ຕອນທີ 23
ເອກໃຊ້ເວລາຢູ່ກັບວຽກງານທັງຄືນທັງເວັນ ເອກວາງແຜນວ່າ ພາຍໃນໄຕມາດໜ້າທາງບໍລິສັດຕ້ອງມີຄວາມພ້ອມໃນການຂະຫຍາຍການຈຳໜ່າຍຜະລິດຕະພັນໄປສູ່ຕະຫຼາດຕ່າງປະເທດ ເຊິ່ງຕອນນີ້ກໍ່ເບິ່ງໄວ້ 2 ປະເທດທີ່ຝຣັ່ງ ແລະ ຍີ່ປຸ່ນ ສາເຫດທີ່ເລືອກສອງປະເທດນີ້ກ່ອນ ເພາະເອກມີຄົນຮູ້ຈັກທີ່ມີຮ້ານຂາຍ ເຄື່ອງທີ່ລະນຶກຢູ່ມີນັ້ນ ແລະ ກໍ່ເປັນຮ້ານໃຫຍ່ ຄາດວ່າຈະສາມາດດິວງານກັນໄດ້ງ່າຍ ສ່ວນປະເທດອື່ນທໃນເຂດອາຊຽນ ກໍ່ຍັງຫາທາງເຈາະເຂົ້າຫາຕະຫຼາດຢູ່.
ໜີນ້ອຍຫຼັງຍ້າຍມາຢູ່ກັບນ້ອງສາວ ກໍ່ເລາະຍື່ນໃບສະໝັກງານໄປບໍລິສັດຕ່າງໆ ເກືອບເປັນເດືອນແລ້ວທີ່ຢື່ນໃບສະໝັກງານໄປ ແຕ່ກໍ່ຍັງບໍ່ທັນມີບໍລິສັດໃດໂທເຂົ້າໄປສຳພາດ ຄິດມາແລ້ວຮູ້ສຶກເມື່ອຍໃຈຈົບປະລິນຍາຕີມາວິໃຈຝຸ່ນຢູ່ລ້າຫຼາຍເດືອນແລ້ວ ໂອ້ຍວຽກງານປັດຈຸບັນນີ້ຊ່າງຫາຍາກເຫຼືອກເກີນ ງານທີ່ຍາກເຮັດພັດບໍ່ໄດ້ເຮັດງານທີ່ບໍ່ມັກພັດມີເຂົ້າມາຕະຫຼອດ ດັ່ງນັ້ນມີນ້ອຍຈິ່ງໄດ້ໄປຂໍໃຫ້ອາລີ້ຊ່ວຍເວົ້າກັບເອກ ໃຊ້ເສັ້ນສາຍທາງລັດຮັບຕົວເອງເຂົ້າເຮັດວຽກທີ່ບໍລິສັດ.
ເມື່ອໝີນ້ອຍຜູ້ເປັນເອື້ອຍມາຮ້ອງຂໍໃຫ້ຕົນເອງລົມກັບເອກຄົນຮັກຊ່ວຍເລື່ອງວຽກງານຂອງຜູ່ເປັນເອື້ອຍ ເຖິງໃນໃຈຈະຮູ້ສຶກອຶດອັດ ເພາະດ້ວຍຄວາມເກງໃຈແຕ່ອາລີ້ກໍ່ຮັບປາກເອື້ອຍໄປວ່າຈະລອງເວົ້າຊ່ວຍ ແຕ່ຈະໄດ້ວຽກເຮັດ ຫຼື ບໍ່ນັ້ນມັນກໍ່ຕ້ອງຂຶ້ນກັບການຕັດສິນໃຈຂອງເອກເອງ ແຕ່ອາລີ້ກໍ່ຈະພະຍາຍາມເວົ້າຊ່ວຍເຕັມທີ່.
