Homeວິທະຍາສາດ-ວິທະຍາການຈີນພົບຕົ້ນກຳເນີດລະບົບເມືອງຫຼວງຈາກຊາກພຣະຣາຊະວັງເກົ່າແກ່ກວ່າ 4,000 ປີ

ຈີນພົບຕົ້ນກຳເນີດລະບົບເມືອງຫຼວງຈາກຊາກພຣະຣາຊະວັງເກົ່າແກ່ກວ່າ 4,000 ປີ

Published on

ສະຖາບັນບູຮານຄະດີມົນທົນຊັນຊີທາງພາກເໜືອຂອງຈີນເປີດເຜີຍການຄົ້ນພົບຊາກພຣະຣາຊະວັງເກົ່າແກ່ອາຍຸປະມານ 4,000 ປີ ບໍລິເວນບູຮານວັດຖຸເຖົາຊື່ ເມືອງ ຊຽງເຝິນ ເຊິ່ງເຊື່ອວ່າເປັນຫຼັກຖານສ່ວນສຳຄັນຂອງການຈັດຕັ້ງລະບົບເມືອງຫຼວງຈີນ

ເກົາ ຈຽງເຖົາ ນັກບູຮານຄະດີໃນສັງກັດສຳນັກວິຊາສັງຄົມສາດແຫ່ງຊາດຈີນ ກ່າວວ່າ ຊາກພຣະຣາຊະວັງຖືກຮັກສາໄວ້ເປັນຢ່າງດີ ສາມາດເຫັນໂຄງສ້າງອັນເປັນລະບຽບ ລະບົບປ້ອງກັນໄພ ແລະ ການຈັດການພາຍໃນ ນັບເປັນພຣະຣາຊະວັງທີ່ເກົ່າແກ່ທີ່ສຸດເທົ່າທີ່ເຄີຍພົບມາ

ຕົວພຣະຣາຊະວັງມີການຈັດວາງຝາໃນລັກສະນະສີ່ຫຼ່ຽມມຸມສາກ ມີຄວາມຍາວຈາກຕະເວັນຕົກປະມານ 470 ແມັດ ແລະ ຄວາມກ້ວາງຈາກເໜືອຮອດໃຕ້ປະມານ 270 ແມັດ ຂະໜາດເນື້ອທີ່ 130,000 Km2      

ພຣະຣາຊະວັງທີ່ມີລັກສະນະເປັນເໝືອງ (Imperial City) ດັ່ງກ່າວຖືເປັນເຄື່ອງຊີ້ວັດຊົນຊັ້ນທີ່ແບ່ງແຍກການຢູ່ອາໃສຂອງຜູ້ສູງສັກກັບສາມັນຊົນຢ່າງຊັດເຈນ ໂດຍນັກບູຮານຄະດີລະບຸວ່າ ພຣະຣາຊະວັງເຖົາຊື່ຈິງ ອາດຈະເປັນຈຸດກຳເນີດຂອງເມືອງຫຼວງໃນຈີນ ເຊື່ອກັນວ່າເປັນແຫລ່ງຕັ້ງຖິ່ນຖານໃນຍຸກທີຫ້າຂອງຈັກກະພັດຕາມປະຫວັດສາດຈີນ

ບົດຄວາມຫຼ້າສຸດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ...

ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄ

ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26,...

ອຸດົມໄຊ ສະຫຼຸບກວດກາ 5 ປີ ເກັບກູ້ເງິນສໍ້ລາດບັງຫຼວງຄືນໄດ້ 24 ຕື້ກີບ

ກອງປະຊຸມວຽກງານກວດກາທົ່ວແຂວງ ອຸດົມໄຊ 05 ປີ (2021-2025) ຕິດພັນກັບການຈັດຕັ້ງຜນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ກັນຍານີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ...

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...