spot_img
Homeຂ່າວການສຶກສາສະຫະພາບເອີຣົບ ຈະໃຫ້ທຶນຊ່ອຍເຫຼືອ ເພື່ອພັດທະນາຂະແໜງການສຶກສາລາວ

ສະຫະພາບເອີຣົບ ຈະໃຫ້ທຶນຊ່ອຍເຫຼືອ ເພື່ອພັດທະນາຂະແໜງການສຶກສາລາວ

Published on

ສະຫະພາບເອີຣົບ ຫຼື ອີຢູ ຈະໃຫ້ການຊ່ອຍເຫຼືອວຽກງານພັດທະນາການສຶກສາຂອງ ສປປ ລາວ ດ້ວຍຮູບແບບການສະໜອງງົບປະມານສະໜັບສະໜູນຂະແໜງການ “Sector Budget Support” ຈຳນວນ 62 ລ້ານເອີໂຣ ຫຼື ປະມານ 570 ຕື້ກວ່າກີບ ການຊ່ອຍເຫຼືອດັ່ງກ່າວຈະເລີ່ມຂຶ້ນໃນປີ 2018-2020 ແນໃສ່ສົ່ງເສີມການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະກີລາ 5 ປີ ຂອງລັດຖະບານລາວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

ເມື່ອລະຫວ່າງທ້າຍເດືອນມິຖຸນາ 2017 ຜ່ານມາ ທີ່ສຳນັກງານກະຊວງສຶກສາທິການ ແລະກີລາ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ປີແອ ອາມິລັດ ຜູ້ອຳນວຍການໃຫຍ່ປະຈຳພາກພື້ນອາຊີ-ປາຊີຟິກ ປະຈຳຫ້ອງການໃຫຍ່ຂອງສະຫະພາບເອີຣົບ ທີ່ນະຄອນຫຼວງບຣູແຊລ ປະເທດເເບລຊິກ ທັງນີ້ ພະນັກງານ ວິຊາການທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມຕ້ອນຮັບຄະນະຂອງທ່ານດ້ວຍ.

ໃນວາລະພົບປະ ແມ່ນໄດ້ລາຍງານກ່ຽວກັບການຮ່ວມມືລະຫວ່າງສະຫະພາບເອີຣົບ ແລະ ກະຊວງສຶກສາທິການ ແລະກີລາ ໂດຍສະເພະແມ່ນແຜນການຊ່ອຍເຫຼືອໃນຕໍ່ໜ້າ ເຊິ່ງສະຫະພາບເອີຣົບໄດ້ຖືເອົາຂະແໜງການສຶກສາເປັນນຶ່ງໃນຂະແໜງບຸລິມະສິດໃນແຜນການຮ່ວມມືລະຫວ່າງ ສປປ ລາວ ແລະ ອີຢູ ໂດຍການຊ່ອຍເຫຼືອ ສປປ ລາວ ໃນ 3 ປີຕໍ່ໜ້ານັ້ນ ນອກຈາກຈະເປັນການຊຸກຍູ້ແຜນພັດທະນາການສຶກສາຂອງລາວແລ້ວ ຍັງແນໃສ່ຮັບປະກັນການເຂົ້າເຖິງການສຶກສາຢ່າງເທົ່າທຽມ ແລະ ສືບຕໍ່ຮຽນຈົບການສຶກສາຂັ້ນພື້ນຖານ ໂດຍສະເພາະແມ່ນເພີ່ມຄວາມເອົາໃຈໃສ່ເດັກທີ່ດ້ອຍໂອກາດ ປັບປຸງຄຸນະພາບ ແລະ ຄວາມສອດຄ່ອງຂອງການສຶກສາ ປັບປຸງຄຸນະພາບການບໍລິຫານ ແລະຄຸ້ມຄອງການສຶກສາ ເຊິ່ງປັດຈຸບັນ ກະຊວງສຶກສາທິການ ແລະກີລາ ແລະ ກະຊວງທີ່ກ່ຽວຂ້ອງ ກໍພວມດຳເນີນການກຳນົດໂຕຊີ້ບອກ ແລະ ເງື່ອນໄຂຕ່າງໆ ເພື່ອໃຫ້ໄດ້ຮັບການຊ່ອຍເຫຼືອ ການສະໜອງງົບປະມານສະໜັບສະໜູນຈາກສະຫະພາບເອີຣົບ ແລະ ຄາດວ່າຈະສຳເລັດໃນມໍ່ໆນີ້.

ໃນໄລຍະຜ່ານມາ ລັດຖະບານລາວໄດ້ມີການຮ່ວມມືກັບສະຫະພາບເອີຣົບໃນຫຼາຍດ້ານ ໂດຍສະເພາະໃນປີ 2013 ອີຢູ ໄດ້ເຊັນສັນຍາຊ່ອຍເຫຼືອດ້ານການເງິນກັບລັດຖະບານລາວ ໃນມູນຄ່າ 18,5 ລ້ານເອີໂຣ ຫຼື ປະມານ 170 ຕື້ກວ່າກີບ ໃນນັ້ນ 14 ລ້ານເອີໂຣ ຫຼື ປະມານ 128 ຕື້ກວ່າກີບ ແມ່ນງົບປະມານສະໜັບສະໜູນ ເຊິ່ງຈະໄປດຸນໃຫ້ແກ່ຄັງເງິນແຫ່ງຊາດ ແລະ 4,5 ລ້ານເອີໂຣ ຫຼື ປະມານ 41 ຕື້ກວ່າກີບ ແມ່ນງົບປະມານເພື່ອການຊ່ອຍໜູນດ້ານວິຊາການ ໃນການຊ່ອຍເຫຼືອດັ່ງກ່າວ ຂະແໜງການສຶກສາ ແລະກີລາ ໄປຮັບຜົນປະໂຫຍດ 1 ລ້ານເອີໂຣ ຫຼື ປະມານ 9 ຕື້ກວ່າກີບ ໃນຮູບແບບການຊ່ອຍເຫຼືອດ້ານວິຊາການ ໂດຍເນັ້ນໃສ່ການຊ່ອຍເຫຼືອດ້ານວຽກງານການປະກັນຄຸນະພາບການສຶກສາ ວຽກງານຄຸ້ມຄອງ ແລະບໍລິຫານປຶ້ມແບບຮຽນ ວຽກງານຜນການ ງົບປະມານ ແລະ ວຽກງານຕິດຕາມ ປະເມີນຜົນ ເຊິ່ງໂຄງການດັ່ງກ່າວແມ່ນໄດ້ສິ້ນສຸດລົງ ໃນວັນທີ 15 ມິຖຸນາ 2017.

 

ຮຽບຮຽງຂ່າວໂດຍ: ສຸກໃຈ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...