ຄົບໜຶ່ງອາທິດແລ້ວທີ່ອາລີ້ຕ້ອງຄອງຄອຍໃຫ້ເອກມາຫາບໍ່ຮູ້ວ່າດົນພຽງໃດທີ່ເອກຈະມາຫາຕົນອີກຄັ້ງ ເຖິງຈະມີການຕິດຕໍ່ກັນແນ່ໃນບາງເວລາແຕ່ກໍ່ຍັງໃຫ້ເຮັດຮູ້ສຶກເຫງົາໃຈຢູ່ດີ ຄືນນີ້ເພາະດ້ວຍຄວາມຄິດຮອດ ແລະ ມີເລື່ອງທີ່ຈະຂໍຄວາມຊ່ວຍເຫຼືອກັບເອກ ຈິ່ງໄດ້ໂທທາງໄລນໄປຫາ
ໃນຂະນະທີ່ເອກກຳລັງອ່ານອີເມວລູກຄ້າຢູ່ນັ້ນ ໄລນກໍ່ດັງຂຶ້ນເອກໄດ້ກົດຮັບ
ອາລີ້: “ອ້າຍເອກຄາວຽກຫຼາຍບໍ່”
ເອກ: “ລົມໄດ້ຢູ່! ກຳລັງວ່າຈະໂທຫາກ່ອນເຂົ້ານອນແຕ່ພໍດີເຈົ້າໂທມາກ່ອນ! ເຮັດຫຍັງຢູ່”
ອາລີ້: “ຫຼິ້ນກັບໝາຢູ່” (ອາລີ້ມິດໄປດົນເຕີບ)
ເອກ: “ເປັນຫຍັງບໍ່ເວົ້າຕໍ່ຄຽດໃຫ້ອ້າຍຫວາທີ່ໄລຍະນີ້ອ້າຍບໍ່ຄ່ອຍໄປຫາທີ່ເຮືອນ”
ອາລີ້: “ບໍ່ໄດ້ຄຽດແຕ່ຮູ້ສຶກເຫງົາ”
ເອກ: “ອ້າຍຂໍໂທດ”
ອາລີ້ມິ້ມສົບເຂົ້າເຮັດໜ້າໝາຫງອຍ: “ອື…! ເຂົ້າໃຈ! ອ້າຍເອກກໍ່ຢ່າເຮັດວຽກໜັກຫຼາຍພັກຜ່ອນແນ່ກໍ່ດີ ນ້ອງຢ່ກໃຫ້ອ້າຍເຮັດວຽກຢ່າງມີຄວາມສຸກ ແລະ ມີເວລາຜ່ອນຄາຍ”
ເອກ: “ອີກສອງມື້ອ້າຍຈະໄປຫາ”
ອາລີ້ຍິ້ມດີໃຈ: “ແທ້ນິ”
ເອກ: “ອື້”
ອາລີ້: “ຊັ້ນອ້າຍເອກເຮັດວຽກໃຫ້ແລ້ວໄວໆ! ນ້ອງບໍ່ລົບກວນແລ້ວ! ບ່າຍ”
ທັງສອງໄດ້ບ່າຍ! ບ໊າຍກັນກ່ອນວາງສາຍ ພໍກົດວາງສາຍອາລີ້ຈິ່ງສະເດີດຄິດຂຶ້ນມາໄດ້ວ່າຕົນເອງຍັງບໍ່ທັນໄດ້ເວົ້າເລື່ອງວຽກໃຫ້ເອື້ອຍ “ລືມ” ແຕ່ຖ້າເວົ້າສ່ອງໜ້າມື້ທີ່ອ້າຍເອກມາຫາຈະດີກວ່າເວົ້າຜ່ານມືຖື
