spot_img
Homeຂ່າວພາຍ​ໃນນາຍົກສັ່ງໃຫ້ຂຶ້ນບັນຊີຊັບສິນທີ່ຮິບເປັນຂອງລັດ ຜູ້ໃດຍັກຍອກຖືກລົງໂທດ

ນາຍົກສັ່ງໃຫ້ຂຶ້ນບັນຊີຊັບສິນທີ່ຮິບເປັນຂອງລັດ ຜູ້ໃດຍັກຍອກຖືກລົງໂທດ

Published on

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງເລກທີ 07/ນຍ ລົງວັນທີ 5 ເມສາ 2017 ວ່າດ້ວຍການຂຶ້ນບັນຊີເຕົ້າໂຮມຊັບສິນທີ່ສານຕັດສິນຮິບເປັນຂອງລັດ ເພື່ອເພີ່ມທະວີການກວດກາ ການຈັດຕັ້ງປະຕິບັດກົດໝາຍ, ລະບຽບການໃຫ້ມີຄວາມສັກສິດ ແນ່ໃສ່ໃນການຄຸ້ມຄອງຊັບສິນປະເພດເງິນ, ຄຳ, ວັດຖຸມີຄ່າອື່ນໆ ລວມທັງພາຫະນະ ແລະ ອຸປະກອນຕ່າງໆທີ່ສານຕັດສິນຮິບເປັນຂອງລັດໃຫ້ມາຂຶ້ນທະບຽນ, ຂຶ້ນບັນຊີຄຸ້ມຄອງລວມສູນ, ແບ່ງປັນນຳໃຊ້ ແລະ ຂາຍຊັບສິນດັ່ງກ່າວ ເພື່ອເອົາເງິນເຂົ້າງົບປະມານຂອງລັດ.

ລາຍລະອຽດ ທ່ານ ນາຍົກລັດຖະມົນຕີໄດ້ອອກຄຳສັ່ງດັ່ງນີ້:

1. ໃຫ້ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານສົ່ງບັນຊີ ແລະ ຂໍ້ມູນທັງໝົດກ່ຽວກັບຊັບສິນທີ່ຖືກ ຮິບເປັນຂອງລັດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຂະແໜງການເງິນ ເພື່ອຂຶ້ນບັນຊີ ແລະ ຈົດທະບຽນເປັນຊັບສິນຂອງລັດໂດຍປະກອບແບບຟອມຕາມຂະແໜງການເງິນ
2. ການແບ່ງປັນການນຳໃຊ້ ແລະ ການຂາຍອອກຊັບສິນທີ່ຮິບມາເປັນຂອງລັດ ແມ່ນໃຫ້ປະຕິບັດດັ່ງນີ້:
ມອບໃຫ້ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານລາຍງານ ແລະ ສະໜອງຂໍ້ມູນໃຫ້ຂະແໜງການເງິນພາຍໃນ 7 ວັນ ນັບແຕ່ມື້ບັນທຶກການຈັດຕັ້ງປະຕິບັດຄຳຕັດສິນຂອງສານ;

