spot_img
Homeຂ່າວທ້ອງຖິ່ນອົງການ​ກວດ​ສອບ​ແຫ່ງ​ລັດເລັ່ງກວດສອບກວ່າ 600 ເປົ້າໝາຍໃຫ້ສຳເລັດ

ອົງການ​ກວດ​ສອບ​ແຫ່ງ​ລັດເລັ່ງກວດສອບກວ່າ 600 ເປົ້າໝາຍໃຫ້ສຳເລັດ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 4 ພຶດສະພາ 2017 ທີ່ຜ່ານມາວ່າ ໃນທິດທາງແຜນການ ນັບແຕ່ປີ 2017-2021 ຂອງອົງການກວດສອບແຫ່ງລັດໄດ້ວາງເປົ້າການກວດສອບໃຫ້ຄົບຖ້ວນແລະ ທົ່ວເຖິງໃນອົງການຈັດຕັ້ງຂອງລັດແຕ່ຂັ້ນສູນກາງ, ບັນດາກະຊວງ, ຂະແໜງການ, ຫົວໜ່ວຍທຸລະກິດ, ທະນາຄານລັດ, ​ນັບທັງໂຄງການເງິນກູ້ຢືມແລະ ຊ່ວຍເຫລືອລ້າ ຈາກຕ່າງປະເທດເຊິ່ງຈະໃຫ້ສຳເລັດເກືອບ 600 ​ເປົ້າໝາຍ. ທັງນີ້ເພື່ອຊ່ວຍໃຫ້ສະພາແຫ່ງຊາດ ແລະ ລັດຖະບານ ສາມາດເກັບກູ້ເງິນຄືນ ເຂົ້າງົບປະມານແຫ່ງຊາດໃຫ້ຫລາຍກວ່າເກົ່າ.

ທ່ານ ນາງ ວຽງທອງ ສີພັນດອນປະທານອົງການກວດສອບແຫ່ງລັດໄດ້ຢືນຢັນຈະລົງເລິກການກວດສອບ ດ້ານລາຍຮັບແລະ ລາຍຈ່າຍ ງົບປະມານຂອງລັດ, ກວດສອບປະສິດທິພາບ-​ປະສິດທິຜົນ ການເຄື່ອນ​ໄຫວຂອງລະບົບທະນາຄານແລະ ທຸລະກິດລັດ, ລວມທັງບັນດາຄາດໝາຍເສດຖະກິດມະຫາພາກ ແລະ ຫົວຂໍ້ສະເພາະໃນການພັດທະນາເສດຖະກິດ-​ສັງຄົມ. ຢ່າງໃດກໍຕາມໃນ 5 ປີຕໍ່ໜ້າຈະໃຫ້ສາມາດກວດສອບ ການເຊື່ອມຕໍ່ຂໍ້ມູນທາງດ້ານ ການບັນຊີ-​ການເງິນ ກັບກະຊວງການເງິນ, ພ້ອມທັງສ້າງນັກກວດສອບ ໃຫ້ມີຄຸນນະພາ ດ້ວຍການພັດທະນາຫລັກສູດ ການຮຽນ-​ການສອນໃຫ້ພະນັກງານ ແຕ່ລະຂັ້ນໂດຍສະເພາະຂັ້ນພະແນ, ພະນັກງານວິຊາການແລະ ພະນັກງານຝຶກງານ ໃຫ້ບັນລຸ 95%.

ສຳລັບການກວດສອບ ດ້ານລາຍຮັບແລະ ລາຍຈ່າຍ ຈະລົງເລິກຂະແໜງພາສີ​-ອາກອນ ຕາມສາຍຕັ້ງ ໃນການແບ່ງຂັ້ນຄຸ້ມຄອງ, ລາຍຮັບວິຊາການ, ກອງທຶນລັດ, ລາຍຮັບຈາກທີ່ດິນ, ຊັບສິນຂອງລັດແລະ ລາຍຮັບຈາກການຄຸ້ມຄອງ ລັດວິສາຫະກິດປະກັນໄພ. ​ໃນຂະນະດຽວກັນ ຈະເນັ້ນກວດສອບລາຍຈ່າຍ ການລົງທຶນຂອງລັດ, ການບໍລິຫານ-​ຄຸ້ມຄອງ, ການຊຳລະໜີ້ສິນພາຍໃນແລະ ຕ່າງປະເທດ ລວມທັງການປ່ອຍສິນເຊື່ອແລະ ລາຍຈ່າຍການລົງທຶນພັດທະນາອື່ນໆ.

ຮຽບຮຽງຂ່າວຈາກ:ຣາຊະວົງ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...