ຢຸ້ຍທີ່ແອບຟັງຢູ່ນອນຫ້ອງແຄ້ນໃຈຢ່າງຍິ່ງເມື່ອໄດ້ຍິນສາມີຂອງຕົນສົນທະນາກັບຍິງອື່ນດ້ວຍນ້ຳສຽງສົດໃສອໍ້ແອຫວານຈ້ອຍ ຄົງມີຄວາມສຸກດັ່ງກັບໄວ້ລຸ້ນຂຶ້ນໃໝ່ອາຍຸພຽງ 14-15 ປີ ຢຸ້ຍຍ່າງເຂົ້າໄປໃນຫ້ອງນອນ ຈັບຮູບຖ່າຍຂອງອາລີ້ຂຶ້ນມາແລ້ວຈັບເອົາມີດປອກໝາກໄມ້ໃນລິ້ນຊັກໂຕະອອກມາແທງສຽບທີ່ຮູບຖ່າຍອາລີ້ຈົນຈີກຂາດມຸ່ນອຸ່ຍປຸ່ຍ ພ້ອມທັງພຶມພຳດ້ວຍສີໜ້າແວວຕາຄຽດແຄ້ນວ່າ: “ຄັ້ງກ່ອນມຶງຍັງເຈັບນ້ອຍໄປແຕ່ເທື່ອນີ້ກູບໍ່ອ່ອນມືໃຫ້ມຶງແທ້”
ສອງມື້ຕໍ່ມາຫຼັງເລີກວຽກເອກໄດ້ມາຫາອາລີ້ທີ່ເຮືອນວັນນີ້ມານອນຄ້າງຄືນ ຫຼັງຈາກກິນອາຫານຄ່ຳແລ້ວ ອາລີ້ກັບເອກນັ່ງຫຼິ້ນໝາກດ້າມໃນເຮືອນ (ມີຊຸດກະດານໝາກດ້າມ) ໃນລະຫວ່າງຫຼິ້ນໝາກດ້າມຢູ່ນັ້ນ ອາລີ້ໄດ້ສວາຍໂອກາດນີ້ເອີ່ຍເລື່ອງຖາມເລື່ອງວຽກງານໃຫ້ໝີນ້ອຍ
ອາລີ້: “ອ້າຍເອກ! ໄລຍະນີ້ບໍລິສັດຂອງອ້າຍຮັບພະນັກງານເພີ່ມບໍ່”
ເອກ: “ມີຫຍັງ! ນ້ອງສິໄປເຮັດວຽກນຳຫວາ”
ອາລີ້: “ບໍ່! ບໍ່! ນ້ອງຖາມໃຫ້ເອື້ອຍໝີນ້ອຍ ເພາະຫຼັງຈາກຮຽນຈົບມາຫລາຍເດືອນແລ້ວກໍ່ຍັງຫາວຽກເຮັດບໍ່ໄດ້ ນ້ອງກໍ່ເລີຍຖາມອ້າຍເພື່ອວ່າທາງບໍລິສັດຈະຕ້ອງການພະນັກງານເພີ່ມ! ແຕ່ຖ້າຊ່ວງນີ້ບໍ່ທັນໄດ້ຮັບພະນັກງານເທື່ອກໍ່ບໍ່ເປັນຫຍັງນ້ອງກໍ່ຈະບອກກັບເອື້ອຍໝີນ້ອຍໄປຕົງໆ”
ເອກ ຢຸດຄິດໜ້ານິ້ງໄປພັກໜຶ່ງຈິ່ງຕອບມາວ່າ: “ອ້າຍເຂົ້າໃຈແລ້ວ! ແລ້ວໜີນ້ອຍຮຽນຈົບສາຂາໃດ”
ອາລີ້: “ເສດຖະສາດ”
ເອກ: “ແລ້ວອ້າຍຈະຫາຕຳແໜ່ງຫວ່າງໃຫ້ເອື້ອຍເຈົ້າກໍ່ແລ້ວກັນ”
ອາລີ້ຍິ້ມດີໃຈ: “ຂອບໃຈອ້າຍເອກ! ຖ້າເອື້ອຍໝີນ້ອຍຮູ້ລາວຄົງດີໃຈບໍ່ໜ້ອຍ”
ໝີນ້ອຍທີ່ແອບຟັງພວກເຂົາລົມກັນທີ່ແຈຝາເມື່ອໄດ້ຍິນວ່າເອກຈະຊ່ວຍພິຈາລະນາຕຳແໜ່ງໃນບໍລິສັດໃຫ້ຕົວເອງ ເພາະທັງຈະໄດ້ວຽກເຮັດແລ້ວ ກໍ່ຍັງຈະໄດ້ຢູ່ໃກ້ຊິດກັບເອກອີກຕ່າງຫາກ.