ຊັບສິນທຸກປະເພດລວມທັງເງິນທີ່ພົວພັນກັບຢາເສບຕິດ ເມື່ອຂຶ້ນທະບຽນ ແລະ ຂຶ້ນບັນຊີຊັບສິນຂອງລັດຖືກຕ້ອງແລ້ວ ໃຫ້ຂະແໜງການເງິນນຳສະເໜີລາຍງານຂັ້ນເທິງພິຈາລະນາແບ່ງປັນການຄຸ້ມຄອງ, ນຳໃຊ້ ແລະ ຂາຍອອກ. ເງິນທີ່ໄດ້ຈາກການປະມູນຂາຍຊັບສິນດັ່ງກ່າວ ແມ່ນໃຫ້ມອບເຂົ້າກອງທຶນຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ 70% ສ່ວນ 30% ແມ່ນມອບເຂົ້າງົບປະມານຂອງລັດ ຕາມ (ມາດຕາ 50) ຂອງກົດໝາຍວ່າດ້ວຍຢາເສບຕິດ ແລະ (ມາດຕາ 6) ຂອງກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ. ການຈັດຕັ້ງປະຕິບັດກອງທຶນ ແມ່ນໃຫ້ປະຕິບັດຕາມ (ມາດຕາ 17) ຂອງດຳລັດວ່າດ້ວຍກອງທຶນ ແລະ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ ຢ່າງເຂັ້ມງວດ ເພື່ອຫຼີກລ້ຽງການຈ່າຍນອກແຜນ ແລະ ຈ່າຍເກີນແຜນງົບປະມານ ໂດຍໃຫ້ມີການປະສານສົມທົບກັບຂະແໜງການເງິນ ໃນການຂຶ້ນແຜນລາຍຮັບ-ລາຍຈ່າຍຂອງກອງທຶນ ແລະ ໃຫ້ສາມາດຈົດຮັບ-ຈົດຈ່າຍ ຜ່ານລະບົບງົບປະມານປະຈຳປີ ຢ່າງຖືກຕ້ອງຕາມລະບຽບກົດໝາຍ. ໃຫ້ບັນດາອົງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຕ້ອງເປັນເຈົ້າການ ແລະ ໃຫ້ການຮ່ວມມືໃນການສະໜອງຂໍ້ມູນ ເນື້ອໃນສຳນວນຄະດີ, ຄຳຕັດສິນ ຫຼື ຄຳພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ຂະແໜງການເງິນຢ່າງຄົບຖ້ວນ ແລະ ທັນເວລາ;
3. ໃຫ້ຂະແໜງການເງິນແຕ່ລະຂັ້ນ ຂຶ້ນບັນຊີ ແລະ ຈົດທະບຽນຊັບສິນທຸກປະເພດຊັບສິນ ທີ່ຖືກຮິບເປັນຂອງລັດເປັນຕົ້ນອະສັງຫາລິມະຊັບ, ສັງຫາລິມະຊັບ, ເງິນ, ທຶນ, ອຸປະກອບ ແລະ ວັດຖຸມີຄ່າ ທີ່ບໍ່ພົວພັນກັບຄະດີຢາເສບຕິດ ພ້ອມທັງລາຍງານໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ລັດຖະບານ ເພື່ອພິຈາລະນາແບ່ງປັນການນຳໃຊ້ ຫຼື ຂາຍຊັບສິນຂອງລັດຕາມຄວາມເໝາະສົມ ເພື່ອມອບເງິນເຂົ້າງົບປະມານຢ່າງລວມສູນ;
       ຊັບສິນປະເພດທີ່ດິນ, ສິ່ງກໍ່ສ້າງ ໃຫ້ຂຶ້ນທະບຽນກ່ອນ ແລ້ວຈຶ່ງນຳສະເໜີລາຍງານຂັ້ນເທິງ ພິຈາລະນາກ່ຽວກັບການໃຫ້ເຊົ່າ, ໃຫ້ສຳປະທານ ເພື່ອເກັບລາຍຮັບເຂົ້າງົບປະມານ ຫຼື ນຳໃຊ້ເຂົ້າໃນວຽກລວມຂອງລັດ. ຊັບສິນໃນປະເພດນີ້ບໍ່ອະນຸຍາດໃຫ້ມອບສິດນຳໃຊ້ໃຫ້ແກ່ບຸກຄົນເດັດຂາດ, ຖ້າບໍ່ໄດ້ຮັບການເຫັນດີຈາກລັດຖະບານຕາມ (ມາດຕາ 14 ວັກ 3) ຂອງກົດໝາຍວ່າດ້ວຍຊັບສິນຂອງລັດ (ສະບັບປັບປຸງ) ເລກທີ 14/ສພຊ, ລົງວັນທີ 05 ກໍລະກົດ 2012;
       ປະເພດພາຫະນະ, ກົນຈັກ, ວັດຖຸອຸປະກອນ ທີ່ສາມາດນຳໃຊ້ໄດ້ ໃຫ້ຄົ້ນຄວ້າພິຈາລະນາແບ່ງໃຫ້ຂະແໜງການທີ່ຂາດເຂີນ ແລະ ມີຄວາມຈຳເປັນກ່ອນ ແຕ່ໃຫ້ຕັດງົບປະມານຮ່ວງຊື້ໃໝ່ຂອງຂະແໜງການນັ້ນລົງ;
      ປະເພດວັດຖຸມີຄ່າ ໃຫ້ຈັດຕັ້ງດຳເນີນການຕີລາຄາມູນຄ່າຊັບສິນດັ່ງກ່າວ ແລ້ວເປີດການປະມູນຂາຍ ເພື່ອມອບເງິນເຂົ້າງົບປະມານທັງໝົດ;

