Homeຂ່າວການພັດທະນາທລຍ 3 ຈະ​ໃຊ້​ງົບກວ່າ 50 ລ້ານ​ໂດ​ລາ ​ແກ້​ໄຂ​ຄວາມທຸກ​ຍາກ​ໃນ 10 ​ແຂວງ​ພື້ນ​ທີ່​ເປົ້າໝາຍ

ທລຍ 3 ຈະ​ໃຊ້​ງົບກວ່າ 50 ລ້ານ​ໂດ​ລາ ​ແກ້​ໄຂ​ຄວາມທຸກ​ຍາກ​ໃນ 10 ​ແຂວງ​ພື້ນ​ທີ່​ເປົ້າໝາຍ

Published on

ປີ 2017-2019 ກອງທຶນຫລຸດຜ່ອນ ຄວາມທຸກຍາກ 3 (ທລຍ 3) ຈະໃຊ້ງົບປະມານ ກວ່າ 50 ລ້ານໂດລາສະຫະລັດ ຫລື ປະມານ 2 ແສນກວ່າລ້ານກີບ ຈັດຕັ້ງບັນດາໂຄງການຕ່າງໆ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຢູ່ເຂດຊົນນະບົດ 10 ແຂວງ, 43 ເມືອງ, 263 ກຸ່ມບ້ານ ແລະ 1.800 ບ້ານ. ໃນນັ້ນມີ ແຂວງອັດຕະປື, ຫົວພັນ, ຫລວງນ້ຳທາ, ຫລວງພະບາງ, ອຸດົມໄຊ, ຜົ້ງສາລີ, ສາລະວັນ, ສະຫວັນນະເຂດ, ເຊກອງ ແລະ ແຂວງຊຽງຂວາງ.

ອີງຕາມບົດສະຫລຸບລາຍງານວຽກງານ ທລຍ 2 ແລະ ແຜນຂອງ ທລຍ 3 ໄດ້ຊີ້ໃຫ້ເຫັນວ່າ: ການຄັດເລືອກພື້ນທີ່ເປົ້າໝາຍຂອງໂຄງການ ແມ່ນມີບົດບາດສຳຄັນເພື່ອຮັບປະກັນວ່າ ປະຊາຊົນທຸກຍາກໃນຊົນນະບົດ ແມ່ນໄດ້ຮັບຜົນປະໂຫຍດຈາກການສະໜັບ ສະໜູນຂອງລັດຖະບານ ໂດຍຜ່ານການຈັດຕັ້ງປະຕິບັດວຽກງານຂອງ ທລຍ. ຈຸດປະສົງຄາດໝາຍຂອງໂຄງການແມ່ນການປັບປຸງການບໍລິການ ດ້ານພື້ນຖານໂຄງລ່າງຂະໜາດນ້ອຍໃນເຂດຊົນນະບົດທີ່ທຸກຍາກ ໂດຍຜ່ານຂະບວນການມີສ່ວນຮ່ວມຂອງຊຸມຊົນໃນທຸກຂັ້ນຕອນ ແລະ ຮັບປະກັນຄວາມຍືນຍົງ. ການຄັດເລືອກພື້ນທີ່ເປົ້າໝາຍຂອງ ທລຍ 3 ແມ່ນຕ່າງຈາກ ທລຍ 2 ເພາະໄລຍະຜ່ານມາ ແມ່ນອີງໃສ່ລະດັບຄວາມທຸກຍາກພຽງຢ່າງດຽວແຕ່ ທລຍ 3 ແມ່ນໄດ້ອີງໃສ່ລະດັບຄວາມທຸກຍາກ ແລະ ການຂາດພື້ນຖານໂຄງລ່າງຂັ້ນພື້ນຖານຂອງກຸ່ມບ້ານ ຈາກຂໍ້ມູນການສຳຫລວດການຊົມໃຊ້ຄັ້ງທີ 5 (LECSV) ແລະ ຂໍ້ມູນສຳຫລວດ ພົນລະເມືອງປີ 2015. ລະດັບການພັດທະນາຂອງແຕ່ລະເຂດ ການພັດທະນາແມ່ນມີຄວາມຈຳເປັນທີ່ແຕກຕ່າງກັນ ຄື: ເຂດຕົວເມືອງ, ເຂດຊານເມືອງ ແລະ ເຂດຊົນນະບົດ. ຍ້ອນງົບປະມານມີຈຳກັດ ແຕ່ຄວາມຕ້ອງການຂອງຊຸມຊົນມີຫລາຍ. ສະນັ້ນ, ທລຍ ແມ່ນສຸມໃສ່ການພັດທະນາໃນເຂດຊົນນະບົດເທົ່ານັ້ນ ເພາະວ່າຊົນນະບົດເປັນຂົງເຂດທີ່ຍັງຂາດດ້ານພື້ນຖານໂຄງລ່າງຂັ້ນພື້ນຖານ ແລະ ມີຄວາມຫຍຸ້ງຍາກໃນການເຂົ້າເຖິງ. ການແກ້ໄຂຄວາມທຸກຍາກທີ່ຖືກຈຸດຕ້ອງປັບປຸງ ພື້ນຖານໂຄງລ່າງ ໄປຄຽງຄູ່ກັບການສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ ແລ້ວຈຶ່ງພິຈາລະນາທ່າແຮງທີ່ສາມາດຜັນຂະຫຍາຍ ໃຫ້ກາຍເປັນແຫລ່ງລາຍຮັບໃຫ້ແກ່ເຂົາເຈົ້າ ແລະ ເຂົາເຈົ້າເຫລົ່ານັ້ນ ຈຶ່ງຈະສາມາດຫລຸດພົ້ນອອກຈາກຄວາມທຸກຍາກ. ສະເພາະພື້ນທີ່ຂອງການຈັດຕັ້ງປະຕິບັດວຽກງານ ທລຍ ໄລຍະທີ 3 ແມ່ນໄດ້ກວມເອົາຈຸດສຸມຂອງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງລັດຖະບານໃນ  10  ແຂວງ, 24 ເມືອງ ແລະ 27 ກຸ່ມບ້ານ, ຈາກຈຸດສຸມທັງໝົດ 91 ຈຸດ ໃນ  79  ເມືອງ ຂອງ 18 ແຂວງ ໃນທົ່ວປະເທດ ໂດຍຈະໃຊ້ງົບປະມານກວ່າ 50 ລ້ານໂດລາສະຫະລັດ ຈັດຕັ້ງບັນດາໂຄງການຕ່າງໆ.

ໃນໄລຍະຜ່ານມາ ທລຍ ໄດ້ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ 2.180 ກວ່າບ້ານ ໃນການວາງແຜນ, ບໍລິຫານຄຸ້ມຄອງ, ຈັດຕັ້ງປະຕິບັດ ແລະ ບົວລະບັດຮັກສາ 5.100 ກວ່າໂຄງການຍ່ອຍ ທີ່ເປັນການເພີ່ມການເຂົ້າເຖິງການບໍລິຫານ, ການສ້າງຄວາມ ສາມາດໃຫ້ພາກລັດຂັ້ນທ້ອງຖິ່ນ ແລະ ການສ້າງໂອກາດ ໃນການປ່ຽນແປງຊີວິດການເປັນຢູ່ຂອງຊຸມຊົນ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...