ສອງມື້ຕໍ່ມາເອກໄດ້ສົ່ງຂ່າວຜ່ານອາລີ້ບອກໃຫ້ໝີນ້ອຍເຂົ້າມາທີ່ບໍລິສັດເພື່ອຍື່ນແບບຟອມສະໝັກເຂົ້າເປັນພະນັກງານ ເຊິ່ງວຽກທີ່ເອກມອບໃຫ້ໝີນ້ອຍເຮັດນັ້ນແມ່ນເປັນຜູ້ຊ່ວຍນາຍສາງ ຫ້ອງການປະຈຳຢູ່ຕຶກດ້ານຫຼັງຂອງຫ້ອງການໃຫຍ່ ໝີນ້ອຍຮູ້ສຶກຜິດຫວັງກັບວຽກທີ່ໄດ້ຮັບ ເພາະຕ້ອງໄດ້ມົກຕົວຢູ່ໃນສາງສິນຄ້ານີ້ແລ້ວ ຍັງບໍ່ມີຮອດໂອກາດໄດ້ເຫັນໜ້າໄດ້ຢູ່ໃຫເຊິດກັບເອກອີກ ແຕ່ກໍ່ຕ້ອງເກັບຄວາມຮູ້ສຶກນັ້ນເອົາໄວ້ ເພາະຢ່າງໜ້ອຍກໍ່ຍັງມີໂອກາດໄດ້ຢັບເຂົ້າມາໃກ້ເອກອີກກ້າວໜຶ່ງ ຢູ່ບໍລິສັດດຽວກັນເກືອບທຸກມື້ຕ້ອງມີມື້ໃດມື້ໜຶ່ງທີ່ຈະໄດ້ພົບໜ້າກັນ.
ທີ່ເຮືອນຢຸ້ຍກຳລັງນັ່ງເບິ່ງຂ່າວໃນໂທລະທັດ ວັນນີ້ເອກກັບມາຄ້າງທີ່ເຮືອນ ໃນຂະນະທີ່ເອກຍ່າງຜ່ານຫ້ອງຮັບແຂກ ກໍ່ຄິດຂຶ້ນມາໄດ້ເລື່ອງໜຶ່ງຈິ່ງຍ່າງແວ່ໄປສົນທະນາກັບຢຸ້ຍ
ເອກ: “ອາທິດໜ້າຂ້ອຍຈະຂຶ້ນໄປວຽກທີ່ຊຳເໜືອ ໄປເບິ່ງແຫຼ່ງຕຳຜ້າສິ້ນ! ເຈົ້າພໍມີເວລາໄປນຳກັນກັບຂ້ອຍບໍ່”
ຢຸ້ຍແນມເບິ່ງໜ້າເອກດ້ວຍສີໜ້າແປກງົງ ເອກໜ້ານິ້ງແນມເບິ່ງໜ້າຢຸ້ຍກ່ອນກ່າວດ້ວຍສຽງເຢັນຊາວ່າ: “ກໍ່ພໍດີເຮົາມີແຜຮຈະໄປທ່ຽວຮານິມູນ ນີ້ກໍ່ເປັນເດືອນມາແລ້ວຂ້ອຍບໍ່ຄ່ອຍມີເວລາພາເຈົ້າໄປ ຄັ້ງນີ້ຂ້ອຍກໍ່ເລີຍຈະສວາຍໂອກາດໄປເບິ່ງວຽກ 2 ມື້ ແລະ ຈະພາເຈົ້າທ່ຽວປະມານ 2 ມື້”
ຢຸ້ຍດີໃຈໜ້າບານ: “ອາທິດໜ້າ! ໄດ້ໆຂ້ອຍວ່າງ”
ເອກ: “ດີ!” ເມື່ອເວົ້າຈົບເອກກໍ່ຍ່າງໜ້ານິ້ງຂຶ້ນໄປທີ່ຫ້ອງນອນ ປ່ອຍໃຫ້ຢຸ້ຍຍິ້ມຄ້າງຢູ່ທີ່ຫ້ອງຮັບແຂກຄົນດຽວ
