Homeຄົມຄິດຄົມຄົນຈົ່ງເຮັດດີຕໍ່ໄປ ບໍ່ວ່າອິຫຍັງຈະເກີດຂຶ້ນ

ຈົ່ງເຮັດດີຕໍ່ໄປ ບໍ່ວ່າອິຫຍັງຈະເກີດຂຶ້ນ

Published on

ຖ້າທ່ານເຮັດດີ ແລ້ວມີຄົນກ່າວຫາທ່ານວ່າ ທ່ານເຮັດເພື່ອຕົນເອງ ຈົ່ງເຮັດດີຕໍ່ໄປບໍ່ວ່າຫຍັງຈະເກີດຂຶ້ນ

ຖ້າທ່ານສຳເລັດ ແລ້ວໄດ້ເພື່ອນປອມ ແລະສັດຕູຈິງ ຈົ່ງສຳເລັດຕໍ່ໄປ ບໍ່ວ່າອິຫຍັງຈະເກີດຂຶ້ນ

ຫຼາຍຄົນອາດບໍ່ມີເຫດຜົນ ແລະເຫັນແກ່ຕົວ ຈົ່ງຮັກເຂົາຕໍ່ໄປ ບໍ່ວ່າອິຫຍັງຈະເກີດຂຶ້ນ

ຖ້າທ່ານເປັນຄົນຄິດໃຫຍ່ ມີຈິດວິນຍານສູງ ແຕ່ອາດຖືກປ້ອຍດ່າຈາກມະນຸດຈິດນ້ອຍໆ ຈິ່ງຄິດໃຫຍ່ຕໍ່ໄປ ບໍ່ວ່າອິຫຍັງຈະເກີດຂຶ້ນ

ສິ່ງທີ່ທ່ານໃຊ້ເວລາສ້າງຫຼາຍປີ ອາດຖືກທຳລາຍພຽງຊົ່ວຂ້າມຄືນ ຈົ່ງສ້າງຕໍ່ໄປ ບໍ່ວ່າອິຫຍັງຈະເກີດຂຶ້ນ

ຖ້າທ່ານພົບຄວາມສຸກແລະຄວາມສະຫງົບ… ຄົນອື່ນອາດອິດສາ ຈົ່ງສຸກຕໍ່ໄປ ບໍ່ວ່າອິຫຍັງຈະເກີດຂຶ້ນ

ຄວາມດີທີ່ທ່ານເຮັດມື້ນີ້ ຄົນອື່ນອາດລືມໃນມື້ອື່ນ ຈົ່ງເຮັດຄວາມດີຕໍ່ໄປ ບໍ່ວ່າອິຫຍັງຈະເກີດຂຶ້ນ

ຖ້າທ່ານໃຫ້ສິ່ງທີ່ດີທີ່ສຸດກັບໂລກໜ່ວຍນີ້ ແຕ່ເບິ່ງຄືມັນຍັງບໍ່ພຽງພໍ ຈົ່ງໃຫ້ສິ່ງທີ່ດີທີ່ສຸດຕໍ່ໄປ ບໍ່ວ່າອິຫຍັງຈະເກີດຂຶ້ນ

ເພາະສຸດທ້າຍແລ້ວ… ມັນບໍ່ກ່ຽວກັບວ່າ ໃຜຈະເຮັດຫຍັງກັບເຮົາ, ກົດຈັກກະວານ ກົດແຫ່ງກຳ … ຕອບສະໜອງທຸກສິ່ງທີ່ເຮົາທຸກຄົນເຮັດ

ຈົ່ງເຮັດດີຕໍ່ໄປ ບໍ່ວ່າອິຫຍັງຈະກີດຂຶ້ນ!

ບົດຄວາມຈາກ: ບັນດິດ ອື້ງລັງສີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...