Homeຊີວິດແລະຄວາມຮັກສາເຫດທີ່ຄົນຮັກບໍ່ມັກພາຕົນອອກໄປງານທາງນອກນຳ

ສາເຫດທີ່ຄົນຮັກບໍ່ມັກພາຕົນອອກໄປງານທາງນອກນຳ

Published on

ຫຼາຍຄົນອາດເຄີຍຄິດສົງໃສວ່າຍ້ອນເຫດໃດຄົນຮັກຂອງຕົນຈິ່ງບໍ່ມັກພາຕົນເອງໄປນັ້ນໄປນີ້ນຳ ເຊິ່ງຕ່າງຄູ່ຮັກຄົນອື່ນໆທີ່ພວກເຂົາບໍ່ວ່າຈະໄປທາງໃດກໍ່ໄປພ້ອມພຽງຮຽງຂ້າງກັນ ຖ້າຕອນນີ້ໃຜກຳລັງຕົກຢູ່ໃນສະພາບແຟນບໍ່ສຳຄັນຢູ່ ກໍ່ລອງຫັນກັບມາເບິ່ງຕົວເອງກ່ອນໂທດຄົນຮັກຂອງຕົນ ເຊິ່ງສາເຫດທີ່ແຟນບໍ່ມັກພາຕົນໄປທາງນອກນຳນັ້ນມັນຈະເກີດມາຈາກປັດໄຈໃດແນ່ນັ້ນເຮົາມາຮູ້ຈັກໄປພ້ອມກັນເລີຍ

  1. ຕົນເອງມັກສະແດງພາວະຄວາມເປັນຜູ້ນຳຫຼາຍກວ່າເຂົາຈົນເກີນໄປ
  2. ຫຶງຫວງເຂົາຈົນອອກນອກໜ້າ
  3. ມັກແຕະເນື້ອຕ້ອງຕົວເຟືອເຂົາຫຼາຍໂພດບໍ່ວ່າຢູ່ສະຖານທີ່ໃດ
  4. ແຕ່ງຕົວດົນຈົນເກີນໄປຈົນອີກຝ່ານຄ້ານລໍຖ້າ
  5. ຜິດນັດ ຫຼື ມາບໍ່ຕົງເວລາເປັນປະຈຳ
  6. ແຕ່ງຕົວບໍ່ຄືບ້ານຄືເມືອງເພິ່ນ
  7. ເຂົ້າກັບເພື່ອນ ຫຼື ສັງຄົມຂອງເຂົາບໍ່ໄດ້
  8. ເອົາແຕ່ໃຈຕົນເອງ ຢາກກັບຄືຕ້ອງກັບ ຫຼື ມັກຢູ່ຕໍ່ຍາວໆ ບໍ່ຮູ້ໂມງເວລາເລີຍ
  9. ເວົ້າຫຼາຍ, ເວົ້າແຮງ, ເວົ້າໂມ້, ກິນແບບບໍ່ເບິ່ງໝູ່, ເມົາມາລະມັກເວົ້າໃຫຍ່ ໃຈໂມໂຫໄວ
  10. ຂີ່ຖີ່ບໍ່ຢາກຈົກຈ່າຍ
  11. ເກັບອາລົມບໍ່ຢູ່, ໃຈນ້ອຍຄຽດໄວ ໂວຍງ່າຍ ຈັກເວົ້າຫຼິ້ນເວົ້າແທ້ກໍ່ບໍ່ຮູ້ຈຳແນກ
  12. ໄປນຳເທື່ອໃດກັບມາຫາເລື່ອງຜິດກັນຈະຫຼອດ

ຖ້າຫາກຕອນນີ້ໃຜກຳລັງມີພຶດຕິກຳທີ່ກ່າວມາຂ້າງເທິງນີ້ ແນະນຳໃຫ້ປ່ຽນດ່ວນໆ ເພາະບໍ່ວ່າທ່ານຈະຫຼໍ່, ຈະງາມພຽງໃດກໍ່ຕາມ ແຕ່ຮັບຮອງວ່າເຂົາຈະພາທ່ານໄປນຳບໍ່ເກີນ 3 ເທື່ອ ແລ້ວເທື່ອໜ້າຢ່າຫວັງວ່າຈະໄດ້ນຳກົ້ນອີກເລີຍ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...