ແລ້ວວັນເດີນທາງໄປຊຳເໜືອ ແຂວງຫົວພັນກໍ່ມາຮອດ ການເດີນທາງໄປຄັ້ງນີ້ເອກກັບຢຸ້ຍບໍ່ໄດ້ໄປນຳກັນສອງຕໍ່ສອງ ເພາະມີຫົວໜ້າຝ່າຍການຕະຫຼາດ ກັບ ຫົວໜ້າຝ່າຍອອກແບບເດີນທາງມາເບິ່ງງານນຳ ທັງສີ່ຄົນໄດ້ເດີນທາງດ້ວຍເຮືອບິນຈາກສະໜາມບິນວັດໄຕບິນໄປສູ່ສະໜາມບິນແຂວງຫົວພັນ ເມື່ອລົງຈາກເຮືອບິນກໍ່ມີລົດທີ່ເຊົ່າໄວ້ມາຮັບເຖິງສະໜາມພາທັງສອງໄປພັກທີ່ໂຮງແຮມແຫ່ງໜຶ່ງໃນເທດສະບານເມືອງຊຳເໜືອ ເອກເລືອກຫ້ອງຕຽງຄູ່ສຳລັບຕົນເອງກັບຢຸ້ຍ ແລະ ຈອງ 2 ຫ້ອງໃຫ້ການຕະຫຼາດ ກັບ ນັກອອກແບບ ເພາະພວກເຂົາເປັນຊາຍ-ຍິງບໍ່ສາມາດນອນຮ່ວມຫ້ອງດຽວກັນໄດ້, ສາເຫດທີ່ເອກຍອມນອນຫ້ອງດຽວກັບຢຸ້ຍ ກໍ່ເພື່ອຕັດບັນຫາຊຸບຊິບເຖິງຄວາມສຳພັນຂອງຕົນກັບເມຍ ເຖິງຈະນອນຫ້ອງດຽວກັນ ແຕ່ກໍ່ນອນຄົນລະຕຽງ ເມື່ອເວລາເຂົ້ານອນເອກກໍ່ນອນຫັນຫຼັງໃສ່ຢຸ້ຍທັນທີ່ ປ່ອຍໃຫ້ຢຸ້ຍແນມເບິ່ງພຽງດ້ານຫຼັງຂອງຕົນດ້ວຍສາຍຕາລະຫ້ອຍ ເຖິງຢຸ້ຍຈະຮູ້ສຶກຕ່ຳຄ້ອຍນ້ອຍໃຈແຕ່ກໍ່ຕ້ອງທົນຮັບຊະຕາກຳນີ້ຕໍ່ໄປ
ຮຸ່ງເຊົ້າຂຶ້ນມາທັງສີ່ຄົນໄດ້ເດີນທາງໄປທີ່ໝູ່ບ້ານເມືອງຊ້າງ ເປັນໝູ່ບ້ານໃຫຍ່ທີ່ຍຶດອາຊີບການຕ່ຳຜ້າສີມືດີທີ່ສືບທອດກັນມາແຕ່ບູຮານ ພວກເຂົາໄດ້ໄປເຂົ້າພົບນາຍບ້ານເມືອງຊ້າງ ຫຼັງຈາກນັ້ນນາຍບ້ານກໍ່ພາພວກເຂົາທ່ຽວແຕ່ລະຫຼັງຄາເຮືອນ ເອກໄດ້ໂອ້ລົມກັບຊາວບ້ານເຂດນັ້ນ ແລະ ກໍ່ໄດ້ຮູ້ທີ່ມາທີ່ໄປຂອງການຜະລິດ ເອກມີຄວາມເພິ່ງພໍໃຈກັບການມາຊົມແຫລ່ງຜະລິດຜ້າສິ້ນຂະໜາດຂອງເມືອງຊຳເໜືອ ຫຼັງຈາກກັບໄປຮອດໂຮງແຮມ ພວກເຂົາໄດ້ແຍກຍ້າຍກັນອາບນ້ຳປ່ຽນເສື້ອຜ້າ ແລະ ມາຮວມຕົວກັນກິນເຂົ້າທີ່ຮ້ານອາ ຫານແຫ່ງໜຶ່ງໃກ້ໄດ້ໆກັບທີ່ພັກ ຫຼັງຈາກກິນເຂົ້າແລ້ວກໍ່ກັບມາທີ່ໂຮງແຮມ. ເອກ, ການຕະຫຼາດ ແລະ ຝ່າຍອອກແບບ ມີການສົນທະນາກ່ຽວກັບຂໍ້ມູນທີ່ໄດ້ໃນວັນນີ້ຮ່ວມກັນ ສ່ວນຢຸ້ຍຜູ້ທີ່ບໍ່ມີສ່ວນກ່ຽວ ຂ້ອງເອກໃຫ້ໄປນອນພັກຜ່ອນກ່ອນ
