Homeຂ່າວພາຍ​ໃນໄຊຍະບູລີເຜີຍ 6 ເດືອນຕົ້ນປີນີ້ ສົ່ງອອກສິນຄ້າກະສິກໍາໄດ້ 13 ລ້ານໂດລາ

ໄຊຍະບູລີເຜີຍ 6 ເດືອນຕົ້ນປີນີ້ ສົ່ງອອກສິນຄ້າກະສິກໍາໄດ້ 13 ລ້ານໂດລາ

Published on

ຂປລ. ຕາມຂໍ້ມູນຈາກ ພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນ​ໄລຍະ 6 ເດືອນຜ່ານມາ ແຂວງໄຊຍະບູລີ ໄດ້ສົ່ງອອກສິນຄ້າກະສິກໍາ ແລະ ສັດລ້ຽງ ອອກຕ່າງປະເທດ ລວມມູນຄ່າທັງໝົດ 13 ລ້ານກວ່າໂດລາ. ອັນພົ້ນເດັ່ນກວ່າໝູ່ແມ່ນມັນຕົ້ນແຫ້ງ 20.400 ໂຕນ, ມູນຄ່າ 5 ລ້ານໂດລາ, ມັນຕົ້ນດິບ 12 ໂຕນ, ມູນຄ່າ 640.000 ໂດລາ, ສາລີແຂງ 180.000 ໂຕນ, ມູນຄ່າ 2 ລ້ານໂດລາ, ໝາກໂມ 815 ໂຕນ, ມູນຄ່າ 120.000 ໂດລາ, ກ້ວຍຫອມ 3.650 ໂຕນ, ມູນຄ່າ 547.500 ກວ່າໂດລາ ແລະ ພືດອື່ນໆ ຈຳນວນ​ໜຶ່ງ. ສ່ວນ​ການ​ສົ່ງ​ອອກ​ ສັດລ້ຽງມີທັງໝົດ 33.418 ໂຕ.ໃນນີ້ມີງົວ 3.402 ໂຕ, ຄວາຍ 2.560ໂຕ ​ແລະ ໝູ 27.456 ໂຕ.

ປັດຈຸບັນ, ການ​ລ້ຽງສັດຢູ່​ແຂວງ​ໄຊ​ຍະ​ບູລີ ​ເປັນ​ວ່າ​ນັບ​ມື້​ມີ​ການ​ຂະຫຍາຍຕົວ​ດີ​ຂຶ້ນ ​ເນື່ອງ​ຈາກ​ວ່າ ປະຊາຊົນ​ໄດ້​ຫັນ​ການ​ລ້ຽງສັດ​ ແບບ​ທຳ​ມະ​ຊາດ ກ້າວໄປສູ່ການລ້ຽງແບບເປັນກຸ່ມ, ເປັນຟາມ ແລະ ຍັງມີການປູກຫຍ້າ, ລ້ຽງສັດໃຫຍ່ຕື່ມອີກ. ເຊິ່ງເຫັນວ່າໃນທົ່ວແຂວງ ມີຟາມລ້ຽງສັດໃຫຍ່ ແລະ ສັດປີກທັງໝົດ 63 ຟາມ, ຟາມງົວ 6 ຟາມ ​ແລະ ຟາມໝູ 25 ຟາມ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...