Homeນານາສາລະໃບຂີ້ເຫຼັກສູດກຳຈັດປວກຂັ້ນເທບ

ໃບຂີ້ເຫຼັກສູດກຳຈັດປວກຂັ້ນເທບ

Published on

ປວກເປັນບັນຫາຂອງທຸກເຮືອນ ສິ່ງທີ່ວ່າຮ້າຍແລ້ວກໍ່ຕ້ອງຫຼີກທາງໃຫ້ປວກ ເພາະປວກສາມາດກິນເຮືອນໄດ້ທັງຫຼັງ ເພື່ອແກ້ໄຂບັນຫາຊ້ຳເຮື້ອນີ້ ໃນຄໍລຳສາລະໜ້າຮູ້ ແອັດມິນເລີຍມີສູດກຳຈັດປວກທີ່ເຮັດມາຈາກ ໃບຂີ້ເຫຼັກ ມາຝາກ ເຊິ່ງຂັ້ນຕອນການເຮັດນັ້ນມີຫຍັງແນ່ເຮົາມາອ່ານໄປພ້ອມກັນເລີຍ.

ໂດຍນຳໃບຂີ້ເຫຼັກດິບປະມານ 1 ກິໂລ ມາຕຳໃຫ້ລະອຽດຈາກນັ້ນກໍ່ເອົານ້ຳລົງໃສ່ພໍປະມານແລ້ວຄັ້ນເອົາແຕ່ນ້ຳອອກມາໃຫ້ໄດ້ປະລິມານ 1 ລິດໃຫ້ໄດ້ນ້ຳຂຸ່ນໆ ແລ້ວນຳນ້ຳຫົວຂີ້ເຫຼັກທີ່ຄັ້ນໄດ້ນັ້ນໄປປະສົມກັບນ້ຳລ້າໆ 20 ລິດ ຂົນປະສົມໃຫ້ເຂົ້າກັນແລ້ວນຳນ້ຳທີ່ໄດ້ໄປສີດພົ່ນໃສ່ພື້ນທີ່ບໍລິເວນທີ່ມີປວກ ເຮັດແບບນີ້ເປັນປະຈຳຮັບຮອງວ່າປວກຈະບໍ່ກັບມາອີກແນ່ນອນ

ຫຼື ຈະລອງເຮັດອີກວິທີໜຶ່ງໂດຍນຳເອົາໃບຂີ້ເຫຼັກມາໃຫ້ແລກລະອຽດເປັນຜົງແລ້ວປະສົມກັບສໍຂາວ ແລ້ວນຳໄປຕາກແດດໃຫ້ແຫ້ງ ຈາກນັ້ນກໍ່ນຳຜົງທີ່ໄດ້ໄປໂຮຍໃສ່ບໍລິເວນທີ່ປວກຢູ່ວິທີນີ້ກໍ່ຈະເຮັດໃຫ້ປວກຍ້າຍຮັງໜີໂດຍດ່ວນ ແຕ່ສຳລັບວິທີນີ້ຖ້າເຮືອນໃດມີເດັກນ້ອຍແອັດມິນຂໍແນະນຳຖ້າຈະໃຊ້ວິທີນີ້ຜູ່ໃຫຍ່ຕ້ອງຕິດຕາມເບິ່ງ ໃນກໍລະນີໄປໂຮຍໃສ່ບ່ອນຕ່ຳ ຄວນເບິ່ງເທື່ອຢ້ານເດັກນ້ອຍໄປຫຼິ້ນຢ້ານເກີດອັນຕະລາຍໄດ້.

ແຫລ່ງຂໍ້ມູນ: board.postjung.com

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...