spot_img
Homeຂ່າວເຫດການPS ຮຶດສູ້ ສົ່ງທີມອອກຂາຍນໍ້າ ຫາເງິນມາສົ່ງປະຊາຊົນ

PS ຮຶດສູ້ ສົ່ງທີມອອກຂາຍນໍ້າ ຫາເງິນມາສົ່ງປະຊາຊົນ

Published on

ພາຍຫຼັງທີ່ບໍລິສັດພີເອັດຢຸດລະດົມທຶນຕາມການແຈ້ງການຂອງທະນາຄານກາງ ໄດ້ເກີດຄວາມບໍ່ຄ່ອງໂຕທາງດ້ານການເງິນ ຄືບໍ່ສາມາດໃຫ້ດອກເບ້ຍ ຫຼືສົ່ງຕົ້ນທຶນຄືນໃຫ້ແກ່ສະມາຊິກ ຕາມທີ່ໄດ້ສັນຍາໄວ້ກັບສະມາຊິກ ມາໄດ້ຫຼາຍເດືອນ ຈົນເກີດມີຄວາມສັບສົນວຸ້ນວາຍ ແລະນຳມາເຖິງຂັ້ນວິກິດເກືອບວ່າບໍລິສັດຈະເນີນຕໍ່ໄປບໍ່ໄດ້ ເພາະຍອດຈຳນວນເງິນທີ່ສະມາຊິກຕ້ອງການຖອນຄືນນັ້ນມີສູງເຖິງ 200 ກວ່າຕື້ກີບ.

ຫຼ້າສຸດມື້ນີ້, ວັນທີ 9 ມິຖຸນາ 2017 ບໍລິສັດພີເອັດໄດ້ເຜີຍແພ່ຮູບພາບຂອງທີມງານ ທີ່ກຳລັງອອກໄປຂາຍນໍ້າ ໂດຍທີມຂາຍນໍ້າໄດ້ພິມຂໍ້ຄວາມໃສ່ເຈ້ຍເອຊີມີເນື້ອໃນວ່າ: “ຂໍຊ່ວຍຊື້ນໍ້າດື່ມລາວ ເພື່ອຄືນເງິນໃຫ້ປະຊາຊົນ ຜູ້ທີ່ມາແຈ້ງຍົກເລີກສັນຍາ”.

ການເຜີຍແພ່ຮູບພາບການເຄື່ອນໄຫວດັ່ງກ່າວໄດ້ສະແດງໃຫ້ເຫັນ 2 ແງ່ຄື: 1. ຢາກໃຫ້ສະມາຊິກເຫັນວ່າບໍລິສັດບໍ່ມີເງິນທີ່ຈະສົ່ງຄືນ ແລະບໍລິສັດກໍໄດ້ສະແດງຄວາມຮັບຜິດຊອບ ດ້ວຍການເອົານໍ້າອອກຂາຍເພື່ອໃຫ້ໄດ້ເງິນມາສົ່ງຄືນ ເຊິ່ງຈະຊ້າຫຼືໄວກໍຂຶ້ນຢູ່ກັບການຊື້ນໍ້າຈາກສັງຄົມ. 2. ເປັນຄວາມຈິງໃຈແທ້ໆ ຈາກບໍລິສັດພີເອັດທີ່ຈະຮືດສູ້ໃຫ້ສາມາດນຳພາບໍລິສັດຜ່ານຜ່າວິກິດໄປໃຫ້ໄດ້.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...