Homeຂ່າວພາຍ​ໃນສະພາພິຈາລະນາ ການປັບປຸງກົດໝາຍວ່າດ້ວຍ ໄຟຟ້າສະບັບປັບປຸງໃໝ່ຄັ້ງທີ 3

ສະພາພິຈາລະນາ ການປັບປຸງກົດໝາຍວ່າດ້ວຍ ໄຟຟ້າສະບັບປັບປຸງໃໝ່ຄັ້ງທີ 3

Published on

ບັນຍາກາດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 8 ຕອນເຊົ້າວັນທີ 09/05/2017 ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ. ກອງປະຊຸມໄດ້ຮັບຟັງບົດລາຍງານກ່ຽວ ກັບການປັບປຸງກົດໝາຍວ່າດ້ວຍໄຟຟ້າສະບັບປັບປຸງໃໝ່ຄັ້ງທີ 3 ຈາກ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.
ກົດໝາຍວ່າດ້ວຍໄຟຟ້າສະບັບປັບປຸງໃໝ່ ໄດ້ມີການປັບປຸງຈາກກົດໝາຍສະບັບເດີມ ທີ່ມີ 11 ໝວດ ມາເປັນ 13 ພາກ (ປ່ຽນຈາກໝວດເປັນພາກ), ເພີ່ມໃໝ່ 2 ພາກ, ຈາກ 81 ມາດຕາມາເປັນ 113 ມາດຕາ. ຈຸດປະສົງຕົ້ນຕໍໃນການປັບປຸງ ເນື້ອໃນກົດໝາຍ ກໍ່ເພື່ອເພີ່ມລະບຽບການເພື່ອຄຸ້ມຄອງການພັດທະນາໂຄງການການຜະລິດໄຟຟ້າສະເພາະຂອງເອກະຊົນ ( IPP ) ແລະ ໂຄງການກໍ່ສ້າງເຂື່ອນ, ສາຍສົ່ງໄຟຟ້າທີ່ລົງທຶນໂດຍພາກລັດ ແລະ ເອກະຊົນ ເພື່ອຮັບປະກັນປະສິດທິພາບ, ປະສິດທິຜົນ, ຄວາມປອດໄພ ແລະ ຜົນປະໂຫຍດຂອງລັດ ແລະ ປະຊາຊົນ, ລວມທັງການກຳນົດກົນໄກການ ອະນຸມັດໂຄງການໄຟຟ້າທີ່ໂປ່ງໃສ, ເປີດເຜີຍ ແລະ ມີການແຂ່ງຂັນໂດຍເພີ່ມສິດອຳນາດໃຫ້ກັບສະພາແຫ່ງຊາດ.

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 8 ຕອນເຊົ້າວັນທີ 09/05/2017 ຮູບ: ວີທະຍຸກະຈາຍສຽງແຫ່ງຊາດລາວ

      ເພີ່ມຄວາມຊັດເຈນ ກ່ຽວກັບ ພາລະບົດບາດຂອງຂະແໜງການ ເພື່ອຮັບປະກັນຄວາມເປັນເຈົ້າການໃນການ ຮັບຜິດຊອບຕໍ່ຜົນງານ ແລະ ບັນຫາຕ່າງໆຂອງໂຄງການໄຟຟ້າ, ຄຽງຄູ່ກັບການກຳນົດຂອດການປະສານງານລະຫວ່າງຂະແໜງການດ້ວຍກັນ, ສູນກາງ ແລະ ທ້ອງຖີ່ນ ໃຫ້ມີຄວາມຈະແຈ້ງ.
ສ້າງລະບຽບການໃຫ້ມີການວາງແຜນການພັດທະນາພະລັງງານໄຟຟ້າ ຄຽງຄູ່ກັບວຽກງານຂອງຂະແໜງການ ອື່ນຢ່າງກົມກຽວກັນ, ຮັບປະກັນການພັດທະນາຢ່າງສົມຄູ່ກັບຄວາມຕ້ອງການຕົວຈິງ, ເປັນມິດກັບສີ່ງແວດລ້ອມ ກໍ່ຄື ການຫຼີກລ້ຽງບໍ່ພັດທະນາໂຄງການ ໃນເຂດປ່າສະຫງວນ ແລະ ປ່າປ້ອງກັນ ແລະ ຫຼີກລ້ຽງການລົງທຶນທີ່ບໍ່ຈຳເປັນ.
ສ້າງນະໂຍບາຍທາງດ້ານລາຄາໄຟຟ້າ ເພື່ອການສົ່ງເສີມການຊົມໃຊ້ໄຟຟ້າເຂົ້າໃນການແກ້ໄຂບັນຫາການດຳລົງຊີວິດປະຈຳວັນ ເປັນຕົ້ນແມ່ນປະຊາຊົນເຂດທຸກຍາກຫ່າງໄກສອກຫຼີກ ແລະ ຈຸລະວິສະຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດການຕ່າງໆ.
ສ້າງກົນໄກການກຳນົດ ແລະ ການຮັບຮອງລາຄາໄຟຟ້າໃຫ້ມີຄວາມເປັນທຳ, ໂປ່ງໃສ, ເປີດເຜີຍ ແລະ ມີສ່ວນ ຮ່ວມຂອງຕົວແທນປະຊາຊົນຜູ້ຊົມໃຊ້ໄຟຟ້າຫຼາຍຂື້ນ, ເອົາໃຈໃສ່ພັນທະຂອງຜູ້ຈຳໜ່າຍໄຟຟ້າ ແລະ ເພີ່ມກົນໄກການ ຄຸ້ມຄອງ ແລະ ການກວດກາຄວາມປອດໄພ ຂອງຜູ້ຊົມໃຊ້ໄຟຟ້າ.
ຈັດວາງການແບ່ງຂັ້ນຄຸ້ມຄອງລະຫວ່າງ ສູນກາງ ແລະ ທ້ອງຖີ່ນຄືນ ໃຫ້ເທດເໝາະກັບສະພາບຕົວຈິງ ແລະ ຈຳກັດການພັດທະນາໂຄງການຂະໜາດນ້ອຍທີ່ມີປະສິດຕິຜົນຕໍ່າ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...