ເຊົ້າມື້ຕໍ່ມາພວກເຂົາໄດ້ເດີນທາງຈາກເມືອງຊຳເໜືອໄປທີ່ບ້ານຊຳໃຕ້ ເພື່ອຈະໄປເບິ່ງໝູ່ບ້ານຕ່ຳຜ້າສິ້ນທີ່ມີຊື່ສຽງອີກໝູ່ບ້ານໜຶ່ງ ພວກເຂົາໃຊ້ເວລາສຳຫຼວດ ແລະ ໂອ້ລົມສານສາຍສຳພັນກັບປະຊາຊົນໃນທ້ອງຖິ່ນເປັນເວລາໝົດມື້ ເມື່ອກັບມາຮອດສະຖານທີ່ພັກກໍ່ຄືເກົ່າອາບນ້ຳກິນເຂົ້າແລ້ວກໍ່ປຶກສາກັນເລື່ອງວຽກງານ ເມື່ອສົນທະນາກັນສຳເລັດ ກໍ່ແຍກຍ້າຍກັນກັບຫ້ອງໃນລະຫວ່າງທີ່ເອກຢືນຢູ່ໜ້າຫ້ອງກຳລັງໃຊ້ໄຂກະແຈຫ້ອງເຂົ້າໄປ ຢຸ້ຍທີ່ນອນຢູ່ໃນຫ້ອງໄດ້ຍິນສຽງໄຂປະຕູກໍ່ດີໃຈທີ່ເອກກັບມາແລ້ວ ແຕ່ກໍ່ຕ້ອງຜິດຫວັງເມື່ອຮູ້ວ່າເອກອອກຈາກຫ້ອງໄປອີກແລ້ວ ຢຸ້ຍກໍ່ເລີຍສະກົດຮອຍຕາມໄປລັບໆ ກໍ່ໄດ້ເຫັນ ແລະ ໄດ້ຍິນສິ່ງທີ່ເຮັດໃຫ້ຕົນເອງຮູ້ສຶກເຈັບປວດທີ່ໃຈທັງນ້ຳຕາ ເນື່ອງຈາກວ່າ ຜົວໄດ້ອອກມາລົມສາຍກັບຍິງຄົນອື່ນເຊິ່ງຍິງສາວຄົນນັ້ນກໍ່ຄືອາລີ້
ອາລີ້: “ນ້ອງໂທມາກວນບໍ່ນິ”
ເອກ: “ບໍ່! ພໍດີລົມວຽກກັບພະນັກງານຫາກໍ່ແລ້ວ! ເຈົ້າເຮັດຫຍັງຢູ່ຄືນອນເດິກແທ້”
ອາລີ້: “ກຳລັງຄິດຮອດຮ້ອງເຕ້ຢູ່”
ເອກ: “ຮອງເຫົາ! ຊ່າງເວົ້າຖືກໃຈແທ້ແບບນີ້ກັບໄປຕ້ອງໃຫ້ລາງວັນໜັກໆເສຍແລ້ວ”
ອາລີ້: “ແທ້ນິ! ລາງວັນນັ້ນແມ່ນຫຍັງບອກໜູໄດ້ບໍ່”
ເອກ: “ຄວາມລັບ! ບອກໄປຢ້ານໜູບໍ່ຕື່ນເຕັ້ນ”
ເອກກັບອາລີ້ລົມກັນເກືອບເປັນຊົ່ວໂມງດ້ວຍຄວາມສຸກ ເຊິ່ງຕ່າງຈາກຢຸ້ຍເມຍໃນທະບຽນທີ່ຕ້ອງຢູ່ດ້ວຍຄວາມຊ້ຳໃຈລຳພັງ ຢຸ້ຍທົນຟັງຕໍ່ໄປບໍ່ໄຫວຈິ່ງໄດ້ຍ່າງໂຊເຊດັ່ງຄົນເມົາກັບມາທີ່ຫ້ອງທັງນ້ຳຕານອງໜ້າ ຄວາມເສຍໃຈນີ້ມັນຢາກທີ່ຈະໃຫ້ອະໄພໄດ້ ເມື່ອບໍ່ກ້າຄິດທີ່ຈະທຳຮ້າຍເອກຜົວຂອງຕົນ ຢຸ້ຍຈິ່ງຫັນໄປທຳຮ້າຍອາລີ້ແທນ ກ່ອນທີ່ເອກຈະກັບມາທີ່ຫ້ອງ ຢຸ້ຍໄດ້ໂທໄປຫາເລຂາ ເພື່ອສັ່ງການໃຫ້ເລຂາເຮັດວຽກສຳຄັນບາງຢ່າງໃຫ້ຕົນ.
