Homeນານາສາລະ7 ເລື່ອງຂອງພະນັກງານຕ້ອນຮັບເທິງເຮືອບິນ ທີ່ອາດເຮັດໃຫ້ທ່ານແປກໃຈ

7 ເລື່ອງຂອງພະນັກງານຕ້ອນຮັບເທິງເຮືອບິນ ທີ່ອາດເຮັດໃຫ້ທ່ານແປກໃຈ

Published on

ພະນັກງານຕ້ອນຮັບເທິງເຮືອບິນເປັນອາຊີບໃນຝັນຂອງຫຼາຍໆຄົນ ເພາະໄດ້ໄປທ່ອງທ່ຽວ, ຊື້ເຄື່ອງ, ເລາະຊິມອາຫານຢູ່ຫຼາຍໆປະເທດ ໂດຍບໍ່ຕ້ອງເສຍຄ່າເດິນທາງ ແລະຍັງໄດ້ແຕ່ງໂຕຈົບງາມ ຈົນສະກົດສາຍຕາທຸກຄູ່ ທຸກຄັ້ງທີ່ລາກກະເປົາຍ່າງຜ່ານຝຸງຊົນໃນເດິ່ນບິນ.
ຮູບປະກອບຈາກອິນເຕີເນັດ

ອາຊີບທີ່ເປັນຕາອິດສານີ້ ບໍ່ແມ່ນວ່າຈະຫຼູຫຼາສວຍງາມ, ສະດວກສະບາຍ ຄືດັ່ງທີ່ເຮົາຄິດສະເໝີໄປ. ກວ່າຈະໄດ້ເປັນພະນັກງານຈຸຫ້ອງໂດຍສານ ກໍຕ້ອງໄດ້ຜ່ານການເຝິກຝົນທີ່ລະອຽດ ແລະເຂັ້ມງວດ ໃນຫຼາຍດ້ານ ເພື່ອກຽມພ້ອມແກ້ໄຂສະຖານະການຕ່າງໆ ທີ່ຈະເກີດຂຶ້ນໃນເຮືອບິນ, ເຂົາຕ້ອງເປັນທັງໝໍ, ຊ່າງແປງຈັກ, ຜູ້ຊ່ວຍນັກບິນ ແລະທູດວັດທະນະທຳ.

ຮູບປະກອບຈາກອິນເຕີເນັດ

ສິ່ງທີ່ທ່ານຈະໄດ້ອ່ານຕໍ່ໄປນີ້ແມ່ນ 7 ສິ່ງທີ່ທ່ານອາດຈະຍັງບໍ່ຮູ້ ກ່ຽວກັບພະນັກງານຈຸຫ້ອງໂດຍສານຂອງສາຍການບິນລາວ:

  1. ກຽມພ້ອມຮັບມືກັບເຫດການສຸກເສີນ

    ພະນັກງານທຸກຄົນຕ້ອງເຂົ້າໃຈລາຍລະອຽດຂອງເຮືອບິນ ແລະຮູ້ວ່າອຸປະກອນອັນໃດຢູ່ບ່ອນໃດ, ເຊິ່ງຈະແຕກຕ່າງກັນໄປ ຕາມແຕ່ລະລຸ້ນຂອງຍົນ. ກໍລະນີທີ່ເຮືອບິນປະສົບບັນຫາ ພວກເຂົາຕ້ອງພ້ອມທີ່ຈະນຳພາຜູ້ໂດຍສານໄປຍັງບ່ອນທີ່ປອດໄພ. ນອກຈາກນັ້ນ ຍັງຕ້ອງຮູ້ຈັກໃຊ້ອຸປະກອນສຸກເສີນ ເຊັ່ນ: ບັ້ງດັບເພີງ, ຖັງອົກຊີແຊນ, ເຮືອຊູຊີບ, ເຄື່ອງປໍ້າຫົວໃຈ ແລະອຸປະກອນການແພດອື່ນໆ ຢູ່ເທິງເຮືອບິນ.

  2. ພວກເຂົາປຽບເໝືອນແພດສະໜາມເທິງອາກາດ

    ທ່ານອາດຈະເຄີຍເຫັນໃນຮູບເງົາເວລາມີເຫດ ຄົນເຈັບສຸກເສີນແລ້ວມັກມີຄົນຮ້ອງວ່າ ”ມີແພດຢູ່ເທິງເຮືອບິນບໍ?“ ຄວາມຈິງແລ້ວມັນເປັນໜ້າທີ່ຂອງພະນັກງານຕ້ອນຮັບເທິງເຮືອບິນ ທີ່ຕ້ອງຮູ້ວິທີປະຖົມພະຍາບານ, CPR ແລະຊ່ວຍເຫຼືອຜູ້ໂດຍສານທີ່ບາດເຈັບຈົນກວ່າຍົນຈະລົງຈອດຮຽບຮ້ອຍ.

  3. ເປັນນັກບິນສຳຮອງ

    ເມື່ອມີເຫດການສຸກເສີນເກີດຂຶ້ນກັບນັກບິນ, ເຖິງວ່າຈະຂັບຍົນແທນບໍ່ໄດ້, ແຕ່ພວກເຂົາຕ້ອງສາມາດເຮັດໜ້າທີ່ຜູ້ຊ່ວຍນັກບິນແທນ. ສະນັ້ນ, ຈຶ່ງຕ້ອງຮູ້ຈັກນໍາໃຊ້ອຸປະກອນທຸກຢ່າງ ພາຍໃນຫ້ອງນັກບິນ.

  4. ຕ້ອງມີຄວາມຮູ້ພື້ນຖານກ່ຽວກັບເຮືອບິນ

    ພະນັກງານຈຸຫ້ອງໂດຍສານ ຕ້ອງຮູ້ພື້ນຖານການເຮັດວຽກຂອງເຮືອບິນ, ຮູ້ຂັ້ນຕອນການເອົາຍົນຂຶ້ນ-ລົງ ແລະຮູ້ວ່າແຮງກົດອາກາດພາຍນອກ ແລະພາຍໃນຫ້ອງໂດຍສານຕ້ອງຢູ່ໃນເກນໃດ ເປັນຕົ້ນ.

  5. ພວກເຂົາມີສະມາທິສູງ

    ໃນຂະນະທີ່ເຮືອບິນຂຶ້ນແລະລົງ, ເຖິງແມ່ນວ່າພະນັກງານຈຸຫ້ອງໂດຍສານຈະເບິ່ງຄືວ່າກຳລັງນັ່ງລ້າໆ, ແຕ່ໃນໃຈພວກເຂົາກຳລັງກວດກາສະພາບລວມເທິງເຮືອບິນ ເຊັ່ນ ຈຳນວນຜູ້ໂດຍສານ, ແຜນຮັບມືໃນກໍລະນີສຸກເສີນ ລວມເຖິງຄວາມເປັນລະບຽບຮຽບຮ້ອຍຂອງຜູ້ໂດຍສານ ເພື່ອໃຫ້ໝັ້ນໃຈວ່າ ທຸກຢ່າງດຳເນີນໄປຢ່າງປົກກະຕິ.

    ຮູບປະກອບຈາກອິນເຕີເນັດ
  6. ເປັນທູດວັດທະນະທຳ

    ພະນັກງານຕ້ອນຮັບເທິງເຮືອບິນຂອງການບິນລາວປຽບເໝືອນທູດວັດທະນະທຳ ທີ່ມີຄວາມຮູ້ເລື່ອງຮີດຄອງປະເພນີຂອງລາວ, ໃຊ້ພາສາລາວໃຫ້ຖືກ, ແຕ່ງໂຕສຸພາບ ແລະປະພຶດໂຕໃຫ້ເໝາະສົມກັບການເປັນໃບໜ້າໃບຕາຂອງປະເທດ.

  7. ພວກເຂົາໄດ້ຮັບສິດທິພິເສດ

    ອາຊີບນີ້ມາພ້ອມກັນກັບສິດທິພິເສດຕ່າງໆ ເຊັ່ນ: ເດິນທາງໂດຍບໍ່ຕ້ອງມີວິຊ່າເຂົ້າປະເທດທີ່ກຳລັງບິນໄປ, ໄດ້ປີ້ຍົນແລະທີ່ພັກຟຣີ, ລວມເຖິງມີສິດຊື້ປິ້ຍົນໃນລາຄາພິເສດໃຫ້ຕົນເອງ ແລະຄອບຄົວ ໃນກໍລະນີເດິນທາງສ່ວນຕົວ.

    ຮູບປະກອບຈາກອິນເຕີເນັດ

ຂໍ້ມູນຈາກ: ວາລະສານຈຳປາເມືອງລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...