Homeສຸຂະພາບ ແລະ ສີ່ງແວດລ້ອມວິທີສັງເກດອາການຂອງມະເຮັງກະດູກ

ວິທີສັງເກດອາການຂອງມະເຮັງກະດູກ

Published on

ປັດຈຸບັນຍັງບໍ່ມີວິທີການກວດຫາມະເຮັງກະດູກຕັ້ງແຕ່ໄລຍະເລີ່ມທຳອິດໄດ້ເທື່ອ ແຕ່ຕ້ອງສັງເກດອາການຜິດປົກກະຕິຢ່າງໃກ້ຊິດ ຈິ່ງຈະສາມາດກວດພົບໄດ້ໃນໄລຍະທຳອິດ ເຊິ່ງອາການຜິດປົກກະຕິບັນຈະມີແນວໃດແນ່ເຮົາມາຮູ້ຈັກໄປພ້ອມໆກັນເລີຍ

ອາການຂອງມະເຮັງກະດູກ

ມະເຮັງກະດູກຈະເກີດຂຶ້ນກັບບໍລິເວນໃດກໍ່ໄດ້ ແຕ່ສ່ວນຫຼາຍມັກຈະເກີດຂຶນກັບກະດູກແນວຍາວຢ່າງແຂນ ຫຼື ຂາ ອາການຂອງໂຣກນີ້ທີ່ພົບໄດ້ຫຼາຍທີ່ສຸດແມ່ນເຈັບກະດູກ ເຊິ່ງເລີ່ມຈາກອາການຄ້າຍໆບວມຊ້ຳບໍລິເວນກະດູກທີ່ໄດ້ຮັບຜົນກະທົບຈາກມະເຮັງ ຫຼັງຈາກນັ້ນກໍ່ຈະເລີ່ມເຈັບຕໍ່ເນື່ອງເປັນເວລາດົນໆ ຫຼື ເຈັບເປັນໄລຍະ ມັກເຈັບກະດູກໃນຕອນກາງຄືນ ຫຼື ເວລານັ່ງພັກ ອາການເຈັບດັ່ງກ່າວອາດເັດໃຫ້ສັບສົນກັບໂຣກຂໍ້ອັກເສບໃນຜູ່ໃຫຍ່

ນອກຈາກມີອາການເຈັບແລ້ວ ຍັງມີອາານບວມແດງຈາກການອັກເສບ ຫຼື ສັງເກດເຫັນເປັນກ້ອນບວມໆຮອບບໍລິເວນດັ່ງກ່າວ ເຊິ່ງຖ້າເປັນກະດູກທີ່ຢູ່ໃກ້ຂໍ້ຕໍ່ ອາການບວມຈະເຮັດໃຫ້ຂໍ້ຕໍ່ເຄື່ອນໄຫວໄດ້ຍາກ

ອາການອື່ນໆຂອງໂຣກມະເຮັງກະດູກທີ່ພົບຮອງລົງມາໄດ້ແກ່ ອາການໄຂ້ຂຶ້ນສູງ, ມີເຫື່ອອອກຕອນກາງຄືນ ແລະ ນ້ຳໜັກຫຼຸດລົງຢ່າງບໍ່ຮູ້ສາເຫດ ດັ່ງນັ້ນຫາກທ່ານໃດມີອາການເຈັບກະດູກປັນເວລາດົນໆ ຫຼື ຮູ້ສຶກກັງວົນກໍ່ຄວນໄປກວດເບິ່ງເພື່ອໃຫ້ຮູ້ສາເຫດທີ່ຊັດເຈນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...