ຮຸ່ງເຊົ້າ ເອກໄດ້ໃຫ້ພະນັກງານກັບນະຄອນຫຼວງໄປກ່ອນສ່ວນຕົວເອງຈະພາຢຸ້ຍພັນລະຍາໄປທ່ຽວຊົມທຳມະຊາດແບບສອງຕໍ່ສອງກ່ອນຈັກສອງມື້ແລ້ວຈິ່ງຈະກັບ, ເອກກັບຢຸ້ຍຂີ່ລົດມຸ່ງໜ້າຈາກເມືອງຊຳເໜືອເດີນທາງໄປທີ່ເມືອງວຽງໄຊ ເພື່ອໄປທ່ຽວຊົມສະຖານທີ່ທ່ອງທ່ຽວທາງທຳມະຊາດ ແລະ ທາງປະຫວັດ ສາດຂອງເມືອງວຽງໄຊເຊັ່ນ: ຖ້ຳຊ້າງລອດ, ຖ້ຳຜາທ້າວ, ຖ້ຳນົກແອ່ນ ແລະ ຖ້ຳອື່ນໆ.
ອາລີ້ໄດ້ໄປເລາະຕະຫຼາດຂົວດິນ ເພື່ອໄປຫາຊື້ດ້າຍມາໄວ້ທັກຜ້າພັນຄໍມອບໃຫ້ເອກໃນວັນເກີດທີ່ຈະມາຮອດໃນເດືອນໜ້ານີ້ ຂາກັບໃນຂະນະຂັບລົດຈັກມາຮອດເສັ້ນທາງຄູວຽງລະຫວ່າງທາງໄດ້ມີຜູ້ຊາຍສອງຂັບລົດຈັດຕິດຕາມມາທັງຄົນໃສ່ໝວກກັນກະທົບສີດຳທັງຄູ່ພວກເຂົາຂັບມາປະຊິດຕົວຊາຍຄົນຊ້ອນໃຊ້ມືໜຶ່ງຄ້ວາເອົາກະເປົາທີ່ອາລີ້ພາຍຢູ່ນັ້ນແລ້ວດຶງຢ່າງແຮງຈົນສາຍກະເປົາຂາດ ອາລີ້ເສຍຫຼັກລົມລົງຂ້າງທາງ ໂຊກດີທີ່ອາລີ້ໃສ່ໝວກກັນກະທົບໃນເວລາຂັບຂີ່ລົດຕອນລົດລົ້ມລົງໄປນັ້ນເຖິງຫົວຈະກະທົບພື້ນແຕ່ກໍ່ບໍ່ເຖິງຂັ້ນອັນຕະລາຍຮ້າຍແຮງເຖິງຊີວິດ ພຽງສະຫຼົບໄປເທົ່ານັ້ນ ຮ່າງກາຍມີຮອຍບາດຍາວທີ່ແຂນທັງສອງຂ້າງ, ຫົວເຂົ່າເຕີກເປັນບາດແຜທັງສອງຂ້າງ ຖົງເຄື່ອງທີ່ກະຕ່າລົດໂຟ້ງກະຈາຍສະທົ່ວທາງ ຫຼັງຈາກນັ້ນກໍ່ມີພົນ ລະເມືອງດີຈຳນວນຫຼາຍເຂົ້າມາຫຸ້ມເບິ່ງ ແລະ ກໍ່ໂທແຈ້ງໃຫ້ໜ່ວຍກູ້ໄພມາຊ່ວຍ ໃຊ້ເວລາບໍ່ດົນໜ້ວຍກູ້ໄພກໍ່ມາຮອດ ທີມໜ່ວຍກູ້ໄພໄດ້ເຮັດປະຖົມພະຍາບານເບື້ອງຕົ້ນ ແຕ່ອາລີ້ບໍ່ຮູ້ເມື່ອຄີງທາງທີມອາສາກູ້ໄພຈິ່ງຕັດສິນໃຈນຳສົ່ງໄປທີ່ໂຮງມິດຕະພາບ 150 ຕຽງ ເພາະ ທາງແພດໝໍຮີບຮ້ອນເຂົ້າມາກວດເບິ່ງອາການ ຂ່າວເລື່ອງທີ່ອາລີ້ຖືກໂຈນລັກຊັບດຶງກະເປົາດັງທົ່ວໂລກໂຊຊ້ຽວ ມີຄົນກົດໄລນ, ກົດແຊຣ ແລະ ເຂົ້າມາສະແດງຄວາມຄິດເຫັນເຫັນຈຳນວນຫຼາຍ.
ໝີນ້ອຍໄດ້ເຫັນຂ່າວໃນເຟສບຸກທີ່ຖືກແຊຣຕໍ່ໆກັນເກີດຕົກໃຈ ແລະ ຟ້າວຂັບລົດຈັກໄປຫານ້ອງສາວທີ່ໂຮງໝໍເພື່ອເບິ່ງອາການກ່ອນຈະໂທໄປແຈ້ງຜູ້ເປັນພໍ່ແມ່ໃຫ້ມາສົມທົບອີກແຮງທີ່ໂຮງໝໍ ນູ່ນີ່ທີ່ກຳນັ່ງຫຼິ້ນເຟສບຸກຢູ່ດີໆກໍ່ມີການແຈ້ງເຕືອນເດັ້ງຂຶ້ນມາ ນາງຈິ່ງໄດ້ເປີດເບິ່ງ ກໍ່ເລີຍເຫັນຂ່າວໂຈນດຶງກະເປົາຍິງສາວ ນູ່ນີ່ຮູ້ສຶກຫົດຫູ່ໃຈກັບຂ່າວນີ້ ແຕ່ພໍສັງເກດເບິ່ງຜູ້ເຄາະຮ້າຍໃນຮູບດີໆ ຍິງສາວໃນຮູບມີລັກສະນະຄ້າຍໆຄົນທີ່ຕົນເອງຮູ້ຈັກ ນູ່ນີ່ນັ່ງຊຶງ ແລະ ຄິດໄປພັກໃຫຍ່ພ້ອມຈ້ອງເບິ່ງຮູບຄັກໆເຖິງຮູບທີ່ລົງນັ້ນຈະເບີໜ້າເລັກນ້ອຍ ແຕ່ເມື່ອຄິດອອກວ່າຍິງສາວໃນຂ່າວນັ້ນແມ່ນໃຜ ນູ່ນີ່ເຖິງກັບສະດຸ້ງຕົກໃຈຂຶ້ນມາທັນທີ ເພື່ອຄວາມໝັ້ນໃຈນາງຈິ່ງຂັບລົດອອກຈາກບໍລິສັດເດີນທາງໄປທີ່ໂຮງໝໍມິດຕະພາບ 150 ຕຽງ ເພື່ອໄປເບິ່ງໃຫ້ເຫັນກັບຕາວ່າຍິງສາວຜູ້ເຄາະຮ້າຍຄົນນັ້ນ ເປັນຄົນທີ່ຕົນຮູ້ຈັກແທ້ ຫຼື ບໍ່
ອ່ານຕໍ່ຕອນທີ 24 https://www.laopost.com/2017/04/09/88457
ອ່ານຄືນຍ້ອນຫຼັງຕອນທີ 22 https://www.laopost.com/2017/04/08/88428