ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສຸມໃສ່ການຄົ້ນຄວ້າເຕັກນິກ ເພື່ອຍົກສູງສະມັດຖະພາບການຜະລິດເຂົ້າບໍ່ໃຫ້ຫລຸດ
4 ໂຕນຕໍ່ເຮັກຕາ ແລະ ບາງເຂດອາດຫຼາຍເຖິງ 6-7 ໂຕນຕໍ່ເຮັກຕາ, ໃນນັ້ນແມ່ນເລັ່ງໃສ່ການນຳໃຊ້ເຕັກນິກໃໝ່ເພື່ອ
ປັບປຸງແນວພັນ, ເນື້ອທີ່ດິນ ແລະ ການບົວລະບັດຮັກສາທີ່ບໍ່ເພິ່ງສານເຄມີ.
ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ທ່ານ ວິໄລວັນ ພົມເຂ ໄດ້ກ່າວວ່າ: ກະຊວງກະສິກຳ ແລະ ປ່າໄມ້, ໄດ້ກຳ
ນົດ 5 ປັດໄຈ ເພື່ອບັນລຸຄາດໝາຍການຜະລິດເຂົ້າໃຫ້ໄດ້ສະມັດຖະພາບ 4 ໂຕນຕໍ່ເຮັກຕາ ເຊິ່ງປະກອບມີການປັບປຸງ
ຄຸນນະພາບຂອງດິນ ໂດຍວິທີການນຳໃຊ້ຝຸ່ນຄອກ, ຝຸ່ນບົ່ມ ຫລື ປຸຍເຄມີຕາມອັດຕາທີ່ເໝາະສົມ; ການຮັບປະກັນສະ
ໜອງນ້ຳ ແລະ ການຄວບຄຸມນ້ຳໃນເວລາທີ່ເໝາະສົມ; ນຳໃຊ້ແນວພັນປັບປຸງທີ່ເໝາະສົມກັບເນື້ອທີ່ ແລະ ສະພາບ
ດິນ;ນຳໃຊ້ເຕັກນິກທີ່ເໝາະສົມກັບແຕ່ລະສະພາບເນື້ອທີ່ ແລະ ເງື່ອນໄຂຕົວຈິງເຊັ່ນ:ໃຊ້ເຕັກນິກນາຫວ່ານ, ເຕັກນິກ
ນາຢອດ,ນາກ້າກີບດຽວ, ເຕັກນິກການດຳນາໂດຍການນຳໃຊ້ເຄື່ອງມື ແລະ ກົນຈັກທີ່ທັນສະໄໝແທນແຮງງານຄົນ;
ຄວາມດຸໝັ່ນ ແລະ ເອົາໃຈໃສ່ບົວລະບັດຮັກສາ ໃຫ້ຖືກຕ້ອງຕາມເຕັກນິກວິຊາການ, ການຍົກສະມັດຖະພາບໂດຍສະ
ເພາະການເຮັດກະເສດສຸມ ບວກກັບນະໂຍບາຍສົ່ງເສີມທີ່ເໝາະສົມ ໂດຍການຮັບປະກັນທາງດ້ານລາຄາ ແລະ ການຕະ
ຫລາດລວມທັງການສົ່ງເສີມການເຂົ້າຮ່ວມຂອງຜູ້ປະ ກອບການຮອບດ້ານເພື່ອເປັນແຮງຈູງໃຈໃນການຜະລິດ.
ປັດຈຸບັນ, ການຍົກສະມັດຖະພາບການຜະລິດເຂົ້ານັ້ນ, ແມ່ນເຮັດໄດ້ໃນບາງເຂດຈຸດສຸມ ແລະ ບາງທ້ອງຖິ່ນເຊັ່ນ:
ນະຄອນຫລວງວຽງຈັນ ເຂດທ່າພະ-ໜອງພົງປະຕິບັດໄດ້ 5 ໂຕນຕໍ່ເຮັກຕາ, ເຂດນ້ຳຫຸມ ແລະ ນ້ຳຊ່ວງໄດ້ 4-5 ໂຕນຕໍ່
ເຮັກຕາ, ເຂດເມືອງໜອງບົກ ແລະ ເມືອງມະຫາໄຊ ແຂວງຄຳມ່ວນ ໄດ້ປະມານ 5-6 ໂຕນຕໍ່ເຮັກຕາ. ແຕ່ບາງເຂດ,
ບາງທ້ອງຖິ່ນຍັງຈຳກັດ, ການສົ່ງເສີມຍັງບໍ່ທັນແຂງແຮງ ແລະ ບໍ່ທັນກວ້າງຂວາງ.
ທ່ານ ວິໄລວັນ ພົມເຂ ກ່າວວ່າ: ເພື່ອເຮັດໃຫ້ວຽກງານດັ່ງກ່າວ, ໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງ, ພວກເຮົາ
ຕ້ອງເອົາໃຈໃສ່ຄື ລັດຕ້ອງຊອກຫາຕະຫລາດເຂົ້າໃຫ້ແນ່ນອນ ພ້ອມທັງຄ້ຳປະກັນລາຄາໃຫ້ຜູ້ຜະລິດມີຜົນກຳໄລ, ຜະລິດ
ຕາມຄວາມຕ້ອງການຂອງຕະຫລາດ, ຊ່ວຍຫລຸດຜ່ອນຕົ້ນທຶນການຜະລິດ ໂດຍການສົ່ງເສີມນຳໃຊ້ກົນຈັກກະສິກຳເພື່ອ
ຫລຸດຜ່ອນແຮງງານ; ສ້າງຂະບວນການສົ່ງເສີມການຜະລິດເຂົ້າໃຫ້ເປັນສິນຄ້າຢ່າງມີຈຸດສຸມ, ຫັນໂຄງການຊົນລະປະ
ທານໃຫ້ເປັນໂຄງການຊົນລະກະເສດ ເພື່ອຜະລິດເຂົ້າເປັນສິນຄ້າ; ສົ່ງເສີມຜູ້ປະກອບການ, ຜູ້ຜະລິດ, ກຸ່ມຜູ້ຜະລິດ, ກຸ່ມ
ໂຮງສີ ເຂົ້າຮ່ວມໃນແຕ່ລະເຂດຈຸດສຸມ. ນອກນັ້ນ, ຕ້ອງໄດ້ສົ່ງເສີມຜູ້ບໍລິການຝຸ່ນ, ປຸຍ ແລະ ອຸປະກອນເຄື່ອງມື, ສົ່ງ
ເສີມໃຫ້ມີການຜະລິດຝຸ່ນຊີວະພາບ ແລະ ຝຸ່ນວິທະຍາສາດຢູ່ພາຍໃນປະເທດຫລາຍຂຶ້ນ; ກຳນົດນະໂຍບາຍເສດຖະກິດ
ຊຸກຍູ້ການຜະລິດສິນຄ້າເພື່ອໃຫ້ເຂົ້າຂອງລາວ ມີຄວາມສາມາດແຂ່ງຂັນໄດ້, ມີຄຸນນະພາບດີ, ມີຕົ້ນທຶນການຜະລິດຕ່ຳ
ເຊັ່ນ: ອັດຕາດອກເບ້ຍເງິນກູ້ ແລະ ການກຳນົດລາຄາກະແສໄຟຟ້າຊົນລະປະທານທີ່ເໝາະສົມ.
ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_97.html