຕໍ່ ປີ ຊຶ່ງເປັນການຂະຫຍາຍຕົວ ແບບກ້າວກະໂດດທີ່ບໍ່ເຄີຍມີ ມາກ່ອນ.

ທ່ານກ່າວອີກວ່າ: ປັດຈຸ ບັນມີ 54 ໂຄງການທີ່ກຳລັງ ດຳເນີນການກໍ່ສ້າງ ແລະ ກຳ ລັງຈະລົງມືກໍ່ສ້າງ ຄາດວ່າ ຮອດປີ 2020 ຈະໃຫ້ສຳເລັດ ທັງໝົດ ຊຶ່ງມີກຳລັງຕິດຕັ້ງປະ ມານ 13 ພັນກວ່າເມກາວັດ, ມີກຳລັງຜະລິດປະມານເກືອບ 77 ພັນລ້ານກິໂລວັດໂມງຕໍ່ປີ, ໃນນັ້ນ 85% ແມ່ນສົ່ງອອກ ໄປຕ່າງປະເທດ. ຄຽງຄູ່ກັນນັ້ນ ຍັງໄດ້ເອົາ ໃຈໃສ່ພັດທະນາລະບົບສາຍ ສົ່ງ ແລະ ສະຖານີ ຊຶ່ງມີການ ຂະຫຍາຍຕົວຢ່າງໄວວາ ຊຶ່ງ ຫຼັງປີ 2006 ສປປ ລາວ ມີລະ ບົບສາຍສົ່ງພຽງແຕ່ 10 ພັນກິ ໂລແມັດ ແລະ ມີສະຖານີພຽງ ແຕ່ 15 ແຫ່ງ, ແຕ່ມາຮອດປັດ ຈຸບັນ ມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕ່ຳມີ ຄວາມຍາວ 53 ພັນກິໂລແມັດ, ມີສະຖານີໄຟຟ້າ 60 ແຫ່ງ, ປັດຈຸບັນມີຈຳນວນບ້ານທີ່ໄດ້ ຊົມໃຊ້ໄຟຟ້າແລ້ວກວມເອົາ 86,6% ຂອງຈຳນວນບ້ານທັງ ໝົດ ແລະ ມີຄອບຄົວທີ່ມີໄຟ ຟ້າຊົມໃຊ້ແລ້ວກວມເອົາ 92% ຂອງຈຳນວນຄອບຄົວທັງໝົດ, ທຽບໃສ່ປີ 2005 ມີພຽງ 45% ເທົ່ານັ້ນ. ໃນຂະນະທີ່ການສົ່ງອອກ ພະລັງງານໄຟຟ້າໄປຕ່າງປະ ເທດ ເປັນຕົ້ນແມ່ນປະເທດ ໄທ, ຫວຽດນາມ, ກຳປູເຈຍ ແລະ ມຽນມາ ໄດ້ເພີ່ມຂຶ້ນ 4 ເທົ່າ ເມື່ອທຽບກັບປີ 2010 ແລະ ຍັງມີທ່າອ່ຽງເພີ່ມຂຶ້ນໃນ ແຕ່ລະປີ.

ຜົນສຳເລັດດັ່ງກ່າວ ໄດ້ ນຳຜົນປະໂຫຍດອັນສຳຄັນມາ ສູ່ ສປປ ລາວ, ໃນນັ້ນ ຜົນປະ ໂຫຍດດ້ານການເງິນທີ່ໄດ້ ຈາກໂຄງການໂດຍກົງ ຊຶ່ງໄລ ຍະສຳປະທານແມ່ນຈະໄດ້ໃນ ຮູບແບບຂອງຄ່າພາກຫຼວງ, ອາກອນ ແລະ ເງິນປັນຜົນ (ສຳ ລັບໂຄງການທີ່ລັດຖະບານຖື ຮຸ້ນນຳ) ແລະ ຫຼັງຈາກທີ່ໝົດ ອາຍຸສຳປະທານແລ້ວ ຊັບສິນ ແລະ ການດຳເນີນທຸລະກິດທັງ ໝົດຈະຕົກເປັນຂອງລັດຖະ ບານ 100%. ທ່ານລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ກ່າວ ອີກວ່າ: ຮ່າງນະໂຍບາຍແຜນ ພະລັງງານສະບັບນີ້ ໄດ້ກຳນົດ ເອົາທຸກບາດກ້າວຂອງການ ພັດທະນາພະລັງງານ ແລະ ທຸກແຫຼ່ງພະລັງງານທີ່ເປັນທ່າ ແຮງຢູ່ ສປປ ລາວ ບົນພື້ນຖານ ຕາມກົນໄກການຕະຫຼາດດ້ານ ພະລັງງານ ລວມທັງຮັບປະກັນ ຄວາມໝັ້ນຄົງທາງດ້ານພະລັງ ງານ ເພື່ອສະໜອງໃຫ້ທຸກຄວາມ ຕ້ອງການຢ່າງມີສະຖຽນລະ ພາບທັງພາຍໃນ ແລະ ສົ່ງອອກ ໄປຕ່າງປະເທດ ຊຶ່ງກອງປະ ຊຸມຄັ້ງນີ້ຈະເປັນຂີດໝາຍທີ່ຈະ ລວບລວມເອົາຄວາມຄິດເຫັນ ຂອງບັນດາທ່ານທີ່ເຂົ້າຮ່ວມ ນຳໄປປັບປຸງໃສ່ຮ່າງນະໂຍ ບາຍສະບັບນີ້ໃຫ້ມີຄວາມອຸ ດົມສົມບູນ, ຄົບຖ້ວນ, ກະທັດ ຮັດ ແລະ ສາມາດປະຕິບັດໄດ້ ໃນອະນາຄົດ.

ແຫລ່ງຂ່າວ: ຂ່າວຫນັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...