4. ການສົ່ງຂໍ້ມູນ ແລະ ການແບ່ງປັນການນຳໃຊ້ ແລະ ຂາຍອອກຊັບສິນ ທີ່ຮິບມາເປັນຂອງລັດ ແມ່ນໃຫ້ປະຕິບັດດັ່ງນີ້
ພາຍຫຼັງສານປະຊາຊົນໄດ້ຕັດສິນໃນແຕ່ລະຄັ້ງ ແລະ ໃຊ້ໄດ້ຢ່າງເດັດຂາດແລ້ວ ຕ້ອງສົ່ງເອກະສານບັນຊີ ທີ່ຕົກລົງຮິບເປັນຂອງລັດ ໃຫ້ຂະແໜງການເງິນຢ່າງຄົບຖ້ວນ ແລະ ທັນເວລາ ເພື່ອສັງລວມລາຍງານ ແລະ ນຳສະເໜີຂັ້ນເທິງພິຈາລະນາ ໃນການແບ່ງປັນນຳໃຊ້ ຫຼື ປະມູນຂາຍເພື່ອມອບເຂົ້າງົບປະມານ; ການສົ່ງຂໍ້ມູນບັນຊີຊັບສິນຢູ່ຂັ້ນສູນກາງ ແມ່ນສົ່ງໃຫ້ກະຊວງການເງິນ (ກົມຄຸ້ມຄອງຊັບສິນຂອງລັດ) ຢູ່ທ້ອງຖິ່ນ ແມ່ນສົ່ງໃຫ້ພະແນກການເງິນປະຈຳແຂວງ, ນະຄອນຫຼວງ (ຫ້ອງການຄຸ້ມຄອງຊັບສິນຂອງລັດ) ຢູ່ຂັ້ນເມືອງ ແມ່ນສົ່ງໃຫ້ຫ້ອງການການເງິນປະຈຳເມືອງ (ໜ່ວຍງານຄຸ້ມຄອງຊັບສິນຂອງລັດ) ເປັນຜູ້ສັງລວມ;
ກໍລະນີຂະແໜງປ້ອງກັນຄວາມສະຫງົບ ໄດ້ທຳການດຳເນີນຄະດີສຳເລັດ ແລະ ມີບົດບັນທຶກການຮິບຊັບແລ້ວ ຕ້ອງສົ່ງຂໍ້ມູນທັງໝົດ ພ້ອມດ້ວຍບັນຊີຊັບສິນ ທີ່ຖືກດຳເນີນຄະດີແລ້ວນັ້ນ ໃຫ້ຂະແໜງການເງິນ ເພື່ອສັງລວມ ແລະ ສະເໜີໄປຍັງອົງການໄອຍະການ ສັ່ງຟ້ອງສານຕັດສິນ;
5.  ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຫາກໄດ້ຍັກຍອກເອົາຄ່າປັບໃໝ ແລະ ຊັບສິນທີ່ສານຮິບເປັນຂອງລັດໄປຄຸ້ມຄອງແລະ ນຳໃຊ້ ໂດຍບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ ຕາມທີ່ໄດ້ລະບຸໄວ້ຢູ່ໃນຂໍ້ທີ 4 ຂອງຄຳສັ່ງສະບັບນີ້ຈະໄດ້ເກັຄືນ;
ຖ້າຫາກຊັບສິນດັ່ງກ່າວ ຫາກມີການໃຊ້ເຂົ້າໃນການກະທຳຜິດ ຫຼື ໄດ້ຮັບຄວາມເສຍຫາຍ ຜູ້ກ່ຽວຕ້ອງໄດ້ຮັບຜິດຊອບສ້ອມແປງ, ໃຊ້ແທນຄ່າເສຍຫາຍຄືນໃຫ້ລັດ ຫຼື ປັບໃໝ ແລະ ລົງໂທດຕາມລະບຽບກົດໝາຍ;
6.  ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
ທອງລຸນ ສີສຸລິດ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...