Homeຂ່າວຕ່າງປະເທດແພດຈີນຜ່າຕັດລຳໄສ້ໂພງໜັກກວ່າ 13 ກິໂລກຣາມໄດ້ສຳເລັດ

ແພດຈີນຜ່າຕັດລຳໄສ້ໂພງໜັກກວ່າ 13 ກິໂລກຣາມໄດ້ສຳເລັດ

Published on

ເມື່ອວັນທີ 10 ມິຖຸນາ 2017 ເດິຊັນລາຍງານກໍລະນີແພດໃນເມືອງຈີນຜ່າຕັດເອົາລຳໄສ້ຂະໜາດໃຫຍ່ຂອງຄົນໄຂ້ອອກມາ ເນື່ອງຈາກຜູ່ປ່ວຍເປັນໂຣກລຳໄສ້ໃຫຍ່ໂພງໂດຍກຳເນີດ (Hirschsprung’s disease HD) ມີສາມເຫດມາຈາກລຳໄສ້ອຸດຕັນຕັ້ງແຕ່ກຳເນີດ

ໂຮງໝໍໃນນະຄອນຊຽງໄຮ້ ໃຊ້ເວລາກວ່າ 3 ຊົ່ວໂມງ ຜ່າຕັດລຳໄສ້ຈາກຜູ່ປ່ວຍເພດຊາຍອາຍຸ 22 ປີ ເຊິ່ງລຳໄສ້ທີ່ຜ່ານຕັດອອກມານັ້ນມີຄວາມຍາວເຖິງ 30 ນິ້ວ ມີນ້ຳໜັກເຖິງ 13 ກິໂລກຣາມ ສະພາບແມ່ນພ້ອມຈະລະເບີດໄດ້ຕະຫຼອດເວລາ ແລະ ເຮັດໃຫ້ຜູ່ປ່ວຍດັ່ງກ່າວຄ້າຍກັບຄົນຖືພາ

ໂຣກນີ້ມີອັດຕາການເກີດກັບເດັກນ້ອຍພຽງ 1 ໃນ 500 ຄົນ ສາເຫດມາຈາກການຂາດເຊລປົມປະສາດເຊິ່ງຄວບຄຸມການເຄື່ອນໄຫວຂອງລຳໄສ້ໃຫຍ່ສ່ວນປາຍ ສົ່ງຜົນໃຫ້ອຸດຈະຣະຜ່ານສ່ວນຂອງລຳໄສ້ອຸດຕັນ ສ່ວນລຳໄສ້ ເຮັດໃຫ້ລຳໄສ້ທີ່ຢູ່ສ່ວນກົກເກີດການໂພງຕົວຂຶ້ນ ແລະ ມີໜັງໜາຂຶ້ນ 

ກ່ອນໜ້ານີ້ ຄົນໄຂ້ຜູ່ນີ້ພະຍາຍາມໃຊ້ຢາລະບາຍ ແລະ ຢາອື່ນໆ ມາເປັນເວລາຫຼາຍປີ ເພື່ອຊ່ວຍບີບໃຫ້ລຳໄສ້ທຳງານ ຈົນເມື່ອມາພົບກັບ ດ.ຣ ຫຍິນ ລູ່ ທີ່ຕັດສິນໃຈຜ່າຕັດໃຫ້ເພື່ອບັນເທົາຄວາມເຈັບປວດ ຫຼັງການຜ່າຕັດ ດ.ຣ ລູ່ ກ່າວວ່າຜູ່ປ່ວຍມີອາການຄົງທີ່ ແລະ ຈະຄ່ອຍໆຟື້ນຕົວຂຶ້ນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...