Homeຂ່າວຕ່າງປະເທດຄວາມເຄັ່ງຕຶງໃນແຫຼມເກົາຫຼີ ອາດເປັນພຽງຂໍ້ອ້າງໃນການຕັ້ງ ລະບົບຕໍ່ຕ້ານຂີປະນາວຸດ

ຄວາມເຄັ່ງຕຶງໃນແຫຼມເກົາຫຼີ ອາດເປັນພຽງຂໍ້ອ້າງໃນການຕັ້ງ ລະບົບຕໍ່ຕ້ານຂີປະນາວຸດ

Published on

ສະພາບຄວາມເຄັ່ງຕຶງໃນເຂດແຫຼມເກົາຫຼີມີຂຶ້ນທຸກປີ ໂດຍສະເພາະແມ່ນໄລຍະຊ້ອມຮົບຮ່ວມກັນ ລະຫວ່າງສະຫະລັດກັບເກົາຫຼີໃຕ້ ພິເສດໃນປີນີ້ ພາຍໃຕ້ການນຳຂອງ ປະທານາທິບໍດີ ທຣໍ້າ ຂອງສະຫະລັດ ໄດ້ເຮັດໃຫ້ສະພາບການໃນແຫຼມເກົາຫຼີຮ້ອນແຮງກວ່າຊູ່ປີ.

ນັກວິເຄາະສ່ວນຫຼາຍຕີລາຄາວ່າ ສະພາບຄວາມເຄັ່ງຕຶງໃນແຫຼມເກົາຫຼີເກີດຂຶ້ນຍ້ອນ 2 ສາເຫດ ຄື ຍ້ອນການຊ້ອມຮົບຮ່ວມກັນລະຫວ່າງ ສະຫະລັດ-ເກົາຫຼີໃຕ້-ຍີ່ປຸ່ນ ແລະ ຍ້ອນການພັດທະນາອາວຸດນິວເຄລຍຂອງເກົາຫຼີເໜືອ ແຕ່ຖ້າເຮົາເບິ່ງໃນມຸມທີ່ຕ່າງກັນແລ້ວນັ້ນ ຈະເຮັດໃຫ້ເຫັນເຫດຂອງຂອງທາງສອງຝ່າຍ.

ສະຫະລັດ ອັນມີເກົາຫຼີໃຕ້ເປັນຕົວແທນ ຍາມໃດກໍບໍ່ລົດລະຄວາມພະຍາຍາມທີ່ຈະ ຂົ່ມຂູ່ແລະກົດດັນທາງທະຫານຕໍ່ເກົາຫຼີເໜືອ ເຊິ່ງສະແດງອອກໃນການສ້າງຂ່າວໃຫ້ເປັນຄືວ່າອຳນາດການປົກຄອງເກົາຫຼີເໜືອໂຫດຮ້າຍປ່າເຖື່ອນ ພ້ອມທັງມີການຊ້ອມຮົບຮ່ວມກັນຢ່າງເປັນປະຈຳໃນບໍລິເວນດັ່ງກ່າວ ລວມທັງໃຫ້ສະຫະລັດມາຕັ້ງຖານທັບໃນປະເທດເກົາຫຼີໃຕ້ແລະຍີ່ປຸ່ນ. ການເຮັດແບບນີ້ ແມ່ນເປັນເຫດຜົນທີ່ໜີບໃຫ້ເກົາຫຼີເໜືອຕ້ອງສ້າງຄວາມເຂັ້ມແຂງທາງດ້ານການທະຫານ ເພື່ອປົກປ້ອງອະທິປະໄຕຂອງຕົນ.

ເມື່ອເກົາຫຼີເໜືອພັດທະນາອາວຸດຂອງຕົນ ໂດຍສະເພາະແມ່ນອາວຸດນິວເຄລຍ ກໍໄດ້ກາຍເປັນເຫດຜົນໃຫ້ສະຫະລັດໃຊ້ເປັນຂໍ້ອ້າງ ໃນການໃຊ້ມາຕະການຕ່າງໆ ຕໍ່ເກົາຫຼີເໜືອ ທັງທາງກົງແລະທາງອ້ອມ ໃນນັ້ນລວມທັງການຂົ່ມຂູ່ດ້ວຍກຳລັງທາງທະຫານ ມີການເຄື່ອນທັບແລະຍຸດໂທປະກອນຈາກສະຫະລັດເຂົ້າສູ່ເຂດແຫຼມເກົາຫຼີ ແລະຫຼ້າສຸດ ກໍໄດ້ສຳເລັດການຕິດຕັ້ງລະບົບຕໍ່ຕ້ານຂີປະນາວຸດຂຶ້ນທີ່ປະເທດເກົາຫຼີໃຕ້.

ການຕິດຕັ້ງລະບົບຕໍ່ຕ້ານຂີປະນາວຸດຂອງສະຫະລັດທີ່ເກົາຫຼີໃຕ້ນັ້ນ ຖືກຄັດຄ້ານຈາກປະເທດຈີນ ແລະລວມທັງປະຊາຊົນເກົາຫຼີໃຕ້ ແຕ່ສະຫະລັດກໍບໍ່ໄດ້ຟັງ.

ອາດຈະເປັນໄປໄດ້ວ່າສະຫະລັດຄິດຢາກຕັ້ງລະບົບປະຕິບັດການຕ້ານລູກສອນໄຟດັ່ງກ່າວໃນເຂດນີ້ມາດົນແລ້ວ ແຕ່ບໍ່ມີເຫດຜົນໃດພຽງພໍ ຈຶ່ງສ້າງໃຫ້ສະຖານະການມີຄວາມເຄັ່ງຕຶງຂຶ້ນ ໂດຍການນຳເຮືອບັນທຸກເຮືອບິນສູ້ຮົບພ້ອມອາວຸດຍຸດໂທປະກອນເຂົ້າສູ່ແຫຼມເກົາຫຼີ. ຫຼືເວົ້າແຈ້ງໆ ວ່າ ການຕິດຕັ້ງລະບົບຕໍ່ຕ້ານລູກສອນໄຟດັ່ງກ່າວນັ້ນ ອາດຈະບໍ່ພຽງແຕ່ເພື່ອຕ້ານລູກສອນໄຟຂອງເກົາຫຼີເໜືອເທົ່ານັ້ນ ແຕ່ອາດຍັງໝາຍເຖິງການສ້າງອຳນາດທາງທະຫານໃນເອເຊຍກໍໄດ້.

(ທັງຫມົດນັ້ນເປັນທັດສະນະຂອງຜູ້ຂຽນ)

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...